ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ

ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ - 1530495659913 960x0 - ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ
ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ - kitchen vibe - ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ

ຊາວຣັດ​ເຊຍ​ທີ່​ຄັດຄ້ານຂໍ້​ສະ​ເໜີ​ເພີ່ມ​ອາຍຸ​ບຳນານ​ຂອງ​ລັດຖະບານ​ອອກ​ມາ​ຊຸມນຸມ​ທົ່ວ​ປະ​ເທດ ​ໃນ​ວັນ​ທີ 1 ກໍລະກົດ ​ແຕ່​ບໍ່​ກະທົບ​ເມືອງ​ທີ່​ກຳລັງ​ເປັນ​ເຈົ້າພາບ​ບານ​ໂລກ.

ລັດຖະບານຣັດ​ເຊຍ​ສະ​ເໜີ​ລັດຖະສະພາ​ໃນ​ເດືອນ​ກ່ອນ​ໃຫ້​ທະຍອຍ​ເພີ່ມ​ອາຍຸ​ບຳນານ​ສຳລັບ​ຜູ້​ຊາຍ​ຈາກ 60 ​ເປັນ 65 ​ປີ ​ແລະ ຜູ​້ຍິງ​ຈາກ 55 ​ເປັນ 63 ປີ ​ເພື່ອ​ປະຢັດ​ເງິນ​ບຳນານ​ທີ່​ຕ້ອງ​ຈ່າຍ​ສະ​ເລ່ຍ 14.000 ຣູ​ເບິ​ລຕໍ່​ຄົນ​ຕໍ່​ເດືອນ. ບັນຫາ​ນີ້​ສ້າງ​ຄວາມ​ບໍ່ພໍ​ໃຈ​ໄປ​ທົ່ວ​ວົງການ​ການ​ເມືອງຣັດ​ເຊຍ ​ເຖິງ​ວ່າ​ມີ​ແນວ​ຄິດ​ທາງ​ການ​ເມືອງ​ແຕກ​ຕ່າງ​ກັນ ​ເພາະ​ການ​ຊຸມນຸມ​ທົ່ວ​ປະ​ເທດ​ຄັດຄ້ານ​ການ​ເພີ່ມ​ອາຍຸ​ບຳນານ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພັກ​ກອມ​ມູນິດ, ພັກ​ເສລີ​ນິຍົມ ​ແລະ ກຸ່ມ​ຂອງ​ທ່ານ ອາ​ເລັກ​ຊີ ນາ​ວັລນີ ທີ່​ເປັນ​ປໍ​ລະ​ປັກ​ຂອງ​ປະທານາທິບໍດີ ວະ​ລາ​ດິ​ເມຍ ປູ​ຕິນ.

ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ - Visit Laos Visit SALANA BOUTIQUE HOTEL - ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ
ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ - 5 - ຣັດເຊຍຊຸມນຸມທົ່ວປະເທດ ຄັດຄ້ານເພີ່ມອາຍຸບຳນານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!