FA ປັບເງິນ ເຊລຊີ ຫລັງຮັບຂໍ້ຫາຄຸມນັກເຕະບໍ່ໄດ້

- news201805171801384 - FA ປັບເງິນ ເຊລຊີ ຫລັງຮັບຂໍ້ຫາຄຸມນັກເຕະບໍ່ໄດ້
- kitchen vibe - FA ປັບເງິນ ເຊລຊີ ຫລັງຮັບຂໍ້ຫາຄຸມນັກເຕະບໍ່ໄດ້

​     ​ເຊ​ລຊີ ຖືກ​ສະມາຄົມບານ​ເຕະ​ອັງກິດ​ ສັ່ງ​ປັບ​ໄໝ​ເງິນຈຳນວນ 20.000 ປອນ ຫລັງ​ຍອມຮັບ​ຂໍ້​ຫາ​ໃນ​ກໍລະນີ​ຄວບ​ຄຸມນັກ​ເຕະ​ບໍ່​ໄດ້​ໃນ​ເກ​ມ ພຣີ​ເມຍ​ລີກ ອັງກິດ ທີ່​ສະ​ເໝີ ຮັດ​ເດິ ສຟິລ ທາວ 1-1 ​ໃນ​ອາທິດ​ຜ່ານ​ມາ.

ສະມາຄົມ​ບານ​ເຕະ​ອັງກິດ (FA) ​ໄດ້​ສັ່ງ​ປັບ​ໄໝ​ເງິນ​ສະ​ໂມ​ສອນ ​ເຊ​ລຊີ ຈຳນວນ 20.000 ປອນ ຫລັງ​ຈາກ ​ເຊ​ລຊີ ຍອມຮັບ​ຂໍ້​ຫາ​ທີ່​ບໍ່​ສາມາດ​ຄວບ​ຄຸມ​ນັກ​ເຕະ​ຂອງ​ຕົນ​ເອງ​ໄດ້​ໃນ​ເກ​ມ ພຣີ​ເມຍ​ລີກ ອັງກິດ ທີ່​ສະ​ເໝີ ຮັດ​ເດິ​ສຟິລ ທາວ 1-1 ທີ່​ສະ​ໜາມ​ສະ​ແຕມ​ຟອດ ບຣິດ ​ໃນ​ວັນ​ທີ 9 ພຶດສະພາ​.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນກ່ອນ​ຊ່ວງ​ພັກ​ເຄິ່ງ ​ໂດຍ​ໃນ​ເວລາ​ນັ້ນທີ​ມຂອງ​ຜູ້​ຈັດການ​ທີ​ມ ອັນ​ໂຕ​ນິ​ໂອ ຄອນ​ເຕ້ ​ໄດ້​ລູກ​ເຕະ​ມຸມ ​ແຕ່ ລີ ​ເມ​ສັນ ຜູ້​ຕັດສິນ ຕັດສິນ​ໃຈ​ເປົ່າໝາກ​ຫວີດ​ໝົດ​ເວລາ​ທັນທີ ຈາກ​ກໍລະນີ​ນັ້ນ​ເຮັດ​ໃຫ້ 3 ນັກ​ເຕະ​ຂອງ ​ເຊ​ລຊີ ຄື ອັນ​ໂຕ​ນິ​ໂອ ຣືດິ​ເກີ, ​ເຊ​ຊາ ອັຊປິ​ລິ​ກວຍ​ຕ້າ ​ແລະ ​ເຊ​ສ ຟາ​ເບຣກາສ ​ເຂົ້າ​ໄປ​ປະ​ທ້ວງ ​ເມ​ສັນ ກ່ອນ​ທີ່ ຄາ​ໂລ ຄູ​ດິຊິ​ນີ ຜູ້​ຊ່ວຍ​ຜູ້​ຈັດການ​ທີ​ມ ​ເຊ​ລຊີ ​ເຂົ້າ​ໄປ​ເຈລະຈາ​ກັບ ​ເມ​ສັນ ​​ແລະ ​ຈະ​ເຂົ້າ​ໄປ​ດຶງ ຣືດິ​ເກີ ອອກ​ມາ.

FA ຖະ​ແຫລ​ງວ່າ: ​ເຊ​ລຊີ ຖືກ​ສັ່ງ​ປັບ​ເງິນ​ຈຳນວນ 20.000 ປອນ ຫລັງ​ຈາກ​ຍອມຮັບ​ຂໍ້​ຫາລົ້ມ​ເຫ​ລວ​ໃນ​ການ​ຄວບ​ຄຸມ​ນັກ​ເຕະ ​ແລະ ​ເຈົ້າໜ້າ​ທີ່​ທີ​ມຂອງ​ພວກ​ເຂົາ​​ໃຫ້​ຢູ່່​ໃນ​ລະບຽບ​ໄດ້ ​ເຫດການ​ເກີດ​ຂຶ້ນ​ໃນ​ຊ່ວງ​ພັກ​ເຄິ່ງລະຫວ່າງ​ເກ​ມພົບ ຮັດ​ເດິ​ສຟິລ ທາວ ​ໃນ​ວັນ​ທີ 9 ພຶດສະພາ.

- 3 - FA ປັບເງິນ ເຊລຊີ ຫລັງຮັບຂໍ້ຫາຄຸມນັກເຕະບໍ່ໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!