ສະຫະພາບ ເອີຣົບ ສົ່ງເສີມການນຳໃຊ້ພາຫະນະເທິງທ້ອງຖະໜົນ ຢູ່ ສປປ ລາວ ເພື່ອຫລຸດຜ່ອນອຸປະຕິເຫດ

ວັນທີ 24 ພຶດສະພາ 2024 ນີ້, ສະຫະພາບ ເອີຣົບ ປະຈໍາ ສປປ ລາວຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ອໍານາດການປົກຄອງນະຄອນຫລວງ, ສະຖານທູດ ຝຣັ່ງ ປະຈໍາ ສປປ ລາວ ແລະ ອົງການ Unicef, ໄດ້ຖະແຫລງຂ່າວເປີດໂຄງການຄວາມປອດໄພໃນການນຳໃຊ້ພາຫະນະເທິງທ້ອງຖະໜົນ (Road Safety Campaign) ເພື່ອຍົກສູງມາດຕະການຮັກສາຄວາມປອດໄພໃນການນໍາໃຊ້ລົດໃຊ້ຖະໜົນ ໂດຍສະເພາະແມ່ນກຸ່ມໄວໜຸ່ມ, ນັກຮຽນ ແລະ ເຍົາວະຊົນ, ລວມມີການຈັດກິດຈະກໍາລົງໃຫ້ຄໍາແນະນໍາຢູ່ສະຖາບັນການສຶກສາ ກ່ຽວກັບການນໍາໃຊ້ພາຫະນະເທິງທ້ອງຖະໜົນ, ເຜີຍແຜ່ກົດລະບຽບຈະລາຈອນ, ສະໜອງອຸປະກອນຮັກສາຄວາມປອດໄພ ໃນການຂັບຂີ່ ແລະ ອື່ນໆ.
ທັງນີ້, ເພື່ອສ້າງຈິດສໍານຶກກ່ຽວກັບຄວາມປອດໄພທາງຖະໜົນໂດຍສະເພາະຜູ້ໂດຍສານໄວໜຸ່ມທີ່ມັກບໍ່ໃສ່ໝວກກັນກະທົບ, ການປະຕິເສດໃນການໃສ່ໝວກກັນກະທົບມັກຈະຖືກສ້າງຂຶ້ນໂດຍມາດຕະຖານວັດທະນະທໍາ ຫລື ນິໄສສ່ວນຕົວ ເຊິ່ງສະແດງໃຫ້ເຫັນຄວາມສ່ຽງສູງ, ໂດຍສະເພາະເດັກນ້ອຍທີ່ມີຄວາມສ່ຽງຫລາຍກວ່າ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະສົ່ງເສີມໃຫ້ມີການນໍາໃຊ້ໝວກກັນກະທົບເພີ່ມຂຶ້ນ ເຊິ່ງວັນທີ 27 ພຶດສະພານີ້ ຈະໄດ້ລິເລີ່ມ ໂຄງການຢູ່ໂຮງຮຽນມັດທະຍົມສົມບູນຕານມີໄຊ ດ້ວຍການຈັດກິດຈະກຳແຂ່ງຂັນແຕ້ມຮູບ ແລະ ແຈກຢາຍໝວກກັນກະທົບນຳອີກ.