ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່

ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່ - Penalty - ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່
ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່ - kitchen vibe - ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່

ການ​ແຂ່ງຂັນ​ບານ​ໂລກ 2018 ຮອບ​ສຸດ​ທ້າຍ ທີ່​ປະ​ເທດຣັດ​ເຊຍ ສ້າງ​ສະຖິຕິ​ເປັນ “ບານ​ໂລກ” ທີ່​ມີ​ການ​ແຈກ​ລູກ​ໂທດ​ຢູ່​ຈຸດ​ໂທດ​ຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ ທັງ​ທີ່​ຫາ​ກໍ​ຜ່ານ​ໄປ​ພຽງ​ເຄິ່ງທາງ ​ໂດຍ​ຈຸດ​ໂທດ 2 ຄັ້ງ​ໃນ​ເກ​ມຮອບ​ທຳ​ອິດ ນັດ​ສຸດ​ທ້າຍ ກຸ່ມ B ລະຫວ່າງ ​ໂປຣຕຸ​ເກສ ກັບ ອີຣານ ຖື​ເປັນ​ລູກ​ທີ 19 ​ແລະ 20 ຕາມ​ລຳດັບ ທຳລາຍ​ສະຖິຕິ​ສູງ​ສຸດ​ກ່ອນ​ໜ້າ​ນີ້​ທີ່ 18 ຄັ້ງ ​ເຊິ່ງ​ເກີດ​ຂຶ້ນ 3 ຄັ້ງ ​ໃນ​ບານ​ໂລກ 1990 ທີ່​ປະ​ເທດ​ອີ​ຕາ​ລີ, 1998 ທີ່​ປະ​ເທດ​ຝຣັ່ງ ​ແລະ 2002 ທີ່​ປະ​ເທດ​ຍີ່ປຸ່ນ ກັບ ປະ​ເທດ ສ ​ເກົາຫລີ ລົງ​ຮຽບຮ້ອຍ.

ອິສຊາມ ​ເອລ ຮາ​ດາຣີ ຜູ້​ຮັກສາ​ປະຕູ​ທີ​ມຊາດ​ອີຣານ ສ້າງ​ປະຫວັດສາດ​ກາຍ​ເປັນ​ຜູ້​ຫລິ້ນອາຍຸ​ຫລາຍ​ທີ່​ສຸດ ທີ່​ລົງ​ຫລິ້ນບານ​ໂລກ​ ຮອບ​ສຸດ​ທ້າຍ ຮຽບຮ້ອຍ​ແລ້ວ, ຫລັງ​ລົງ​ຮັກສາ​ປະຕູ​ໃນ​​ເກ​ມຮອບ​ທຳ​ອິດ ນັດ​ສຸດ​ທ້າຍ ກຸ່ມ A ທີ່​ທີ​ມ​ເອຢິບ ​ເສຍ​ໃຫ້ ຊາ​ອຸ​ດິອາຣະ​ເບຍ 1-2 ​ໃນ​ວັນ​ທີ 25 ມິຖຸນາ ​ໂດຍ ​ເອລຮາ​ດາຣີ ມີ​ອາຍຸ 45 ປີ 61 ວັນ ​ໃນ​ເກ​ມດັ່ງກ່າວ ທຳລາຍ​ສະຖິຕິ​ຂອງ ຟາຣິດ ມອນ​ດຣາກອນ ອະດີດ​ຜູ້​ຮັກສາ​ປະຕູ​ທີ​ມຊາດ​ໂຄ​ລົມ​ເບຍ ທີ່​ເຮັດ​ໄວ້ 43 ປີ 3 ວັນ ​ໃນ​ເກ​ມທີ່​ພົບ​ກັບ ຍີ່ປຸ່ນ ​ໃນ​ປີ 2014 ລົງ​ສຳ​ເລັດ.

ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່ - Visit Laos Visit SALANA BOUTIQUE HOTEL - ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່
ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່ - 3 - ຣັດເຊຍ 2018 ຈາລຶກອີກ 2 ສະຖິຕິໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!