ຕວກກີຄວບຄຸມຕົວຜູ້ຖືກສົງໄສພົວພັນກັບຜູ້ສັ່ງການລັດຖະປະຫານຫລາຍຮ້ອຍຄົນ
April 26, 2017 - 4:54 PM


ແຫລ່ງຂ່າວລະບຸວ່າ: ປະຕິບັດການດັ່ງກ່າວເປັນການກວາດລ້າງເຄືອຂ່າຍທ້າວ ກູເລນ ທົ່ວປະເທດຄັ້ງໃຫຍ່ທີ່ສຸດ ໂດຍມຸ່ງເປົ້າໃສ່ໜ່ວຍງານຕຳຫລວດ. ໃນເທື່ອນີ້ເຈົ້າໜ້າທີ່ສາມາດຄວບຄຸມຜູ້ຖືກສົງໄສໄດ້ 803 ຄົນຈາກຜູ້ທີ່ທາງການຕ້ອງການທັງໝົດ 1.000 ຄົນ. ການຈັບກຸມຜູ້ຖືກສົງໄສເທື່ອຫລັງສຸດມີຂຶ້ນ ພາຍຫລັງປະທານາທິບໍດີ ເຣເຈບ ທາຍຍິບ ແອໂດອານ ໄດ້ຮັບໄຊຊະນະແບບສູສີໃນການລົງປະຊາມະຕິເພີ່ມອຳນາດໃຫ້ຕົນເອງພຽງ 10 ວັນ.
ນັບແຕ່ເກີດເຫດລັດຖະປະຫານຫລົ້ມເຫລວໃນເດືອນກໍລະກົດ, ທາງການຕວກກີ ໂດຍປະທານາທິບໍດີ ແອໂດອານ ສັ່ງຈັບກຸມຜູ້ມີສ່ວນພົວພັນກັບກຸ່ມກໍ່ການຮ້າຍແລ້ວທັງໝົດ 40.000 ຄົນ ລວມທັງໄລ່ພະນັກງານ ແລະ ເຈົ້າໜ້າທີ່ຈາກຫລາຍອາຊີບອອກປະມານ 120.000 ຄົນ.