ອາຊຽນ-ການາດາຮ່ວມມືສ້າງຄວາມເຂັ້ມແຂງຂອງຈຸດຜ່ານແດນ


ໃນວັນທີ 24 ພຶດສະພານີ້, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ພ້ອມຄູ່ຮ່ວມງານ, ໄດ້ຈັດກອງປະຊຸມໂຄງການຮ່ວມມືອາຊຽນ-ການາດາ ໃນການກຽມພ້ອມຂອງຈຸດຜ່ານແດນ, ເພື່ອສ້າງຕາໜ່າງວິຊາການ ແລະ ກົນໄກການປະສານງານໃຫ້ມີຄວາມເຂັ້ມແຂງ ແລະ ຄວາມພ້ອມຂອງຈຸດຜ່ານແດນຢູ່ອາຊຽນ, ໂດຍສະເພາະແມ່ນການປະເມີນຄວາມສ່ຽງຕ່າງໆຂອງພະຍາດ, ໂດຍຜ່ານໂຄງການ (ASEAN Biodiaspora) ແລະ ເພື່ອກໍານົດແນວທາງໃນການປັບປຸງຄວາມອາດສາມາດຂອງພະນັກງານແພດປະຈຳຈຸດຜ່ານແດນໃນຂົງເຂດຂອງການຄົ້ນຫາ, ການສອບສວນ ແລະ ຕອບໂຕ້ພະຍາດຊຶມເຊື້ອທີ່ເກີດໃໝ່ຕ່າງໆ.
ອຸປະທູດການາດາປະຈໍາລາວ ກ່າວວ່າ: ການກະກຽມຄວາມພ້ອມນີ້, ແມ່ນທ່ວງທັນກັບສະພາບການ ເປັນຕົ້ນແມ່ນໄລຍະທີ່ມີການລະບາດຂອງພະຍາດອີໂບລາ ຢູ່ປະເທດອາຟຣິກາຕາເວັນຕົກໃນປີ 2014, ແລະ ໃນປີນີ້ ພະຍາດອີໂບລາ ໄດ້ກັບຄືນມາລະບາດອີກເທື່ອໃໝ່ ໃນຂົງເຂດທີ່ມີການບົ່ມຊ້ອນຂອງເຊື້ອພະຍາດ. ນອກຈາກນີ້, ຍັງມີພະຍາດອັກເສບລະບົບຫາຍໃຈຮຸນແຮງຕາເວັນອອກກາງ ຍ້ອນເຊື້ອຈຸລະໂລກໂກໂລນາ, ຊີກາ, ເອັດໄອວີ/ເອດສ, ກໍລະນີໃໝ່ຂອງພະຍາດວັນນະໂລກ ແລະ ການລະບາດຂອງພະຍາດໄຂ້ຫວັດສັດປີກ. ຄວາມຮຽກຮ້ອງຕ້ອງການຢູ່ຈຸດຜ່ານແດນ ບໍ່ພຽງແຕ່ການສະກັດກັ້ນຜູ້ທີ່ຕິດເຊື້ອພະຍາດ ແລະ ກັກກັນໃນກໍລະນີສົງໄສເທົ່ານັ້ນ ແຕ່ຈະຕ້ອງມີສະພາບແວດລ້ອມທີ່ປອດໄພ ສຳລັບຜູ້ເດີນທາງຜ່ານສະໜາມບິນ ຫລື ຈຸດຜ່ານແດນສາກົນເຊັ່ນກັນ ລວມທັງນ້ຳດື່ມທີ່ສະອາດ, ອາຫານທີ່ປອດໄພ, ຫ້ອງນ້ຳສາທາລະນະທີ່ສະອາດ ແລະ ມີການກຳ ຈັດຂີ້ເຫຍື້ອທີ່ຖືກຕ້ອງ.
ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ສປປ ລາວ ແມ່ນປະເທດໜຶ່ງ ທີ່ມີຊາຍແດນເຊື່ອມຕໍ່ ແລະ ຕິດຈອດກັບປະເທດຈີນ, ມຽນມາ, ຫວຽດນາມ, ກຳປູເຈຍ ແລະ ໄທ ທັງມີເສັ້ນທາງເຊື່ອມຕໍ່ສູ່ບັນດາປະເທດໃນຂົງເຂດນີ້. ດ້ວຍຖ້ຽວບິນໂດຍກົງ ແລະ ຖ້ຽວບິນທີ່ບໍ່ບິນກົງຈາກປະເທດຕົ້ນທາງທີ່ມີການລະບາດຂອງພະຍາດ, ດັ່ງນັ້ນກໍອາດເປັນປະເທດໜຶ່ງທີ່ມີຄວາມສ່ຽງ, ຖ້າຫາກວ່າຄວາມຮຽກຮ້ອງຕ້ອງການທັງໝົດຂອງລະບຽບສາກົນ ທາງດ້ານສາທາລະນະສຸກ ໂດຍສະເພາະວຽກຈຸດຜ່ານແດນ ບໍ່ໄດ້ຖືກປະຕິບັດຢ່າງໜ້າເພິ່ງພໍໃຈ ແລະ ປັດຈຸບັນລາວເຮົາຈະຕ້ອງມີຄວາມພ້ອມໃນການນຳໃຊ້ມາດຕະການຄວບຄຸມ ເປັນຕົ້ນແມ່ນການທຳຄວາມສະອາດ, ການຂ້າເຊື້ອ, ການຄວບຄຸມໜູ ແລະ ແມງໄມ້ ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອພະຍາດຢູ່ຈຸດຜ່ານແດນ, ພ້ອມທັງຮັກສາອະນາໄມຢ່າງຖືກຕ້ອງ, ມີສຸຂະອະນາໄມທີ່ດີ ແລະ ສະພາບແວດລ້ອມ ປອດຈາກພາຫະນະນຳເຊື້ອຕ່າງໆ.
ເກີດເຫດຜົວຍິງເມຍເສຍຊີວິດຢູ່ແຂວງຫົວ
ພັນ.
ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ວັນທີ 21 ພຶດສະພານີ້, ໄດ້ເກີດເຫດຜົວຍິງເມຍເສຍຊີວິດ ກ່ອນຈະໃຊ້ປືນຍິງໂຕເອງຈົບຊີວິດລົງດ້ວຍກັນ, ຊຶ່ງເຫດການດັ່ງກ່າວເກີດຂຶ້ນຢູ່ບ້ານຫ້ວຍມ້າ, ເມືອງຊໍາເໜືອແຂວງດັ່ງກ່າວ, ຜູ້ເສຍຊີວິດຊື່ນາງ ປາຫວ່າງ ອາຍຸ 34 ປີປະຊາຊົນບ້ານຫ້ວຍມ້າ, ຖືກລູກປືນຍິງເຂົ້າທາງຫຫລັງເບື້ອງຂວາຊອດເອີກເບື້ອງຊ້າຍ ແລະ ຢູ່ຫ່າງຈາກເຮືອນປະມານ 50 ແມັດ ກໍໄດ້ພົບສົບທ້າວ ໄຊຈື່ມົວ ອາຍຸ 44 ປີຜູ້ເປັນຜົວ ນອນເສຍຊີວິດຢູ່ຢ່າງໜ້າສັງເວດ.
ຈາກການສືບສວນ-ສອບສວນເບື້ອງຕົ້ນໄດ້ຮູ້ວ່າ: ໃນວັນທີ 20 ພຶດສະພາ, ທັງສອງໄດ້ຜິດຖຽງກັນຮ້າຍແຮງ ເຮັດໃຫ້ນາງ ປາຫວ່າງ ອອກຈາກເຮືອນໄປນອນຢູ່ເຮືອນລຸງຂອງຜູ້ກ່ຽວ, ເພາະຄອບຄົວຂອງລຸງໄປຢາມພີ່ນ້ອງຢູ່ຕ່າງເມືອງ. ຮອດເວລາປະມານ 3:00 ໂມງຂອງວັນທີ 21 ພຶດສະພາ 2018, ທ້າວ ໄຊຈື່ມົວ ໄດ້ນໍາໄປຫາເມຍຢູ່ເຮືອນລຸງ, ພ້ອມທັງເອົາປືນໄປນຳ ພໍໄປຮອດ ຜູ້ກ່ຽວກໍເຂົ້າໄປໃນເຮືອນເຫັນເມຍນອນຢູ່ແລ້ວໃຊ້ຍິງໃສ່ 1 ນັດເຮັດໃຫ້ ນາງ ປາຫວ່າງ ເສຍຊີວິດຄາທີ່. ຈາກນັ້ນ, ທ້າວ ໄຊຈື່ມົວ ໄດ້ຍ່າງອອກຈາກຈຸດເກີດເຫດປະມານ 50 ແມັດ ແລ້ວໃຊ້ປືນກະບອກດຽວກັນຍິງຕົວເອງ 3 ນັດ ພ້ອມຈົບຊີວິດລົງຍ້ອນຄວາມຫຶງຫວງ.