ປີນີ້ທົ່ວປະເທດມີແຜນການປູກໄມ້ 27 ພັນເຮັກຕາ


ພັກ ແລະ ລັດຖະບານ ໄດ້ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບວັນເດັກນ້ອຍສາກົນ, ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນລຸ້ນຫຼັງ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງປ່າໄມ້, ການປົກປັກຮັກສາ ແລະ ພັດທະນາປ່າໄມ້ໃຫ້ຢືນຍົງ. ປ່າໄມ້ແມ່ນຊັບພະຍາກອນທໍາມະຊາດອັນລໍ້າຄ່າ ແລະ ມີບົດບາດສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕໍ່ການຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ ແລະ ຢືນຍົງ, ສາມາດປ້ອງກັນການປ່ຽນແປງດິນຟ້າອາກາດ, ພ້ອມນັ້ນ, ປ່າໄມ້ຍັງປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການດໍາລົງຊີວິດຂອງປະຊາຊົນໃນເຂດຊົນນະບົດ, ອາໃສປ່າໄມ້ເປັນບ່ອນທໍາມາຫາກິນ, ເປັນແຫ່ງຢາພື້ນເມືອງ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບໃຫ້ຄອບຄົວ ປະກອບສ່ວນແກ້ໄຂຄວາມທຸກຍາກຂອງເຂົາເຈົ້າ ດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົນລົບຮັກເວົ້າວ່າ: “ປ່າໄມ້ ຄືຄໍາຂຽວຂອງຊາດ”.
ໃນວັນທີ 22 ພຶດສະພາ ນີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫຼງໃຫ້ຮູ້ວ່າ: ເພື່ອສ້າງຂະບວນການ ພ້ອມທັງປູກຈິດສໍານຶກໃຫ້ທົ່ວສັງຄົມ, ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ວາງຄາດໝາຍໄວ້ວ່າຈະປູກໄມ້ໃຫ້ໄດ້ທັງໝົດ 27.000 ເຮັກຕາ ແລະ ຟື້ນຟູປ່າທໍາມະຊາດໃຫ້ໄດ້ຫຼາຍກວ່າ 5 ແສນເຮັກຕາ ແລະ ເພື່ອບັນລຸຄາດໝາຍດັ່ງກ່າວກໍໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນໃນທົ່ວປະເທດ ກະກຽມ ແລະ ກ້າເບ້ຍໄມ້ໄວ້ແລ້ວ 14 ລ້ານເບ້ຍ ແລະ ໃນວັນທີ 25 ພຶດສະພາ ຫາວັນທີ 6 ມິຖຸນາ ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ນະຄອນຫຼວງວຽງຈັນ ຈະໄດ້ຈັດງານວາງສະແດງ, ໂຄສະນາ ແລະ ຈໍາໜ່າຍຕົ້ນໄມ້, ເບ້ຍໄມ້ ແລະ ໄມ້ປະດັບຕ່າງໆ ຢູ່ທີ່ເດີ່ນພະທາດຫຼວງ ແລະ ຈະຈັດຕັ້ງການປູກໄມ້ຢູ່ 3 ຈຸດສໍາຄັນຄື: ຢູ່ສູນຄົ້ນຄວ້າປ່າໄມ້ນໍ້າຊວງ, ວິທະຍາຄານໄກສອນພົມວິຫານ ແລະ ມີແຜນປູກຢູ່ທ້ອງຖິ່ນຕ່າງໆ ໃຫ້ເປັນຂະບວນຟົດຟື້ນ.
ທ່ານລັດຖະມົນຕີກ່າວວ່າ: ເນື່ອງໃນໂອກາດວັນດັ່ງກ່າວ ຈົ່ງຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ປະກອບສ່ວນຕາມເງື່ອນໄຂຄວາມສາມາດເຂົ້າໃນການປູກໄມ້ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ວັດຖຸດິບ ແລະ ຜະລິດຕະຜົນປ່າໄມ້ໄດ້ຢ່າງຍືນນານ ບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ເປັນສ່ວນປະກອບສໍາຄັນ ເຂົ້່າໃນການພັດທະນາເສດຖະກິດຂອງຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ດັ່ງຄໍາຂວັນທີ່ວ່າ “ປູກຕົ້ນໄມ້ໃນວັນນີ້ ຈະມີຊີວິດ ທີ່ດີໃນວັນໜ້າ”.