ນ້ຳຢາຢອດຕານາໂນແກ້ບັນຫາສາຍຕາສັ້ນ – ຍາວ

- 030406 2018 - ນ້ຳຢາຢອດຕານາໂນແກ້ບັນຫາສາຍຕາສັ້ນ – ຍາວ
- kitchen vibe - ນ້ຳຢາຢອດຕານາໂນແກ້ບັນຫາສາຍຕາສັ້ນ – ຍາວ

 

ສຳລັບຄົນຫລາຍກ່ວາ 200 ລ້ານຄົນທົ່ວໂລກທີ່ມີບັນຫາທາງດ້ານສາຍຕາ ການໃສ່ແວ່ນຕາກໍຊ່ວຍໃຫ້ເບິ່ງເຫັນໄດ້ແຈ້ງຫລາຍຂຶ້ນ, ການໃສ່ຄອນແທັກເລນກໍເປັນອີກທາງເລືອກໜຶ່ງ ແລະ ການຜ່າຕັດແກ້ໄຂບັນຫາສາຍຕາດ້ວຍແສງເລເຊີທີ່ຊ່ວຍປັບຮູບຊົງຂອງຄໍເນຍ Cornea ຫລື ແກ້ວຕາ ເຊິ່ງເປັນເນື້ອເຍື່ອຊັ້ນບາງໆເທິງເລນຕາ ແລະ ເນື້ອເຍື່ອຕາກໍເປັນອີກວິທີໜຶ່ງ.

- Visit Laos Visit SALANA BOUTIQUE HOTEL - ນ້ຳຢາຢອດຕານາໂນແກ້ບັນຫາສາຍຕາສັ້ນ – ຍາວ

ທີມນັກວິໄຈອິສຣະແອນ ກ່າວວ່າ : ຢາຢອດຕານາໂມ NANO ທີ່ພວກເຂົາພັດທະນາຂຶ້ນ ອາດຊ່ວຍສະເໜີທາງເລືອກທີ່ງ່າຍຕໍ່ບັນຫາສາຍຕາເຫລົ່ານີ້.

ເດວິດ ສະມາດຈາ ຜູ້ອຳນວຍການແຫ່ງ ຣີແຟລກທີຟ ເຊີເຈີຣີ ຊາ ເຊເດກເມດິຄອລ ເຊັນເຕີ ກ່າວວ່າ : ແນວຄິດນີ້ແມ່ນການຫາທາງປິ່ນປົວ ຫລື ປັບປ່ຽນການຫັກເຫຂອງແສງດ້ວຍຢາຢອດຕາໂດຍບໍ່ຕ້ອງປັບຮູບຊົງຂອງແກ້ວຕາດັ່ງທີ່ເກີດຂຶ້ນຈາກການໃສ່ແວ່ນຕາ, ການໃສ່ຄອນແທັກເລນ ຫລື ການຜ່າຕັດສາຍຕາດ້ວຍແສງເລເຊີ, ແຕ່ເປັນການປັບປ່ຽນດັດຊະນີຫັກເຫໃນແກ້ວຕາເພື່ອຊ່ວຍປັບໃຫ້ແສງທີ່ຕົກກະທົບກັບແກ້ວຕາມີຄວາມແຈ້ງຂຶ້ນ.

ຂັ້ນຕອນນີ້ໄດ້ຮັບການອອກແບບໃຫ້ສາມາດເຮັດໄດ້ດ້ວຍຕົນເອງຢູ່ເຮືອນ ໂດຍໃຊ້ແອັບໂທລະສັບມືຖືສະມາດໂຟນທີ່ວັດແທກ ການປັບປ່ຽນທີ່ຈຳເປັນ ເພື່ອຊ່ວຍໃຫ້ສາຍຕາເບິ່ງເຫັນໄດ້ແຈ້ງຂຶ້ນ.

ແລະ ຫລັງຈາກຢອດນຳ້ຢາຢອດຕານາໂນນີ້ແລ້ວ ນຳ້ຢາຢອດຕານາໂນຈະເຂົ້າໄປໃນຮ່ອງສະຫລັກຂະໜາດນ້ອຍເທິງແກ້ວຕານີ້ເພື່ອໃຫ້ແສງທີ່ຕົກລົງເທິງແກ້ວຕາມີຄວາມແຈ້ງ.

ການທົດລອງເບື້ອງຕົ້ນຫລາຍເທື່ອກັບຕາຂອງສັດທົດລອງ ສາມາດວິເຄາະຄວາມຜິດປົກກະຕິຂອງດັດຊະນີຫັກເຫຂອງແສງໃນແກ້ວຕາໄດ້ ທັງກ່ອນໜ້າທີ່ຈະໃຊ້ຢາຢອດຕານາໂນ ແລະ ຫລັງຈາກການຢອດຕານາໂນ ພົບວ່າສາຍຕາເບິ່ງເຫັນໄດ້ແຈ້ງຂຶ້ນດົນຫລາຍຊົ່ວໂມງ ແລະ ຂັ້ນຕໍ່ໄປຂອງການທົດລອງຈະເປັນການຢັ້ງຢືນໄລຍະເວລາຂອງລິດຢາຢອດຕານາໂນ.

ທີມນັກວິໄຈຫວັງວ່າ ຢາຢອດຕານາໂນເພື່ອຊ່ວຍໃຫ້ເບິ່ງເຫັນແຈ້ງຂຶ້ນນີ້ຈະອອກມາສູ່ຕະຫລາດໃຫ້ຄົນທົ່ວໄປໄດ້ໃຊ້ໃນທ້າຍປີໜ້າ.

- 4 - ນ້ຳຢາຢອດຕານາໂນແກ້ບັນຫາສາຍຕາສັ້ນ – ຍາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!