ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່

ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່ - 36025497 2046841722233648 991322114554331136 n - ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່
ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່ - kitchen vibe - ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່

 ໂດຍ: ທິດກ່ຳ  

ໃນຕອນແລງຂອງວັນທີ 20 ມິຖຸນາຜ່ານມາ, ໃນຂະ ນະທິດກ່ຳພວມຂັບລົດກັບ ເຮືອນ, ກໍພໍດີເຫັນບັນດາລູກ ຫລານນັກຮຽນຊັ້ນ ມ7 ພວມ ເລິກຈາກການສອບເສັງ, ເຊິ່ງຈຳນວນໜຶ່ງກໍກຳລັງ ຍ່າງຂ້າມທາງ, ບາງຄົນກໍ ພວມຂຶ້ນລົດ ແລະ ຈຳນວນ ໜຶ່ງກໍຍ່າງງໝູ່ສາມໝູ່ສີ່ກັບ ບ້ານກັບເຮືອນດ້ວຍ ຄວາມ ພາກພູມໃຈ.

ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່ - Visit Laos Visit SALANA BOUTIQUE HOTEL - ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່

 

ເມືອງນ້ຳບາກຈັດການສອບເສັງຈົບຊັ້ນ ມ. ປາຍ ສົກຮຽນ 2017-2018

ການສອບເສັງຈົບຊັ້ນມໍປາຍ ທົ່ວປະເທດມີນັກສອບເສັງເພີ່ມຂຶ້ນ 3.300 ກວ່າຄົນ

ຈາກພາບທີ່ເຫັນນັ້ນ, ເຮົາກໍຄິດເຫັນຄາວອາດີດ ຕອນຍັງໜຸ່ມເປັນນັກຮຽນ ເວລາໄປເສັງຈົບມັດທະຍົມ ປາກົດວ່າຈິດໃຈມັນຄຶກຄັກ ຫຶກເຫີມຈົນນອນບໍ່ຫລັບ,ໄປພ້ອມໆກັບພາບບັນຍາກາດ ນັ້ນ, ສິ່ງທີ່ໄດ້ເຫັນຄືມີຮອຍ ຂຽນ ແລະ ລາຍເຊັນບໍ່ຈັກສີ ສິ້ວ, ສີແດງ, ສີດຳ ລາຍເຕັມ ເສື້ອຂາວຂອງແຕ່ລະຄົນເປັນກະດ່າງກະດາວລິງລາຍ ເບິ່ງ ແລ້ວມັນກໍເປັນສະຕາຍອີກ ແບບໜຶ່ງຂອງນັກຮຽນ ຍຸກໃໝ່.

ຈາກພາບທີ່ເຫັນນັ້ນ, ເຮົາກໍຄິດອອກທັນທີວ່າບໍ່ມີ ຫຍັງແປກປະຫລາດ, ເພາະ ການໄປເສັງຈົບ ມ7 ມັນເປັນ ຊີວິດບັ້ນໜຶ່ງຂອງການເປັນ ນັກຮຽນ ແລະ ພວມຈະກ້າວ ເປັນນັກສຶກສາໃນລະດັບທີ່ ສູງກວ່າໃນໂອກາດອັນບໍ່ຊ້າ. ນອກນັ້ນແລ້ວ, ໃນໂອກາດ ສອບເສັງມັນກໍມີນັກຮຽນ ຈາກຫລາຍສະຖາບັນໄປພົບໜ້າພໍ້ຕາກັນ ເມື່ອເສັງຈົບ ແລ້ວກໍພາກັນສະຫລອງໄຊ ດ້ວຍການມອບລາຍເຊັນໃຫ້ກັນຈົນເຕັມເສື້ອຂາວ ເພື່ອ ເປັນສັນຍາລັກຢ່າງມີຄວາມໝາຍຂອງຊີວິດຕອນເສັງ ຈົບມ7.

