ເມົາຢາບ້າ ຈົນກໍ່ເຫດຄາຕະກຳ 2 ແມ່ລູກທີ່ໄປຂຸດຈີ່ຫລໍ່ຢູ່ສວນກາເຟ ຍ້ອນຄິດວ່າຈະໄປແຈ້ງຕຳຫລວດມາຈັບ


ເຫດຄາຕະກຳ 2 ແມ່ລູກ ຢູ່ສວນກາເຟ ເຂດບ້ານໜອງເຂືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ເມື່ອວັນທີ 24 ກັນຍາ 2023 ທີ່ຜ່ານມາ, ເຮັດໃຫ້ຜູ້ເປັນແມ່ຊື່ ນາງ ໄຜ່ ອາຍຸ 30 ປີ, ອາຊີບຊາວສວນ ເສຍຊີວິດຄາທີ່ ແລະ ລູກ ຊື່ ນາງ ລີຕ້າ ອາຍຸ 8 ປີ ບາດເຈັບສາຫັດ.
ພັທ ຄໍາໄມ ດວນມະນີ ຫົວໜ້າພະແນກຕໍາຫລວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ລາຍງານວ່າ: ພາຍຫລັງເຈົ້າໜ້າທີ່ຕຳຫລວດວິຊາສະເພາະໄດ້ຮັບແຈ້ງເຫດຄາຕຳກຳ ຈຶ່ງລົງເກັບກຳຂໍ້ມູນ ແລະ ກຳນົດເປົ້າໝາຍ, ຮອດວັນທີ 30 ກັນຍາ 2023 ຈຶ່ງສາມາດກັກຕົວຜູ້ລົງມືກໍ່ເຫດໄດ້ ຊື່ ທ້າວ ໄພທູນ ອາຍຸ 22 ປີ, ອາຊີບຊາວສວນ, ຢູ່ບ້ານໜອງເຂືອງ ເມືອງປາກຊ່ອງ ແຂວງຈຳປາສັກ. ປັດຈຸບັນ ຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍບ້ານເມືອງ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກໍ່ເຫດຮັບສາລະພາບວ່າ: ວັນທີ 24 ກັນຍາ 2023 ຜ່ານມາ ຜູ້ກ່ຽວໄດ້ໄປຊື້ຢາບ້ານຳໄວ້ລຸ້ນບໍ່ຮູ້ຊື່ ຢູ່ບ້ານຈັນສະຫວ່າງ ເມືອງປາກຊ່ອງ 13 ເມັດ, ເມັດລະ 10.000 ກີບ ແລ້ວເອົາມາເສບໝົດ 10 ເມັດ ຢູ່ປ່າກາເຟ ບ້ານໜອງເຂືອງໃຫຍ່ ເຮັດໃຫ້ມີອາການມຶນເມົາ, ຮອດເວລາປະມານ 11:00 ໂມງ ຂອງວັນດຽວກັນກໍຍ່າງອອກໄປເບິ່ງສວນມັນຕົ້ນຂອງແມ່ເຖົ້າເຊິ່ງຫ່າງຈາກບ້ານປະມານ 6 ກິໂລແມັດ ເມື່ອໄປຮອດຈຶ່ງເອົາຢາເສບຕິດທີ່ຍັງເຫລືອ 3 ເມັດ ອອກມາເສບ, ໃນຂະນະທີ່ກຳລັງເສບຢາຢູ່ນັ້ນ ມີນາງ ໄຜ່ ແລະ ນາງ ລີຕ້າ (ຜູ້ເສຍຊີວິດ ແລະ ຜູ້ບາດເຈັບ) ຍ່າງເລາະຫາຂຸດຈິຫລໍ່ຢູ່ສວນຂ້າງກັນ ເມື່ອເຫັນແນວນັ້ນກໍຄິດວ່າ ນາງ ໄຜ່ ແລະ ນາງ ລີຕ້າ ຈະໄປບອກເຈົ້າໜ້າທີ່ຕຳຫລວດ ຜູ້ກ່ຽວຄິດຢ້ານພ້ອມມີອາການມຶນເມົາປະສາດຫລອນ. ຕໍ່ມາຈຶ່ງຂ້າມສວນໄປຫາສອງແມ່ລູກ ແຕ່ ນາງ ໄຜ່ ເຫັນແນວນັ້ນກໍຍ່າງໜີ. ຂະນະດຽວກັນ ທ້າວ ໄພທູນ ໄດ້ຍ່າງນຳໄປແລ້ວຈັບແຂນ ແລ້ວ ນາງ ໄຜ່ ຈຶ່ງເອົາດ້າມສຽມທີ່ຖືມາຕີໃສ່ຫລັງ ຂອງ ທ້າວ ໄພທູນ 1 ບາດ ແລະ ທ້າວ ໄພທູນ ຈຶ່ງໃຊ້ກຳປັ້ນຊັດໃສ່ໜ້າຂອງ ນາງ ໄຜ່ ຈຳນວນຫລາຍບາດ ຈົນລົ້ມລົງພື້ນດິນ ແລ້ວ ນາງ ໄຜ່ ໄດ້ເອົາຕີນທໍາ ທ້າວ ໄພທູນ ຈົນລົ້ມລົງ. ຈາກນັ້ນ ນາງ ໄຜ່ ລຸກຂຶ້ນໄດ້ແລ້ວຈູງແຂນລູກສາວແລ່ນໜີ ແຕ່ຜູ້ກໍ່ເຫດ ກໍແລ່ນຕາມຫລັງໄປໃຊ້ຕີນທໍາໃສ່ຫລັງຈົນລົ້ມລົງພື້ນ, ເວລານັ້ນ ທ້າວ ໄພທູນ ສັງເກດເຫັນມີດຍາວປະມານ 30 ຊັງຕີແມັດ ຢູ່ໃນຖົງພາຍຂອງ ນາງ ໄຜ່ ຈຶ່ງຈັບເອົາມາຟັນໃສ່ຫົວຫລາຍບາດ. ເວລານັ້ນຜູ້ເປັນລູກສາວເຫັນແນວນັ້ນກໍໃຊ້ດ້າມສຽມຕີໃສ່ ທ້າວ ໄພທູນ ຫລາຍບາດ ແລະ ທ້າວ ໄພທູນ ຈຶ່ງໄດ້ເອົາມືດຟັນໃສ່ຫົວເບື້ອງຫລັງຂອງ ນາງ ລີຕ້າ 2 ບາດ ຈົນໝົດສະຕິໄປ ແລ້ວກັບມາຟັນໃສ່ຫົວຂອງ ນາງ ໄຜ່ ຕື່ມອີກຫລາຍບາດ ເຮັດໃຫ້ເສຍຊີວິດຄາທີ່. ຫລັງຈາກກໍ່ເຫດແລ້ວ ທ້າວ ໄພທູນ ກໍເອົາຕົວຫລົບໜີໄປລີ້ຊ່ອນຢູ່ໃນປ່າກາເຟ, ຮອດວັນທີ 30 ກັນຍາ 2023 ຖືກກັກຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.