7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ

7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ - Aphthous ulcer - 7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ
7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ - kitchen vibe - 7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ

ຮ້ອນໃນເກີດໄດ້ຈາກຫຼາຍສາເຫດ ບໍ່ວ່າຈະເປັນການດື່ມນໍ້າໜ້ອຍ, ຄຽດ, ຮ່າງກາຍຂາດສານອາຫານ ແລະ ອື່ນໆ. ວິທີແກ້ຮ້ອນໃນແບບງ່າຍໆ ຖ້າເຮັດໄດ້ຕາມນີ້ບໍ່ແມ່ນແຕ່ພຽງຮ້ອນໃນຈະດີ ຍັງໄດ້ສຸຂະພາບດີໆເປັນຂອງແຖມນຳອີກ.

  1. ດື່ມນໍ້າຫຼາຍໆ: ການດື່ມນໍ້າຫຼາຍໆຈະຊ່ວຍປ້ອງກັນບໍ່ໃຫ້ແຜຮ້ອນໃນແຜ່ລາມ ຍິ່ງຖ້າເປັນນໍ້າເຢັນຈະຍິ່ງຊ່ວຍຫຼຸດອາການແສບໄດ້ດີ ດີໄວແນ່ນອນ.
  2. ກິນຂອງເຢັນໆ: ນອກຈາກຈະຫຼຸດຄວາມເຈັບປວດແລ້ວ ຍັງເຮັດໃຫ້ພາຍໃນປາກຊຸ່ນຊື່ນ.
  3. ບ້ວນປາກດ້ວຍນໍ້າເກືອ: ເກືອມີລິດໃນການຂ້າເຊື້ອ (ເກືອ 1 ບ່ວງຊາຕໍ່ນໍ້າ 1 ຈອກ) ແລ້ວບ້ວນປາກມື້ລະ 2-3 ຄັ້ງ ຈະຊ່ວຍຫຼຸດແບັກທີເຣຍໃນປາກ.
  4. ງົດນໍ້າຢາບ້ວນປາກ: ເພາະສ່ວນປະສົມຂອງນໍ້າຢາບ້ວນປາກອາດເຮັດໃຫ້ອາການຍິ່ງແຜ່ລາມ.
  5. ງົດອາຫານທີ່ີລົດຊາດຈັດ: ເຊັ່ນອາຫານທີ່ມີລົດຊາດເຜັດ, ເຄັມ ຫຼື ສົ້ມ ສ່ວນເຄື່ອງດື່ມຮ້ອນໆກໍບໍ່ຄວນດື່ມ ເພາະຈະເຮັດໃຫ້ລະຄາຍແຜ ແລະ ຈະເຮັດໃຫ້ອາການໜັກກວ່າເກົ່າ.
  6. ສະໝຸນໄພ ອາຫານທີ່ມີລິດເຢັນເຊັ່ນ: ໝາກຮະຂີ້ນົກ, ໝາກອື ແລະ ໝາກໂຕ່ນ ຊ່ວຍບັນເທົາອາການເຈັບໄດ້ ແລະ ຍັງສະໝານແຜໃຫ້ດີໄວຂຶ້ນ ແລະ ດື່ມນໍ້າຜັກໜອກ.
  7. ພັກຜ່ອນໃຫ້ພຽງພໍ: ການນອກພັກຜ່ອນໃຫ້ພຽງພໍ, ພະຍາຍາມບໍ່ຄຽດ ຈະຊ່ວຍເຮັດໃຫ້ຮ່າງກາຍຟື້ນຟູຕົວຂຶ້ນໄດ້ໄວ.

 

7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ - Visit Laos Visit SALANA BOUTIQUE HOTEL - 7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ
7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ - 4 - 7 ວິທີແກ້ຮ້ອນໃນ ດີໄວທັນໃຈບໍ່ຈໍາເປັນຕ້ອງໃຊ້ຢາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!