ດັ່ງພວກເຮົາຮູ້ນຳກັນ ແລ້ວວ່າ, ແຕ່ວັນທີ 19-20 ມິ ຖຸນາຜ່ານມາ, ເປັນວັນສອບ ເສັງຊັ້ນ ມ7 ໃນທົ່ວປະເທດ, ຕາມແຫລ່ງຂ່າວບອກວ່າໃນສົກສຶກສາ 2017-2018 ນີ້, ມີນັກຮຽນຊັ້ນ ມ7 ເສັງຈົບ ຊັ້ນທັງໝົດ 66.586 ຄົນ (ຍິງ 31.299 ຄົນ) ແບ່ງ ເປັນ 285 ສູນ, ມີ 3.210 ຫ້ອງເສັງ, ປະກອບມີ 4 ວິຊາ ສອບເສັງຄື: ພາສາລາວ- ວັນນະຄະດີ, ຄະນິດສາດ, ພູມສາດ ແລະ ຊີວະວິທະຍາ.
ສະເພາະຢູ່ນະຄອນ ຫລວງວຽງຈັນ ກໍມີນັກສອບ ເສັງທັງໝົດ 10.618 ຄົນ (ຍິງ 5.395 ຄົນ) ແບ່ງເປັນ 22 ສູນ ແລະ ມີ 529 ຫ້ອງ ສອບເສັງ. ສ່ວນວ່າຜົນຂອງ ການສອບເສັງນັ້ນແມ່ນຍັງ ອີກບໍ່ດົນກໍຄົງຈະຮູ້ເປັນລາຍລະອຽດ.

ແນວໃດກໍຕາມ, ສິ່ງທີ່ ໜ້າຊົມເຊີຍເປັນຢ່າງຍິ່ງນັ້ນ ແມ່ນກ່ອນຮອດມື້ສອບເສັງບໍ່ໄດ້ຍິນກະແສຂ່າວວ່າຂໍ້ສອບຮົ່ວຄືດັ່ງຫລາຍປີຜ່ານມາ ແລະ ມາຮອດໄລຍະນີ້ພວກ ເຮົາຕ້ອງຍອມຮັບວ່າໃນຂະ ແໜງການສຶກສາໄດ້ມີການ ປັບປຸງປ່ຽນແປງໃນຫລາຍ ດ້ານ, ນັບແຕ່ໂຄງການຫລັກ ສູດການສິດສອນ ຕະຫລອດ ເຖິງການຮ່ຳຮຽນຂອງເດັກ ນັກຮຽນໃນແຕ່ລະຊັ້ນ, ແຕ່ ລະຂັ້ນ ກໍເນັ້ນໃສ່ເລື່ອງຄຸນນະ ພາບເປັນປັດໄຈຫລັກ, ສິ່ງທີ່ ໜ້າຊົມເຊີຍອີກອັນໜຶ່ງກໍ ແມ່ນການສອບເສັງໃນສົກ ຮຽນປີນີ້ເຕັມໄປດ້ວຍຄວາມປອດໃສ, ຄວາມໂປ່ງໃສ ແລະ ມີຄວາມສະຫງົບປອດໄພທຸກປະການ.

