ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ຢ້ຽມຢາມໂຄງການພະລັງງານນໍ້າໄຊຍະບູລີ ພາຍຫລັງສຳເລັດການກໍ່ສ້າງແລ້ວ 94%


ໃນວັນທີ 26 ພຶດສະພາ 2018, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແຂວງໄຊຍະບູລີ, ໂດຍການຕ້ອນຮັບຂອງທ່ານ ເຈົ້າແຂວງ ແລະ ການນໍາຂອງແຂວງ, ຜູ້ລົງທຶນພັດທະນາໂຄງການໄຟຟ້າຂະໜາດໃຫຍ່ດັ່ງກ່າວດ້ວຍ.
ໂອກາດດັ່ງກ່າວ, ຮອງຜູ້ຈັດການບໍລິສັດ ໄຊຍະບູລີພາວເວີ ໄດ້ລາຍງານໃຫ້ຮູ້ວ່າ: ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ມາຮອດປັດຈຸບັນ ແມ່ນມີຄວາມຄືບໜ້າແລ້ວ 94%, ພາຍຫລັງໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2012 ແລະ ຄາດວ່າຈະສາມາດແລ່ນຈັກທົດລອງຜະລິດກະແສໄຟຟ້າໜ່ວຍທຳອິດ ໃນທ້າຍເດືອນຕຸລາ 2018 ນີ້ ແລະ ຮອດປີ 2019 ແມ່ນຈະສໍາເລັດ 100% ແລະ ເປີດເຄື່ອງຜະລິດໄຟຟ້າສົ່ງຂາຍໃຫ້ປະເທດໄທ ແລະ ນຳໃຊ້ພາຍໃນປະເທດຈໍານວນໜຶ່ງ. ໃນຄວາມອາດສາມາດຂອງກຳລັງຕິດຕັ້ງທັງໝົດຫລາຍກວ່າ 1.280 ເມກາວັດ ໃນລັກສະນະເປັນເຂື່ອນນໍ້າໄຫລ ໂດຍສະເລ່ຍ 4.000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28,5 ແມັດ, ສັນເຂື່ອນກວ້າງ 820 ແມັດ, ມີປະຕູລະບາຍນໍ້າ 7 ປ່ອງ ແລະ ປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂຶ້ຶຶຶຶຶນລົງກວ້າງ 12 ແມັດ, ຍາວ 700 ແມັດ, ສາມາດຮັບຮອງເຮືອຂົນສົ່ງສິນຄ້າຂະໜາດ 500 ໂຕນໄດ້ສະດວກສະບາຍ, ມີລະບົບສົ່ງໄຟຟ້າ 500 ກິໂລໂວນ ຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເພື່ອຮັບໃຊ້ພາຍໃນປະເທດຈຳນວນໜຶ່ງ ລວມມີມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ໃຫ້ກຽດພົບປະໂອ້ລົມ ໂດຍເນັ້ນໃຫ້ບໍລິສັດຈົ່ງເອົາໃຈໃສ່ໃນການກໍ່ສ້າງໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ວາງໄວ້, ພ້ອມຮັບປະກັນມາດຖານເຕັກນິກ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ ໂດຍສະເພາະແມ່ນຄອບຄົວ ແລະ ບ້ານທີ່ຖືກຍົກຍ້າຍໄປຢູ່ເຂດຈັດສັນໃໝ່, ມີອາຊີບທີ່ໝັ້ນທ່ຽງ ແລະ ຄົງທີ່, ມີລາຍຮັບທີ່ແນ່ນອນ ແລະ ຍືນນານ.