ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ

ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ - 051506 2018 - ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ
ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ - kitchen vibe - ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ

ຜົນຈາກການວິໄຈເມື່ອບໍ່ດົນຜ່ານມາ ຜູ້ຊ່ຽວຊານເປີດເຜີຍ 5 ເຫດຜົນວ່າຜູ້ເຖົ້າຫລີ້ນອິນເຕີເນັດ ແລະ ໂລກອອນລາຍ ແລ້ວອັນຕະລາຍກ່ວາເດັກນ້ອຍ ແລະ ໄວໜຸ່ມ.

  1. ບໍ່ມີປະສົບການຖືກຫລອກລວງ : ຫລາຍຄົນມີທ່າອ່ຽງທີ່ຈະເຊື່ອໄວ້ກ່ອນໂດຍບໍ່ທັນພິຈາລະນາຄວາມຈິງ ພຽງແຕ່ມີແຫ່ລງ ຫລື ບຸກຄົນອ້າງອີງ (ເຊິ່ງອາດຈະບໍ່ແມ່ນແທ້) ກໍເຊື່ອໄດ້ໂດຍງ່າຍ ຄົນທີ່ຫລິ້ນອິນເຕີເນັດມາຕັ້ງແຕ່ໄວໜຸ່ມຈະພົບເລື່ອງຫລອກລວງແບບເກົ່າໆຈົນຮູ້ທັນ, ແຕ່ຜູ້ໃຫຍ່ ຫລື ຜູ້ເຖົ້າທີ່ຫາກໍຫລິ້ນໃໝ່ໆຈະບໍ່ຮູ້ມາກ່ອນ ແລະ ຄິດເອົາເອງວ່າເປັນຄວາມຈິງ ໂດຍສະເພາະຟໍເວີດເມວສຸຂະພາບຕ່າງໆ.
  2. ຂາດພູມຕ້ານທານການຫລອກລໍ້ : ໄວຜູ້ໃຫຍ່ຈົນເຖິງໄວຜູ້ເຖົ້ານັ້ນຕ້ອງເຮັດວຽກຈິງຈັງບາງເທື່ອກໍນຳບໍ່ທັນມຸກຕະຫລົກຫລອກລໍ້ຂອງສັງຄົມອິນເຕີເນັດຍຸກໃໝ່ ບາງເທື່ອກໍຕີຄວາມໝາຍກົງໆໄປຕາມທ່ີເຫັນ ເຮັດໃຫ້ເກີດຄວາມເຄັ່ງຄຽດ, ກຽດຊັງຫລືບໍ່ພໍໃຈໄດ້.
  3. ຮູ້ບໍ່ທັນຮູບພາບຕັດຕໍ່ : ຮູບພາບຕັດຕໍ່ໃນອະດີດນັ້ນເປັນຂະບວນການທີ່ຕ້ອງໃຊ້ຜູ້ຊ່ຽວຊານເຮັດໃນຫ້ອງມືດຖ່າຍຮູບ ບໍ່ແປກທີ່ຜູ້ສື່ສານທີ່ເຖົ້າແລ້ວເຫັນຮູບໂຟໂຕຊ໊ອບ ຫລື ການແຕ່ງຮູບສະໄໝໃໝ່ແລ້ວຈະຫລົງເຊື່ອໄປວ່າມີສິ່ງທີ່ເກີດຂຶ້ນຕາມຮູບແຕ່ງແທ້ໆ ນັບແຕ່ຮູບທີ່ໜ້າເຊື່ອຢ່າງມະຫັດສະຈັນ ໄປຈົນເຖິງຮູບບ່າວສາວທີ່ຕົກແຕ່ງມາໃຫ້ງາມຂຶ້ນຈົນເກີນຈິງ.
  4. ມີເຄືອຂ່າຍກະຈາຍຄວາມເຂົ້າໃຈຜິດຢ່າງກ້ວາງຂວາງ : ເມື່ອຜູ້ເຖົ້າຫັນມາຫລິ້ນອິນເຕີເນັດ ແລະ ໂລກອອນລາຍກໍມັກຈະມາພ້ອມກັບສັງຄົມໝູ່ ໂດຍສະເພາະກຸ່ມໝູ່ເກົ່າສະໄໝຍັງຮຽນ ຫລື ຢູ່ບ່ອນເຮັດວຽກພ້ອມທີ່ຈະສົ່ງຂໍ້ຄວາມ, ຂໍ້ມູນ, ຂ່າວຜິດໆໃຫ້ແຜ່ກະຈາຍໄດ້ໄວກ່ວາເດັກນ້ອຍ ແລະ ໄວໜຸ່ມທີ່ມີກຸ່ມຄົນຮູ້ຈັກແຄບກ່ວາ.
  5. ມີອຳນາດເງິນ ແລະ ຕຳແໜ່ງທີ່ຈະໃຊ້ເຮັດຕາມຄວາມຫລອກລວງເຂົ້າໃຈຜິດ : ເພາະວ່າເປັນຜູ້ຫລັກຜູ້ໃຫຍ່ຢູ່ໃນຕຳແໜ່ງ ໜ້າທີ່ຮັບຜິດຊອບມີຄົນນັບຖື ຫລື ມີກຳລັງຊັບຫລາຍແລ້ວທີ່ສະສົມມາ ເມື່ອຫລົງເຊື່ອເຂົ້າໃຈຜິດສິ່ງໃດກໍພ້ອມຈະທຸ້ມເທໃຊ້ເງິນຄຳຫລື ອຳນາດສັ່ງການ ເຮັດຕາມຄວາມຄິດຂອງຕົນເອງໂດຍບໍ່ຟັງຄົນທັກທ້ວງ ແລະ ອາດສ້າງຄວາມເສຍຫາຍໄດ້ຫລາຍກ່ວາເດັກນ້ອຍ ຫລື ໄວໜຸ່ມຫລາຍເທົ່າ.
ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ - 4 - ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ
ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ - Visit Laos Visit SALANA BOUTIQUE HOTEL - ຜົນກະທົບຂອງໂລກອອນລາຍຕໍ່ຜູ້ເຖົ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!