ຕາມທິດກ່ຳສອບຖາມ ຕົວຈິງກັບບັນດາລູກຫລານ ຮູ້ມາວ່າ: ການເສັງຈົບຊັ້ນສະ ໄໝນີ້, ແມ່ນເອົາຕາມຮູບ ແບບປາລາໄນ ຜູ້ໃດເກັ່ງກໍຍຸ ທ່າງຕິກໝາຍເອົາໄຈ້ໆ, ເພາະ ມີຂະໜານຖາມ-ຕອບໃຫ້ຢູ່ ແລ້ວ. ສ່ວນຜູ້ສີອືດໆຂີ້ຄ້ານ ຮຽນແດ່ກໍໃຊ້ລູກເດົາມີອັນ ຜິດອັນຖືກ ເຊິ່ງມັນແຕກຕ່າງ ກັບສະໄໝລຸງທິດກ່ຳຮຽນ ແມ່ນໃຊ້ຮູບແບບອັດຕາໃນ, ການສອບເສັງຈົບ ມ.ປາຍ ກໍຕ້ອງໄດ້ທວນຄືນແຕ່ ມ1 ຂຶ້ນມາ ໂດຍບໍ່ມີຄຳຖາມ- ຄຳ ຕອບໃຫ້ຄົ້ນຄວ້າຈັກໂຕເລີຍ ເມື່ອຮອດຍາມເສັງຄູກໍ ຈົກເອົາຄຳຖາມອອກຈາກ ຊອງມາອ່ານແລ້ວກ່າຍໃສ່ ກະດານດຳໃຫ້ນັກຮຽນຕອບແບບມີກຳນົດເວລາຢ່າງເຄັ່ງຄັດ, ສ່ວນວ່າການສອບ ຖາມ ແບບປາກເປົ່າໂດຍກົງນັ້ນ, ນອກຈາກມີຄຳຖາມສະເພາະເຈາະຈົງແລ້ວເພິ່ນຍັງມີຄຳ ຖາມເຈາະຈິ້ມເຫັນວ່າເຮົາ ຕອບໄດ້ດີເທົ່າໃດ ເພິ່ນຍິ່ງເນັກ ເຂົ້າຕິກໆ, ເມື່ອໝົດເວລາ ກຳນົດແລ້ວໃຜໄດ້ບໍ່ໄດ້ເພິ່ນ ບໍ່ກ່ຽວມີແຕ່ຂ້ຽວເກັບເອົາ ເຈ້ຍສອບເສັງນຳແຕ່ລະຄົນ ຜົນອອກມາແນວໃດກໍແມ່ນ ມີເກືອບຕົກກັບເກືອບໄດ້ ຢ່າງດຽວ.

ເຖິງຢ່າງໃດກໍດີ ຕາມທິດ ກ່ຳວ່າ, ເສັງຈົບ ມ7 ໄປແລ້ວ ເສັ້ນທາງເດີນຂອງລູກຫລານເຮົາກໍຍັງມີຕໍ່ໄປ ແລະ ຍັງ ຕ້ອງຮຽນຕໍ່ໄປສູງໆເທົ່າໃດ ຍິ່ງເປັນການດີເຊັ່ນ: ເສັງເຂົ້າ ມະຫາວິທະຍາໄລ ຫລື ບັນດາ ໂຮງຮຽນອາຊີວະ, ອະນາ ຄົດຕໍ່ໄປກໍຕ້ອງໃຫ້ໄດ້ຂັ້ນ ປະລິນຍາໂທ, ປະລິນຍາເອກ ເພາະການພັດທະນາປະເທດຊາດບ້ານເມືອງກໍນັບມື້ກ້າວ ໄປເລື້ອຍໆ.

ເວົ້າມາຮອດບ່ອນນີ້, ພວກເຮົາກໍຍິ່ງໜັກໃຈ ຄັນວ່າ ໄປເຂົ້າຮຽນຢູ່ໃສກໍມີແຕ່ເງິນກັບເງິນເປັນສິ່ງເບີກທາງ, ຊ້ຳ ບໍ່ໜຳມີການຈ້າງເຂົ້າຮຽນ ທັງຈ່າຍຄ່າເທີມ ກໍຍິ່ງໜັກ ໃຈ ຕໍ່ຜູ້ປົກຄອງໄປຕາມໆກັນ, ສ່ວນພໍ່ແມ່ຜູ້ເພີ່ນຮັ່ງມີກະຍັງພໍແຄນແດ່, ສຸດທ້າຍມາຜູ້ຮຽນ ດີ-ຮຽນເກັ່ງຈຳນວນບໍ່ໜ້ອຍ ກໍເດີນທາງບໍ່ສຸດເສັ້ນພາກັນ ເຕະຝຸ່ນເລາະບ້ານ.

ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່ - 36025497 2046841722233648 991322114554331136 n - ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່

ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່ - 3 - ເສັງຈົບ ມ7 ແລ້ວ ທາງເດີນຍັງມີຕໍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!