10 ເຄັດລັບແກ້ບັນຫານອນບໍ່ຫຼັບ

- f049842fa4625d36c1a062b3e0ab7c9d - 10 ເຄັດລັບແກ້ບັນຫານອນບໍ່ຫຼັບ
- Untitled design 1 - 10 ເຄັດລັບແກ້ບັນຫານອນບໍ່ຫຼັບ

ການນອນບໍ່ຫຼັບສົ່ງຜົນເສຍຮ້າຍແຮງກວ່າທີ່ຄິດ ຖ້ານອນບໍ່ຫຼັບດຸໆຕິດຕໍ່ກັນຫຼາຍອາທິດ ອາດກາຍເປັນອາການຊຳເຮື້ອສົ່ງຜົນຕໍ່ອາລົມ, ຄວາມຈໍາ ການຕື່ນໂຕຂອງຮ່າງກາຍ ເຮັດໃຫ້ອ່ອນເພຍບໍ່ມີແຮງ ລວມໄປເຖິງເຖົ້າໄວອີກດ້ວຍ.

10 ເຄັດລັບງ່າຍໆ ຈາກວາລະສານModern Mormທີ່ຈະຊ່ວຍໃຫ້ນອນຫຼັບສະບາຍ

  1. ພັກສະໝອງ: ຢຸດເຮັດກິດຈະກໍາຄຽດໆຢ່າງໜ້ອຍ 3 ຊົ່ວໂມງກ່ອນນອນ ເພາະຈະເຮັດໃຫ້ເຮົາບໍ່ຢາກນອນ, ນອນບໍ່ຫຼັບ ຫຼືນອນຫຼັບບໍ່ສະຫນິດ ເພາະເກັບເອົາສາລະພັດເລື່ອງໃນຫົວໄປຄິດ ຫຼືຝັນຮ້າຍ.
  2. ປ່ອຍໃຫ້ທ້ອງວ່າງ: ຢ່າກິນອາຫານຫຼາຍກ່ອນເຂົ້ານອນ ເພາະຫຼັງກິນອາຫານຮ່າງກາຍຕ້ອງໃຊ້ເວລາປະມານ 3 ຊົ່ວໂມງໃນການຍ່ອຍ ຍິ່ງຖ້າກິນໂປຣຕີນຈາກຊີ້ນສັດ ກໍຍິ່ງໃຊ້ເວລາຍ່ອຍດົນຂຶ້ນ ການກິນອາຫານແລ້ວນອນທັນທີ ນອກຈາກຈະເຮັດໃຫ້ຂະບວນການຍ່ອຍບໍ່ສົມບູນແລ້ວ ຍັງອາດເຮັດໃຫ້ນອນບໍ່ຫຼັບ ແລະ ສ່ຽງເປັນໂຣກກົດໄຫຼຢ້ອນໄດ້.
  3. ອອກກໍາລັງກາຍຕອນແລງ: ຖ້າເປັນຄົນນອນຫຼັບຍາກ ການອອກກໍາລັງກາຍພາຍໃນຕອນແລງ ຫຼື 4-6 ຊົ່ວໂມງກ່ອນນອນເປັນວິທີທີ່ຊ່ວຍໃຫ້ນອນຫຼັບໄວ.
  4. ອາບນໍ້າອຸ່ນກ່ອນເຂົ້ານອນ:ຄວາມຕຶງຄຽດຂອງຮ່າງກາຍ ແລະ ຈິດໃຈທີ່ອິດເມື່ອຍມາໝົດມື້ຈະຮູ້ສຶກຜ່ອນຄາຍຂຶ້ນທັນທີ ຫຼືຈະແຊ່ຕີນໃນນໍ້າອຸ່ນກ່ອນນອນກໍຊ່ວຍໃຫ້ນອນຫຼັບດີເຊັ່ນກັນ.
  5. ໃຊ້ອຸປະກອນເສີມຊ່ວຍປິດຕາ ແລະ ຫູ ກໍເປັນຕົວຊ່ວຍທີ່ໜ້າສົນໃຈ
  6. ກໍາຈັດສິ່ງລົບກວນໃນຫ້ອງນອນໃຫ້ສະຫງົບ
  7. ກິນໝາກກ້ວຍຫອມ ຈະຊ່ວຍໃຫ້ນອນຫຼັບດີ ເພາະຜິວໝາກກ້ວຍຫອມມີລິດຄ້າຍຄືກັບຢານອນຫຼັບ ແລະ ມີອະມິໂນແອຊິດທີ່ເອີ້ນວ່າ ທຣິປໂຕຟານ ຊຶ່ງຈະປ່ຽນເປັນເຊໂຣໂທນິນ ເມື່ອກິນແລ້ວຈະຊ່ວຍຄາຍຄວາມຄຽດຄວາມກັງວົນ.
  8. ຈັດລະບຽບຕຽງນອນໃຫ້ເປັນລະບຽບ
  9. ນອນ ແລະ ຕື່ນເປັນເວລາ: ການເຂົ້ານອນ ແລະ ຕື່ນໃຫ້ເປັນເວລາດຽວກັນທຸກມື້ ພຽງໜຶ່ງອາທິດຮ່າງກາຍກໍຈະເລີ່ມຄຸ້ມເຄີຍແລ້ວ
  10. ກອມໂຕເອງດ້ວຍສຽງເພງ
- lattana banner 1 - 10 ເຄັດລັບແກ້ບັນຫານອນບໍ່ຫຼັບ
-    AD conten website - 10 ເຄັດລັບແກ້ບັນຫານອນບໍ່ຫຼັບ
- lattana banner - 10 ເຄັດລັບແກ້ບັນຫານອນບໍ່ຫຼັບ
error: Alert: ເນື້ອຫາຂ່າວມີລິຂະສິດ !!