ເຈົ້າໜ້າທີ່ເລັ່ງສືບຫາຜູ້ຢູ່ເບື້ອງຫລັງຊ່ວຍນັກໂທດ​ໂຕນ​ຄ້າຍ​ຄຸມ​ຂັງ​ດົງສະຫວາດ

- ecape - ເຈົ້າໜ້າທີ່ເລັ່ງສືບຫາຜູ້ຢູ່ເບື້ອງຫລັງຊ່ວຍນັກໂທດ​ໂຕນ​ຄ້າຍ​ຄຸມ​ຂັງ​ດົງສະຫວາດ
- kitchen vibe - ເຈົ້າໜ້າທີ່ເລັ່ງສືບຫາຜູ້ຢູ່ເບື້ອງຫລັງຊ່ວຍນັກໂທດ​ໂຕນ​ຄ້າຍ​ຄຸມ​ຂັງ​ດົງສະຫວາດ

ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ປັດຈຸບັນ, ເຈົ້າໜ້າທີ່ຂອງຕົນພວມເລັ່ງສືບສວນ-ສອບສວນ ນັກໂທດທີ່ໂຕນຄ້າຍຄຸມຂັງດົງສະຫວາດທີ່ເຈົ້າໜ້າທີ່ສາມາດນໍາຈັບຕົວມາໄດ້ຈໍານວນໜຶ່ງຫາຜູ້ຢູ່ເບື້ອງຫລັງໃຫ້ການຊ່ວຍເຫລືອນັກໂທດຈໍານວນດັ່ງກ່າວສາມາດເຈາະຝາຫ້ອງນໍ້າ ແລະ ໂຕນອອກຈາກບ່ອນຄຸມຂັງໄດ້.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຫດການນີ້ເກີດຂຶ້ນເວລາປະມານ 19:00 ໂມງຂອງວັນ​ທີ 11 ພຶດສະພານີ້, ໂດຍມີຜູ້​ຖືກ​ຫາ 10 ຄົນ ​ແລະ ນັກ​ໂທດ 1 ຄົນຄື: ທ້າວ ຄຳ​ຫລ້າ ອາຍຸ 28 ປີຢູ່​ບ້ານ​ທົ່ງ​ພານ​ທອງ​ເມືອງ​ສີ​ສັດຕະ​ນາກ, ຖືກ​ກັກ​ຕົວ​ໃນ​ວັນ​ທີ 30 ພຶດສະພາ 2017 ສານໄດ້​ຕັດ​ອິດສະຫລະພາບ 5 ປີ (ນັກ​ໂທດ), ທ້າວ ສົມ​ຊາຍ (ດ່ອງ) ອາຍຸ 22 ປີຢູ່​ບ້ານ​ທົ່ງ​ມັ່ງເມືອງໄຊທານີ ຖືກ​ກັກ​ຕົວ​ໃນ​ວັນ​ທີ 11 ພຶດສະພາ 2017 ​ແລະ ທ້າວ ກ໋ອດ ອາຍຸ 17 ປີຢູ່​ບ້ານ​ທ່າ​ສະຫວ່າງເມືອງໄຊທານີ ຖືກກັກ​ຕົວ​ໃນ​ວັນ​ທີ 30 ພຶດສະພາ 2017, ທ້າວ ທອບ​ສະ​ພອນ ອາຍຸ 17 ປີຢູ່​ບ້ານ​ສົມ​ສະໜຸກເມືອງຫາດຊາຍຟອງ ຖືກກັກ​ຕົວ​ໃນ​ວັນ​ທີ 26 ກໍລະກົດ 2017 ​ແລະ ທ້າວ ໜຳ ອາຍຸ 26 ປີຢູ່​ບ້ານ​ກາງເມືອງ

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ເລັ່ງສືບຫາຜູ້ຢູ່ເບື້ອງຫລັງຊ່ວຍນັກໂທດ​ໂຕນ​ຄ້າຍ​ຄຸມ​ຂັງ​ດົງສະຫວາດ

