ພົບລະເບີດສະໄໝສົງຄາມ ໜັກ 340 ກິໂລ ຢູ່ເມືືອງບົວລະພາ

- 265 - ພົບລະເບີດສະໄໝສົງຄາມ ໜັກ 340 ກິໂລ ຢູ່ເມືືອງບົວລະພາ
- kitchen vibe - ພົບລະເບີດສະໄໝສົງຄາມ ໜັກ 340 ກິໂລ ຢູ່ເມືືອງບົວລະພາ

ໃນອາທິດທີ່ຜ່ານມາ ອົງການ MAG Laos  ໄດ້ກວດພົບລະເບີດໃຫ່ຍນໍ້າໜັກ 750 ປອນ ຫຼື 340 ກິໂລ, ​ໄກ​ຈາກຊຸມຊົນພຽງ 150 ແມັດ ແລະ ເລິກຈາກໜ້າດີນ 170 ຊັງຕີແມັດ; ຢູ່ບ້ານໂພນ,ເມືອງບົວລະພາ ແຂວງຄໍາມ່ວນ. ຜ່ານການກວດສອບຂອງຊ່ຽວຊານ ແລະ ວິຊາການ ເຫັນວ່າລະເບິດດັ່ງກ່າວມີຄວາມປອດໄພໃນການເຄື່ອນຍ້າຍ ເພື່ອໄປທຳລາຍໃນເຂດທີ່ມີຄວາມ​ປອດ​ໄພ.

ກາ​ນພົບ​ເຫັນລະ​ເບີດ​ດັ່ງກ່າວ ສົ່ງ​ຜົນ​ເຮັດ​ໃຫ້​ປະຊາຊົນ ມີ​ຄວາມ​ລະ​ແວງ​ແລະ​ເປັນ​ໄປ​ຂົ່ມ​ຄູ່​ຕໍ່​ການ​ທຳ​ມາ​ຫາ​ກິນ ​ເຊິ່ງນັກວິຊາການ ຂອງ​ອົງ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ລາວ ຄາດ​ເດົາ​ວ່າ ຍັງ​ມີ​ລະ​ເບີດ​ບໍ່​ທັນ​​ແຕກ​ໃນ​ໃຕ້​ດິນ​ປະມານ30% ຂອງ​ຈຳນວນ​ລະ​ເບີດ​ບໍ່​ທັນ​ແຕກ​ທັງ​ໝົດ​ຢູ​ໃນ​ລາວ​ເຮົາ ​ເຊິ່ງຕ້ອງ​ໃຊ້​ເວລາ​ໃນ​ການ​ເກັບ​ກູ້.

- Visit Laos Visit SALANA BOUTIQUE HOTEL - ພົບລະເບີດສະໄໝສົງຄາມ ໜັກ 340 ກິໂລ ຢູ່ເມືືອງບົວລະພາ

ຄະນະກຳມະການຄຸ້ມຄອງ ແຫ່ງຊາດເພື່ອການແກ້ໄຂບັນ ຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ( ຄຊລ ) ໄດ້ເປີດເຜີຍໃຫ້ຮູ້ວ່າ: ນັບ​ແຕ່​ປີ1996-2016 ຢູ່​ລາວ​ເຮົາ​ສາມາດ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ອອກ ເນື້ອທທີ່ຫຼາຍ ກວ່າ 60 ພັນເຮັກຕາ,ໃນນັ້ນ 40 ພັນກວ່າເຮັກຕາ ແມ່ນເນື້ອທີ່ກະສິກຳ, ຫຼາຍກວ່າ 20 ພັນເຮັກຕາແມ່ນເນື້ອທີ່ພັດ ທະນາຕ່າງໆ, ລະເບີດບໍ່ທັນແຕກ ຫຼາຍກວ່າ 1,7 ລ້ານໜ່ວຍໄດ້ ຖືກທຳລາຍ. ໃນນັ້ນ, ມີລະເບີດ ບົມໃຫຍ່ຫຼາຍກວ່າ 7.500 ໜ່ວຍ, ລະເບີດລູກຫວ່ານ 8 ແສນກວ່າໜ່ວຍ, ລະເບີດຝັງດິນ 7 ພັນກວ່າໜ່ວຍ ແລະ ລະເບີດ ຊະນິດອື່ນໆ 9 ແສນກວ່າໜ່ວຍ.
ສປປ ລາວ ເປັນປະເທດທີ່ ຖືກ ຖິ້ມລະເບີດທາງອາກາດຢ່າງ ໜັກໜ່ວງທີ່ສຸດໃນໄລຍະສົງ ຄາມອິນດູຈີນລະຫວ່າງ ປີ 1964-1973, ມີລະເບີດຖືກຖິ້ມລົງໃສ່ ແຜ່ນດິນລາວຫຼາຍກວ່າ 2 ລ້ານ ໂຕນ, ໃນນັ້ນສ່ວນຫຼາຍ ແມ່ນ ລະເບີດລູກຫວ່ານ ( ບົມບີ ) ລະເບີດດັ່ງກ່າວມີປະມານ 270 ລ້ານໜ່ວຍ ແລະ ຍັງມີ ປະມານ 30% ບໍ່​ທັນ​ແຕກ,ຊິ່ງລັດຖະບານໃຫ້ຄວາມສຳຄັນໃນການແກ້ ໄຂບັນຫາລະເບີດບໍ່ທັນແຕກ, ໄດ້ອອກຄຳສັ່ງເລກທີ 39/ນຍ ລົງວັນທີ 28 ກັນຍາ 2016 ວ່າດ້ວຍການເພີ່ມທະວີ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແຕ່ນີ້ຮອດປີ 2030 ຮັບປະກັນໃຫ້ຈຳນວນຜູ້ ຖືກບາດເຈັບ ແລະ ເສຍຊີວິດ ຈາກລະເບີດດັ່ງກ່າວ​ສາມາດ​ຫຼຸ​ດຜ່ອນລົງ​ໃນ​ແຕ່ລະ​ປີ.

- 3 - ພົບລະເບີດສະໄໝສົງຄາມ ໜັກ 340 ກິໂລ ຢູ່ເມືືອງບົວລະພາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!