ອີຣານຕັ້ງເງື່ອນໄຂໃຫ້ເອີຣົບ ຖ້າຢາກຮັກສາຂໍ້ຕົກລົງນິວເຄຼຍ


ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຢາຕໍເລາະ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣານ ກ່າວໃນວັນທີ 23 ພຶດສະພາວ່າ: ໃນໄລຍະເກືອບ 40 ປີຜ່ານມາ, ລັດຖະບານວໍຊິງຕັນທຸກຍຸກທຸກສະໄໝພະຍາຍາມຢ່າງໜັກ ໃນການໂຄ່ນລົ້ມລັດຖະບານເຕຮາລານ, ແຕ່ບໍ່ເຄີຍປະສົບຜົນສຳເລັດ.
ທ່ານ ຢາຕໍເລາະ ຄາເມເນອີ ກ່າວອີກວ່າ: ບັນຍາກາດຂອງການພົວພັນລະຫວ່າງ ອາເມລິກາ ກັບ ອີຣານ ສ້າງຄວາມສົງໄສໃຫ້ຫລາຍຝ່າຍມາຕະຫລອດວ່າ: ເພາະເຫດໃດການເຈລະຈາຈຶ່ງບໍ່ເຄີຍມີທ່າອ່ຽງປະສົບຜົນສຳເລັດ, ຄຳຕອບຂອງເລື່ອງນີ້ບໍ່ຍາກ ເພາະລັດຖະບານວໍຊິງຕັນ “ບໍ່ສາມາດຮັກສາສັດຈະ ຫລື ຄຳໝັ້ນສັນຍາໃດໄດ້”. ຕະຫລອດໄລຍະກວ່າ 3 ປີທີ່ຂໍ້ຕົກລົງນິວເຄຼຍອີຣານໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້ໃນປີ 2014 ລັດຖະບານວໍຊິງຕັນລະເບີດຂໍ້ຕົກລົງເລື້ອຍໆ ໂດຍການອອກມາດຕະການກົດດັນທາງເສດຖະກິດຕໍ່ອີຣານ.
ດ້ວຍເຫດນີ້, ທ່ານ ຢາຕໍເລາະ ຄາເມເນອີ ປະກາດຕັ້ງເງື່ອນໄຂຕໍ່ກຸ່ມປະເທດເອີຣົບ ໃນກໍລະນີທີ່ຍັງຕ້ອງການໃຫ້ລັດຖະບານເຕຮາລານຮ່ວມເປັນພາຄີຂອງຂໍ້ຕົກລົງນິວເຄຼຍຕໍ່ໄປ ໂດຍລວມທັງການທີ່ສະຖານບັນການເງິນຂອງເອີຣົບຕ້ອງມີ “ມາດຕະການປົກປ້ອງ” ການຄ້າກັບອີຣານ ແລະ ການປົກປ້ອງການຄ້າຂາຍນ້ຳມັນດິບລະຫວ່າງອີຣານກັບປະຊາຄົມໂລກ ຈາກມາດຕະການຂວ້ຳບາດຂອງອາເມລິກາ ເຊິ່ງໝາຍຄວາມວ່າ: ເອີຣົບຕ້ອງຊື້ນ້ຳມັນດິບຂອງອີຣານຕໍ່ໄປ.