4 ສິ່ງທີ່ຕ້ອງຄຳນຶງໄວ້ໃນການຕອບຄຳຖາມສຳພາດວຽກ
July 11, 2022 - 8:51 AM

- ຕອບເຫດຜົນທີ່ເຮົາເລືອກມາສະໝັກກັບອົງກອນນີ້ ໂດຍຍົກແງ່ມຸມໃນການເຮັດວຽກຂອງອົງກອນທີ່ເຮັດໃຫ້ເຮົາຢາກມາເຮັດວຽກນຳແບບສະເພາະເຈາະຈົງ ບໍ່ວ່າຈະເປັນການເຕີບໃຫຍ່ໃນໜ້າທີ່ວຽກງານ, ໂອກາດທີ່ຈະໄດ້ຮັບວັດທະນະທຳອົງກອນ, ທັດສະນະຄະຕິ ຫລື ຄວາມສາມາດຂອງຫົວໜ້າທີ່ເຂົ້າກັບເຮົາ ສິ່ງເຫລົ່ານີ້ຈະຊ່ວຍສະແດງໃຫ້ເຫັນວ່າເຮົາເຮັດວຽກບ້ານກ່ຽວກັບອົງກອນມາຢ່າງດີ ແລະ ອົງກອນເຂົາສາມາດມອບຮູບແບບການເຮັດວຽກທີ່ເຮົາຢາກເຮັດໄດ້.
- ເນັ້ນຍຳ້ເຖິງປະສົບການ ແລະ ທັກສະທີ່ເຮົາໄດ້ຮັບມາ ສະແດງໃຫ້ເຫັນເຖິງສັກກະຍະພາບຂອງໂຕເຮົາທີ່ເຮັດໃຫ້ເຮົາເໜືອກ່ວາຜູ້ຮ່ວມແຂ່ງຂັນໃນການສະໝັກຄົນອື່ນໆ.
- ຫລີກເວັ້ນການສົ່ງຕໍ່ຂໍ້ມູນທີ່ເປັນສ່ວນໂຕຫລາຍຈົນເກີນໄປ ແລະ ບໍ່ເວົ້າເຖິງດ້ານລົບຂອງອົງກອນເກົ່າ ຫລື ເພື່ອນຮ່ວມງານໃນບໍລິສັດເກົ່າ.
- ໃຫ້ຂໍ້ມູນ ຫລື ເຫດຜົນທີ່ເປັນບວກເຂົ້າໄວ້.
+ ຍ້ອນຫຍັງທ່ານຈຶ່ງຢາກປ່ຽນວຽກ ? ຈະຕອບແນວໃດດີ ?
- ຖ້າທ່ານລາອອກຍ້ອນຢາກເລື່ອນຂັ້ນໄປເຮັດວຽກໃນຕຳແໜ່ງທີ່ສູງຂຶ້ນ :
- ຄຳຕອບ : ເວົ້າເຖິງຂໍ້ດີ ແລະ ໂອກາດທີ່ໄດ້ຜ່ານປະສົບການເຮັດວຽກທີ່ທ້າທາຍມາ ຍົກໂຕຢ່າງໃຫ້ເຫັນ ແລະ ເນັ້ນຍຳ້ເຖິງທັກສະ, ປະສົບການ ແລະ ທັດສະນະຄະຕິທີ່ເໝາະສົມກັບຕຳແໜ່ງວຽກທີ່ສູງຂຶ້ນ ເຊັ່ນ : ຂ້ອຍໂຊກດີຫລາຍທີ່ໄດ້ເລີ່ມຕົ້ນຊີວິດການເຮັດວຽກໃນບໍລິສັດທີ່ຫາກໍຕັ້ງໃໝ່ ເພາະມັນເຮັດໃຫ້ຂ້ອຍໄດ້ມີປະສົບການເຮັດວຽກທີ່ຫລາກຫລາຍ ໄດ້ລອງເຮັດຫລາຍໜ້າທີ່ຕັ້ງແຕ່ວຽກທຳອິດຂອງຂ້ອຍ, ຕອນນີ້ຂ້ອຍຈຶ່ງຢາກທີ່ຈະນຳເອົາທັກສະທີ່ໄດ້ຮຽນຮູ້ມາໃຊ້ໃນການເຮັດວຽກໃນຕຳແໜ່ງທີ່ສູງຂຶ້ນ.
