ແຂວງຄໍາມ່ວນສາມາດລຶບລ້າງເມືອງທຸກຍາກໄດ້ 100%


ທ່ານ ສົມໃຈ ເພັດສີນວນ ປະທານປະຊາຊົນແຂວງຄໍາມ່ວນ ໄດ້ໃຫ້ສໍາພາດໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ໃນໄລຍະຜ່ານມາ, ແຂວງຄໍາມ່ວນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ສຸມໃສ່ວຽກງານພັດທະນາຊົນນະບົດຮອບດ້ານ, ມາຮອດປັດຈຸບັນສາມາດສ້າງບ້ານພັດທະນາໄດ້ 430 ບ້ານ ກວມເອົາ 74,91%, ຄອບຄົວພັດທະນາທັງໝົດ 71,310 ຄອບຄົວ ເທົ່າກັບ 89,56% ຂອງຈໍານວນຄົນຄອບຄົວໃນທົ່ວແຂວງ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 1 ບ້ານຄື: ບ້ານ ປຸ່ງເໜືອ ເມືອງ ຫີນບູນ, ບ້ານທຸກຍາກຍັງເຫຼືອ 10 ບ້ານ ເທົ່າກັບ 1,74% ແລະ ທີ່ພົ້ນເດັ່ນຄື ສາມາດລົບລ້າງເມືອງທຸກຍາກ 10 ເມືອງຂອງແຂວງ ປະຕິບັດໄດ້ 100%, ພ້ອມນີ້, ກໍໄດ້ປະກາດຮັບຮອງບ້ານກະສິກໍາພັດທະນາ ໄດ້ 21 ບ້ານໃນ 4 ເມືອງ, ອອກໃບຢັ້ງຢືນຄອບຄົວກະສິກໍາພັດທະນາ ແລະ ຄອບຄົວຕົວແບບດ້ານກະສິກໍາ-ປ່າໄມ້ ໄດ້ 3.182 ຄອບຄົວ ຂອງ 40 ບ້ານ ໃນ 8 ເມືອງ.
ທ່ານ ສົມໃຈ ເພັດສີນວນ ໃຫ້ຮູ້ອີກວ່າ: ໄລຍະຜ່ານມາ ສະພາປະຊາຊົນແຂວງ ໄດ້ພິຈາລະນາ, ຮັບຮອງເອົານິຕິກໍາລຸ່ມກົດໝາຍຂອງອົງການແຂວງເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານສາມສ້າງຄື: ຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ວ່າດ້ວຍ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ພ້ອມກັນນີ້ ໄປຄຽງຄູກັບການເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ ແລະ ໄດ້ຫັນເອົາພະນັກງານຂອງແຂວງ, ຂອງເມືອງລົງຮາກຖານຕາມມະຕິ 03 ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສາມສ້າງ, ນອກນີ້, ຄະນະພັກແຕ່ລະຂັ້ນໄດ້ສຸມສະຕິປັນຍາເຂົ້າໃສ່ການພັດທະນາຮາກຖານບ້ານ, ອໍານາດການປົກຄອງບ້ານ ແຕ່ລະຂັ້ນໄດ້ຮັບການຝຶກອົບຮົມທາງດ້ານກົດໝາຍ ແລະ ທິດສະດີຂັ້ນຕົ້ນ ໂດຍເລັ່ງໃສ່ 13 ຈຸດສຸມຂອງແຂວງ, 20 ຈຸດສຸມຂອງເມືອງ ແລະ 48 ກຸ່ມບ້ານ, ຊຶ່ງປັດຈຸບັນມີກໍາມະການພັກເມືອງລົງເປັນເລຂາພັກຮາກຖານກຸ່ມບ້ານ ມີ 17 ຄົນ, ຢູ່ຂັ້ນຮາກຖານຈຸດສຸມ ແລະ ກຸ່ມບ້ານ, ມີໜ່ວຍພັກຮາກຖານບ້ານ 556 ໜ່ວຍ ແລະ ມີພະນັກງານຂອງເມືອງລົງຊີ້ນໍາ-ນໍາພາຮາກຖານທັງໝົດ 425 ຄົນ, ຍິງ 81 ຄົນ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານບ້ານມີກໍາລັງ ປກຊ ກຸ່ມບ້ານ 85 ຄົນ ແລະ ກໍາລັງ ປກສ ກຸ່ມບ້ານ 365 ຄົນ.