ຫາດຊາຍຟອງ ຖືກກັກ​ຕົວ​ໃນ​ວັນ​ທີ 10 ມັງກອນ 2017, ທ້າວ ນ້ອຍ ອາຍຸ 33 ປີຖືກ​ກັກ​ຕົວ​ໃນ​ວັນ​ທີ 19 ກັນຍາ 2017 ​ແລະ ທ້າວ ຖາວອນ (ອ້າຍ) ອາຍຸ 22 ປີ ຖືກ​ກັກ​ຕົວ​ໃນ​ວັນ​ທີ 8 ພຶດສະພາ 2017 ​ຢູ່​ບ້ານ​ທົ່ງ​ປົ່ງ​ເມືອງ​ສີ​ໂຄດ​ຕະບອງນະຄອນຫລວງ​ວຽງ​ຈັນ, ​ທ້າວ ວຽງ​ຄຳ ອາຍຸ 24 ປີຢູ່​ບ້ານ​ໂພນ​ເຄັງ​ເມືອງ​​ໄຊ​ເສດ​ຖາ ຖືກ​ກັກ​ຕົວ​ໃນ​ວັນ​ທີ 19 ກຸມພາ 2018 ຂໍ້​ຫາ​ຊື້-ຂາຍ​ອາວຸດ​ເສິກ, ທ້າວ ສຳລີ (ຕ໋ອກ) ອາຍຸ 34 ປີຢູ່​ບ້ານ​ດອນ​ປ່າ​ໃໝ່​ເມືອງ​ສີ​ສັດຕະ​ນາກ ຖືກກັກ​ຕົວ​ໃນ​ວັນ​ທີ 17 ຕຸລາ 2017 ໃນຂໍ້​ຫາ​ທຳຮ້າຍ​ຮ່າງກາຍ-ມີ​ອາວຸດ​ເສິກ​ໄວ້​ຄອບ​ຄອງ, ທ້າວ ພອນ​ປະ​ເສີດ ອາຍຸ 16 ປີຢູ່​ບ້ານ​ດອນ​ດູ່​ເມືອງ​ຫາດ​ຊາຍ​ຟອງ ຖືກ​ກັກ​ຕົວ​ໃນ​ວັນ​ທີ 27 ກຸມພາ 2018 ​ແລະ ທ້າວ ​ເພັງ​ພະຈັນ ອາຍຸ 35 ປີຢູ່​ບ້ານ​ໂນ​ນຂີ້​ເຫລັກ​ເມືອງ​ສີ​ໂຄດ​ຕະບອງ ຖືກກັກ​ຕົວ​ໃນ​ວັນ​ທີ 30 ສິງຫາ 2017 ​ໃນ​ຂໍ້​ຫາ​ລັກ​ຊັບ​ພົນລະ​ເມືອງ, ໂດຍໄດ້ຮ່ວມກັນ​ໂຕນ​ໜີ​ອອກ​ຄ້າຍ​ຄຸມ​ຂັງ​ດົງ​ສະຫວາດ​, ເມືອງ​ສີ​ສັດຕະ​ນາກນະຄອນຫລວງ​ວຽງ​ຈັນ ແລະ ມາຮອດປັດຈຸບັນ, ​ເຈົ້າໜ້າ​ທີ່ສາມາດຕິດຕາມ​ຈັບ​ຕົວ​ນັກໂທດທີ່​ຫລົບໜີມາໄດ້ 3 ຄົນແລ້ວຄື: ຄື​ທ້າວ ສຳລີ, ທ້າວ ອິນ​ປອນ ​ແລະ ທ້າວ ພອນ​ປະ​ເສີດ. ສ່ວນ​​ທີ່​ເຫລືອ​ແມ່ນ​ພວມ​ສືບ​ຕໍ່​ຕິດຕາມນໍາ​ຕົວມາ​ດຳ​ເນີນ​ຄະດີ​ຕາມລະບຽບ​ກົດໝາຍໃຫ້ໄດ້ໂດຍໄວ.

ຜ່ານມາ​ການສືບສວນ-​ສອບ​ສວນຂອງເຈົ້າໜ້າທີ່ພວກ​ກ່ຽວໄດ້ຮັບ​ສາລະພາບ​ວ່າ: ອຸປະກອນ​ທີ່​ໃຊ້​​ເຈາະ​ຝາ​ຊີມັງ​ຫ້ອງ​ນ້ຳ​ໃນ​ຄ້າຍ​ຄຸມ​ຂັງ​ແມ່ນ​ມີ​ຄົນ​ຢູ່​ທາງ​ນອກ​ໃຫ້ການ​ຊ່ວຍ​ເຫລືອ, ໂດຍ​​ໄດ້​ພາກັນ​ສະ​ສົມ​ເອົາ​ສາຍ​ຢາງ​ຢືດມາ​ເປຍ​ເຮັດ​ເປັນ​ຈຸກ​ແລ້ວ​ມັດ​ໃສ່​ສາ​ຍດ້າຍ​ສານ​ແຫ, ຈາກ​ນັ້ນໄດ້ຍິງອອກ​ທາງ​ຊ່ອງ​ລົມ​ໄປ​ນອກ​ກຳ​ແພງ, ​ໂດຍ​ມີ​ພັກ​ພວກ​ເອົາ​ເຫລັກ​ສະ​ແລງ ​ແລະ ​ໃບ​ເລື່ອຍ​ຕັດ​ເຫລັກ​ມັດ​ໃສ່​ສາຍ​ດ້າຍນັ້ນ​ແລ້ວ​ດຶງ​ເຂົ້າ​ມາ, ຈຶ່ງ​ລົງມື​ເຈາະຝາຫ້ອງຂັງເປັນປ່ອງຂະໜາດຫລົມຄິງແລ້ວ​ພາກັນ​ລອດອອກຫ້ອງຂັງແລ້ວປີນກໍາແພງໂຕນ​ໜີໄປ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ສ່ວນ​ຜູ້​ໂຕນ​ໜີ​ທີ່​ເຫລືອ ​ແລະ ຜູ້​ທີ່​ໃຫ້ການ​ຊ່ວຍ​ເຫລືອ​ແມ່ນ​ພວມ​ສືບ​ຕໍ່​ຕິດຕາມ​ຕົວ​ມາ​ດຳ​ເນີນ​ຄະດີຕາມກົດໝາຍໂດຍໄວ.

- 5 - ເຈົ້າໜ້າທີ່ເລັ່ງສືບຫາຜູ້ຢູ່ເບື້ອງຫລັງຊ່ວຍນັກໂທດ​ໂຕນ​ຄ້າຍ​ຄຸມ​ຂັງ​ດົງສະຫວາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!