ເມືອງປາກລາຍສະຫລອງວັນແພດລາວ

ເມືອງປາກລາຍສະຫລອງວັນແພດລາວ - 35552104 398094970693281 6361713457280057344 n - ເມືອງປາກລາຍສະຫລອງວັນແພດລາວ
ເມືອງປາກລາຍສະຫລອງວັນແພດລາວ - kitchen vibe - ເມືອງປາກລາຍສະຫລອງວັນແພດລາວ

ເພື່ອຈາລຶກບຸນຄຸນຕໍ່ ແພດໝໍ ແລະ ພະນັກງານສາ ທາລະນະສຸກລາວ ທີ່ໄດ້ເສຍ ສະຫລະອຸທິດສະຕິປັນຍາ ແລະ ເຮື່ອແຮງປະກອບສ່ວນ ໃນການຮັກສາສຸກຂະພາບ ປະຊາຊົນ, ພະນັກງານ, ທະ ຫານ-ຕຳຫລວດໃນ ໄລຍະຕໍ່ ສູ້ກູ້ຊາດ ກໍຄືໄລຍະການປົກ ປັກຮັກສາ ແລະ ສ້າງສາພັດ ທະນາສະນັ້ນ ໃນວັນທີ 18 ມິຖຸນານີ້, ຫ້ອງການສາທາ ລະນະສຸກເມືອງປາກລາຍ ແຂວງໄຊຍບູລີ. ໄດ້ຈັດພິທີ ສະເຫລີມສະຫລອງ ວັນແພດ ລາວ 18 ມິຖຸນາ,ໂດຍການ ເປັນປະທານ ຂອງ ທ່ານ ບຸນ ລັບ ແສງອາພອນ ເຈົ້າເມືອງ ປາກລາຍ, ມີພະນັກງານ ເເພດໝໍໃນທົ່ວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມຢ່າງຫລວງຫລາຍ.

 

ເມືອງປາກລາຍສະຫລອງວັນແພດລາວ - Visit Laos Visit SALANA BOUTIQUE HOTEL - ເມືອງປາກລາຍສະຫລອງວັນແພດລາວ

ໂຮງໝໍ ແລະ ເດັກເກີດໃໝ່ສະຫລອງວັນແພດລາວ 18 ມິຖຸນາ

ສະເຫລີມສະຫລອງວັນແພດລາວ 18 ມິຖຸນາ ດ້ວຍບັນຍາກາດຟົດຟື້ນ2018

ທ່ານ ເຈົ້າເມືອງປາກ ລາຍ ໄດ້ຍົກໃຫ້ເຫັນວ່າ: ຂະ ບວນການກຳເນີດວັນເເພດ ລາວ ເເຕ່ດຶກດຳບັນທັງຕິດ ພັນກັບຂະບວນການຕໍ່ສູ້ກູ້ ຊາດ ຂອງລາວເຮົາ. ໂດຍ ນະໂຍບາຍສູນກາງພັກສ້າງ ເຂດປົດປ່ອຍວັນທີ 18 ມິ ຖຸນາ 1965 ໄດ້ຕົກລົງແຍກ ຂະເເໜງການສາທາລະນະ ສຸກອອກຈາກເສນາຮັກ ເຊິ່ງ ເປັນໜໍ່ເເໜງເເກ່ການສ້າງ ກະຊວງສາທາລະນະສຸກ ດ້ວຍຄວາມຮຽກຮ້ອງຕ້ອງ ການໃຫ້ມີພະນັກງານເພດໝໍ ເພີ່ມຂຶ້ນພະເເນກສາທາລະ ນະສຸກສູນກາງ ຈຶ່ງຕົກລົງ ສ້າງໂຮງຮຽນແພດ ຂຶ້ນຢ່າງ ເປັນລະບົບເພື່ອເຮັດໃຫ້ພົນ ລະເມືອງລາວບັນດາເຜົ່າທຸກ ຊັ້ນໃນສັງຄົມກໍຄືແພດໝໍ ແລະ ພະນັກງານສາທາລະ ນະສຸກເຫັນ ໄດ້ຄວາມເຕີບ ໃຫຍ່ຂະຫຍາຍຕົວຂອງ ວຽກງານສາທາລະນະສຸກ, ຂອງຖັນແຖວແພດໝໍລາວ ໃນແຕ່ລະໄລຍະ.