- ຖ້າທ່ານລາອອກຍ້ອນວຽກໜ້າເບື່ອ ບໍ່ມັກວຽກທີ່ເຮັດຢູ່ : ເຫດຜົນໃນການລາອອກຂໍ້ນີ້ມາຈາກຄວາມເປັນໄປໄດ້ວ່າເຮົາອາດຈະໄດ້ເຮັດວຽກທີ່ບໍ່ເຂົ້າກັບທັກສະທີ່ເຮົາມີ, ບໍ່ກົງກັບຄວາມສົນໃຈ ຫລື ແມ່ນແຕ່ບໍ່ກົງຕາມເປົ້າໝາຍໃນຊີວິດ.
- ຄຳຕອບ : ອະທິບາຍເຖິງສີ່ງທີ່ເຮົາໄດ້ຮຽນຮູ້ ແລະ ເຕີບໃຫຍ່ຈາກປະສົບການທີ່ຜ່ານມາ ແລະ ຕອນນີ້ເຮົາກຳລັງແນມຫາທັກສະ ແລະ ໂອກາດໃນການເຮັດວຽກທີ່ກົງກັບເປົ້າໝາຍຂອງເຮົາຫລາຍກ່ວາເກົ່າ ເຊັ່ນ : ຂ້ອຍຮຽນຮູ້ ແລະ ໄດ້ທັກສະທີ່ສຳຄັນໃນການເຮັດວຽກທີ່ຜ່ານມາຫລາຍຢ່າງ ບໍ່ວ່າຈະເປັນທັກສະໃນການສື່ສານ, ທັກສະໃນການບໍລິຫານເວລາ, ແຕ່ໃນຕອນນີ້ຂ້ອຍແນມຫາໂອກາດທີ່ທ້າທາຍຫລາຍກ່ວາເກົ່າ ເພື່ອທີ່ຂ້ອຍຈະໄດ້ພັດທະນາຄວາມສາມາດໃນການເປັນຜູ້ນຳໃຫ້ຫລາຍຂຶ້ນ.
- ຖ້າທ່ານລາອອກຍ້ອນຢາກປ່ຽນສາຍວຽກໃໝ່ :
- ຄຳຕອບ : ເວົ້າເຖິງຄວາມສົນໃຈທີ່ມີຕໍ່ສາຍວຽກໃໝ່ ແລະສະແດງໃຫ້ເຫັນວ່າເຮົາມີການພັດທະນາຄວາມສາມາດຂອງໂຕເອງເພື່ອທີ່ຈະເຮັດວຽກໃນສາຍວຽກທີ່ຕ່າງອອກໄປໄດ້.
- ຖ້າທ່ານລາອອກຍ້ອນວຽກໜັກເກີນໄປ ບໍ່ມີເວລາໃຫ້ຕົນເອງເລີຍ :
- ຄຳຕອບ : ໃນການຕອບຄຳຖາມນີ້ຕ້ອງບໍ່ເປັນການສື່ສານວ່າເຮົາບໍ່ຍິນດີທີ່ຈະເຮັດວຽກໜັກ, ແຕ່ຕ້ອງສື່ສານເຖິງຄວາມສາມາດໃນການຮັບຜິດຊອບການເຮັດວຽກຂອງໂຕເອງ ແລະ ສະແດງໃຫ້ເຫັນວິທີການຈັດການເວລາທີ່ເຮັດໃຫ້ເຮົາເຮັດວຽກໄດ້ດີປະສິດທິພາບທີ່ສຸດ ລວມທັງເນັ້ນຍຳ້ເຖິງຄວາມສຳຄັນທີ່ອົງກອນຈະຕ້ອງໃຫ້ຄຸນຄ່າກັບເວລາຂອງເຮົາ ເຊັ່ນ : ຂ້ອຍຮູ້ວ່າຂ້ອຍຈະເຮັດວຽກໄດ້ດີເມື່ອສາມາດເຮັດວຽກທີ່ມີຄວາມດຸ່ນດ່ຽງລະຫ່ວາງການເຮັດວຽກກັບການໃຊ້ຊີວິດໄດ້, ໄດ້ມີເວລາເປັນຂອງໂຕເອງ, ຂ້ອຍສາມາດວາງແຜນການເຮັດວຽກໃນແຕ່ລະມື້ ແລະ ເຕັມທີ່ໃນຊ່ວງເວລາຂອງການເຮັດວຽກໃຫ້ວຽກອອກມາມີປະສິດທິພາບທີ່ສຸດ ຈຶ່ງແນມຫາອົງກອນທີ່ໃຫ້ຄວາມສຳຄັນກັບເວລາໃນທິດທາງດຽວກັນ.