ລ້ຽງດ້ວງພ້າວເປັນອາຊີບເສີມສ້າງລາຍຮັບໃຫ້ຄອບຄົວ


ໂດຍ: ຊາຍພະເນຈອນ
ການລ້ຽງດ້ວງພ້າວ ເປັນອີກອາຊີບໜຶ່ງທີ່ໜ້າ ສົນໃຈຫຼາຍສໍາລັບຊາວກະສິ ກອນປູກຝັງ-ລ້ຽງສັດ, ເໝາະ ແກ່ຜູ້ທີ່ຍັງບໍ່ມີວຽກເຮັດງານທໍາ ເພື່ອສ້າງລາຍຮັບມາສູ່ ຄອບຄົວ ໂດຍສາມາດຊອກ ຮູ້ຮໍ່າຮຽນດ້ວຍຕົນເອງ ຈາກ ຂໍ້ມູນແຫຼ່ງຂ່າວ ແລະ ວາລະ ສານຕ່າງໆ ທັງເປັນອາຊີບ ທີ່ໃຊ້ຕົ້ນທຶນບໍ່ຫລາຍແຕ່ ສາມາດສ້າງລາຍຮັບໄດ້ ເປັນກອບເປັນກຳ ເພາະດ້ວງ ພ້າວເປັນແມງໄມ້ຊະນິດ ໜຶ່ງເຊິ່ງປະກອບດ້ວຍທາດ ໂປຣຕີນສູງ, ມີລົດຊາດແຊບ ແບບທໍາມະຊາດຈຶ່ງໄດ້ມີປະຊາຊົນຈໍານວນບໍ່ໜ້ອຍ ນິຍົມ ແລະ ພາກັນຫັນມາ ບໍລິໂພກ ດ້ວງພ້າວຫຼາຍຂຶ້ນ. ຈາກ ບັນຫາດັ່ງກ່າວມານັ້ນ, ໃນ ແຕ່ລະທ້ອງຖິ່ນ ຈຶ່ງໄດ້ມີຜູ້ ຄົນ ສົນໃຈ ແລະ ຫັນມາລ້ຽງ ດ້ວງພ້າວຂາຍເປັນອາຊີບ ເສີມຫຼາຍຂຶ້ນເຊັ່ນດຽວກັນ.


+ ຍ້ອນອາຊີບຄ້າຂາຍພາໃຫ້ຊີວິດດີຂຶ້ນ
+ ລ້ຽງງົວຊ່ວຍເສດຖະກິດຄອບຄົວດີຂຶ້ນ
ທ້າວ ອອດ ແກ້ວມຸກດາ ຢູ່ບ້ານນາຊັບ, ເມືອງນາ ຊາຍທອງ, ນະຄອນຫຼວງ ວຽງຈັນກໍແມ່ນຄອບຄົວ ໜຶ່ງລ້ຽງດ້ວງພ້າວ ແລະ ໄດ້ ໃຫ້ສໍາພາດນັກຂ່າວພວກ ເຮົາວ່າ: ແຕ່ກ່ອນຕົນເອງມີ ອາຊີບຮັບຊື້ເຂົ້າ ແລະ ສີເຂົ້າ ຂາຍ, ແຕ່ພາຍຫຼັງໄດ້ຫັນ ມາ ລ້ຽງດ້ວງພ້າວເສີມໄດ້ ປະມານໜຶ່ງປີກໍເຫັນວ່າ ສ້າງລາຍຮັບເພີ່ມໃຫ້ຄອບ ຄົວ. ເຖິງແມ່ນວ່າວີຊາ ການລ້ຽງດ້ວງພ້າວບໍ່ເຄີຍ ໄດ້ສຶກສາຮໍ່າຮຽນມາກ່ອນ ກໍຕາມແຕ່ກໍຍ້ອນໃຈມັກ ຮັກດ້ານນີ້ເຊິ່ງພາຍຫຼັງ ທີ່ໄດ້ຕິດຕາມ ແລະ ເຫັນ ຂ່າວຈາກໂທລະພາບ ເພື່ອນບ້ານຈຶ່ງໄດ້ໂທລະ ສັບໄປຂໍເອົາຂໍ້ມູນຫຼັກການ ແລະ ເຕັກນິກໃນການລ້ຽງ ນໍາເພິ່ນ, ພ້ອມທັງນໍາເອົາ ພໍ່- ແມ່ພັນດ້ວງພ້າວມາ ລ້ຽງລອງ ເບິ່ງໃນຈໍານວນ100 ຄູ່, ເຊິ່ງໄດ້ລົງທຶນ ໃນເບື້ອງຕົ້ນເປັນເງິນທັງ ໝົດ 1 ລ້ານກີບ ໃນນັ້ນ, ນອກຈາກຊື້ພໍ່ແມ່ພັນແລ້ວ ແມ່ນຍັງໄດ້ ຊື້ຊາມ ສໍາລັບ ໃສ່ດ້ວງ, ຝາປິດຊາມ, ລົງ ທຶນເຮັດຄອກ ແລະ ຊື້ມັນ ຕົ້ນ, ເປືອກໝາກພ້າວ, ຮໍາ ອ່ອນ, ຫົວອາຫານໝູນ້ອຍ ແລະ ກາກນໍ້າຕານເພື່ອມາ ປະສົມເຮັດເປັນອາຫານ ສໍາເລັດຮູບໄວ້ລ້ຽງດ້ວງ ພ້າວ.