ວັນແພດລາວ ໄດ້ສ້າງ ຕັ້ງຂຶ້ນ ແລະ ໄດ້ກຳນົດໄວ້ໃນ ກົດໝາຍປິ່ນປົວເພື່ອເຮັດ ໃຫ້ພົນລະເມືອງລາວບັນດາ ເຜົ່າ, ທຸກຊັ້ນຄົນເຫັນໄດ້ການ ເຕີບໃຫຍ່ຂະຫຍາຍຕົວຂອງ ວຽກງານສາທາລະນະສຸກ, ຂອງຖັນແຖວແພດໝໍລາວ ໃນແຕ່ລະໄລຍະ, ຈາລຶກ ບຸນຄຸນໆງາມຄວາມດີຂອງ ແພດໝໍ ແລະ ພະນັກງານ ສາທາລະນະສຸກທຸກຖ້ວນ ໜ້າທີ່ໄດ້ປະກອບສ່ວນເຂົ້າ ໃນການປິ່ນປົວ, ຮັກສາສຸ ຂະພາບທັງເປັນການປຸກ ລະດົມມວນຊົນ ໃຫ້ເຫັນ ຄວາມສຳຄັນ, ເປັນເຈົ້າ ການໃນການສົ່ງເສີມ, ຮັກ ສາສຸຂະພາບ ຂອງຕົນເອງ, ຄອບຄົວ ແລະ ຊຸມຊົນກໍຄື ຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານທີ່ໄດ້ມອບໝາຍ, ເພື່ອເປັນການ ປັບປຸງກໍ່ສ້າງ ຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ ແລະ ຈັນຍາ ທຳໃນການຮັບໃຊ້ປະຊາ ຊົນບັນດາເຜົ່າ, ທັງເປັນ ການປູກຈິດສຳນຶກໃຫ້ແກ່ ພະນັກງານແພດໝໍ ແລະ ພະນັກງານສາທາລະນະ ສຸກຮຸ້ນສືບທອດຮໍ່າຮຽນ ເອົາແບບຢ່າງອັນດີງາມ ຂອງພະນັກງານແພດໝໍ ເພື່ອພ້ອມກັນອອກແຮງ ຝຶກຝົນຫລໍ່ຫລອມສ້າງ ຕົນເອງໃຫ້ກາຍເປັນແພດ ໝໍທີ່ພຽບພ້ອມໄປດ້ວຍ ຈັນຍາບັນ ຈັນຍາທຳວິຊາ ຊີບ ແລະ ຄວາມສໍານານ ດ້ານວິຊາສະເພາະສົມກັບ ກຽດສັກສີທີ່ວ່າ ເປັນນັກ ຮົບເສື້ອຂາວຂອງພັກ.

ເມືອງປາກລາຍສະຫລອງວັນແພດລາວ - 35552104 398094970693281 6361713457280057344 n - ເມືອງປາກລາຍສະຫລອງວັນແພດລາວ

ເມືອງປາກລາຍສະຫລອງວັນແພດລາວ - 5 - ເມືອງປາກລາຍສະຫລອງວັນແພດລາວ
ເມືອງປາກລາຍສະຫລອງວັນແພດລາວ - 4 - ເມືອງປາກລາຍສະຫລອງວັນແພດລາວ
ເມືອງປາກລາຍສະຫລອງວັນແພດລາວ - 3 - ເມືອງປາກລາຍສະຫລອງວັນແພດລາວ