ປະຫວັດສາດ ! ຊະເວເຣຟ ຄົນທຳອິດຂອງເຢຍລະມັນ ຄວ້າແຊ້ມເທັນນິສລະດັບໂລກ ມາດຣິດ ໂອເພັນ 2018
May 15, 2018 - 5:58 PM


ອາເລັກຊານເດີ ຊະເວເຣຟ (Alexander Zverev) ນັກເທັນນິສ ອາຍຸ 21 ປີ ສ້າງປະຫວັດສາດໃຫ້ວົງການເທັນນິສປະເທດເຢຍລະມັນ ກາຍເປັນຄົນທຳອິດຂອງປະເທດ ສາມາດຄວ້າແຊ້ມເທັນນິສ ມາສເຕີ 1000 ລາຍການ ມູຕົວ ມາດຣິດ ໂອເພັນ 2018 (Mutua Madrid Open 2018) ທີ່ນະຄອນຫລວງມາດຣິດ ປະເທດແອັສປາຍ (ສະເປນ) ໃນທ້າຍອາທິດຜ່ານມາ.
ຮອບຊິງຊະນະເລີດ ຊະເວເຣຟ ມືວາງອັນດັບ 2 ຂອງລາຍການ ຊະນະ ໂດມີນິກ ທິ່ມ (Dominic Thiem) ຮອງແຊ້ມປີຜ່ານມາຈາກໂອຕຣິດ (ອັອສເຕຣຍ) ມືວາງອັນດັບ 5 ຂອງລາຍການ ທີ່ຜ່ານ ຣາຟາເອວ ນາດາວ ແຊ້ມເກົ່າ ໃນຮອບ 8 ຄົນສຸດທ້າຍ 2-0 ເຊັດ: 64 ທັງສອງເຊັດ. ຊະເວເຣຟ ຮັບຂັນແຊ້ມພ້ອມເງິນລາງວັນ 1.190.000 ກວ່າເອີໂຣ ຫລື ປະມານ 11 ຕື້ກວ່າກີບ.