ທ້າວ ອອດ ໃຫ້ຮູ້ຕື່ມ ອີກວ່າ: ການລ້ຽງ ແລະ ການໃຫ້ອາຫານດ້ວງພ້າວແມ່ນໃຫ້ເທື່ອດຽວຈົນ ຮອດ 35-40 ວັນແມ່ນ ສາມາດນໍາໄປກິນ ແລະ ຂາຍໄດ້ໃນລາຄາຂາຍຍ່ອຍ 100.000ກີບ/ກິໂລ, ລາຄາ ຂາຍສົ່ງໃຫ້ແມ່ຄ້າ 80.000ກີບ/ກິໂລ ໂດຍໄດ້ມີແມ່ຄ້າຕິດ ຕໍ່ຊື້ທາງອອນລາຍ, ແມ່ຄ້າ ຢູ່ຕາມ ຕະຫຼາດ, ຮ້ານອາຫານ ແລະ ບຸກຄົນທົ່ວໄປ. ມາຮອດ ປັດຈຸບັນນີ້, ການລ້ຽງດ້ວງ ພ້າວໄດ້ປະມານ 300-400ຊາມແລ້ວ, ເຊິ່ງແຕ່ລະເດືອນ ແມ່ນໄດ້ຂາຍພໍ່ພັນ-ແມ່ພັນ ປະມານ 1.500-2.000 ຄູ່ ແລະ ນອກຈາກ ພໍ່ພັນ-ແມ່ ພັນ ແລ້ວ ຍັງໄດ້ຂາຍສະເພາະ ດ້ວງພ້າວແຕ່ລະເດືອນປະ ມານ 100-150 ກິໂລ, ສາ ມາດສ້າງລາຍຮັບຈາກການຂາຍພໍ່ພັນ-ແມ່ພັນ ແລະ ດ້ວງທັງໝົດປະມານ 5.000.000-8.000.000ກີບ/ເດືອນ ເຊິ່ງແຕ່ລະມື້ຈະ ມີຜູ້ຊ່ວຍເບິ່ງແຍງ ແລະ ບົວ ລະບັດຮັກສາ 2-3ຄົນ ທີ່ເປັນ ລູກຫຼານໃນຄອບຄົວຕົນເອງ.


ສ່ວນລາຍໄດ້ຈາກ ການຂາຍດ້ວງສາມາດດາວລົດໃຫຍ່ໄດ້ໜຶ່ງຄັນ ແລະ ສາມາດລ້ຽງຄອບຄົວໄດ້ເປັນຢ່າງດີ. ການລ້ຽງດ້ວງພ້າວ ມີຄວາມສະດວກຫຼາຍໃນ ການຊອກຊື້ວັດຖຸດິບທີ່ມີລາ ຄາຖືກ, ຫາໄດ້ງ່າຍ ແລະ ໃຫ້ ອາຫານດ້ວງເທື່ອດຽວຈົນ ຮອດ 35-40 ວັນກໍພໍດີໄດ້ ກິນ ແລະ ຂາຍ ໂດຍບໍ່ຕ້ອງ ເຮັດ ຫຍັງອີກເລີຍ ມີເວລາ ວ່າງ ເຮັດອາຊີບອື່ນອີກກໍໄດ້, ແຕ່ກໍ ຍັງມີຄວາມຫຍຸ້ງ ຍາກ ບາງບັນຫາເຊັ່ນວ່າ ເປືອກ ໝາກ ພ້າວປອກທີ່ນໍາມາ ປະສົມ ເປັນອາຫານແມ່ນ ຕ້ອງໄດ້ ບົດໃຫ້ມຸ່ນລະອຽດ ກ່ອນ, ສ່ວນອີກຈໍານວນ ໜຶ່ງກໍຕ້ອງໄດ້ ສັບເປັນ ປ່ຽງກ່ອນຈຶ່ງປະສົມເປັນ ອາຫານໄດ້.
ອາຊີບລ້ຽງດ້ວງພ້າວ ຂອງຄອບຄົວ ທ້າວ ອອດ ເຖິງຈະເປັນອາຊີບເສີມ ທີ່ ຫາກໍດໍາເນີນມາໄດ້ພຽງໜຶ່ງປີແຕ່ຍ້ອນຄວາມອົດທົນ ພາກພຽນ, ຄວາມເອົາໃຈ ໃສ່ບວກກັບພູມປັນຍາ ແບບຊາວບ້ານບົນຫຼັກ ການ ແລະ ເຕັກນິກໃນການ ລ້ຽງດ້ວງ ພ້າວຈຶ່ງເຮັດໃຫ້ ທຸລະກິດ ຂອງລາວດໍາເນີນ ໄປໄດ້ດີ ແລະ ມີປະສິດທິ ຜົນສູງດ້ວຍການເປັນຕົວ ແທນຈໍາໜ່າຍໃຫ້ກັບລູກ ຄ້າໄດ້ຢ່າງສະໝໍ່າສະເໝີ ໂດຍບໍ່ມີອຸປະສັກໃດໆ ມາ ກີດກັ້ນໄດ້ ແລະ ໃນອະນາ ຄົດມໍ່ໆນີ້ສາມາດ ຂະຫຍາຍ ກິດຈະການອອກຕື່ມໄດ້ ແລະ ຈະກາຍເປັນຕົວແບບ ທາງດ້ານການປະກອບອາຊີບເສີມໃຫ້ກັບຜູ້ອື່ນໆ.

