ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ

- moscow bangkok map - ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ
- kitchen vibe - ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ

ເມື່ອວັນທີ 1 ພຶດສະພາ ເຈົ້າຫນ້າທີ່ທາງການຣັດເຊຍໄດ້ລະບຸວ່າ ເຮືອບິນຂອງສາຍການບິນແອໂຣຟອດ ໂບອິ້ງ 777 ຖ້ຽວຍົນ SU270 ພົບກັບສະພາບອາກາດແປປ່ວນຢ່າງຮຸນແຮງໃນຂະນະເດີນທາງຈາກນະຄອນຫລວງໂມດກູ ຂອງຣັດເຊຍ ໄປສູ່ ບາງກອກ ປະເທດໄທ  ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງຫນ້ອຍ 27 ຄົນ ຊຶ່ງບໍ່ມີຜູ້ໃດໄດ້ຮັບບາດເຈັບສາຫັດເຖິງຊີວິດ ແຕ່ ຫລາຍຄົນກະດູກຫັກ ແລະ ໃນຈຳນວນນີ້ຈຳເປັນຕ້ອງຮັບການຜ່າຕັດ 3 ຄົນ .

ຜູ້ໂດຍສານຄົນຫນຶ່ງບອກວ່າ ຍົນຫມູນ ແລະ ຕົນເອງໄດ້ໄປຕຳກັບເພດານຂອງຍົນ ຊຶ່ງຕົນເອງກໍ່ພະຍາຍາມທີ່ຈະຊອກບ່ອນຈັບໃນຂະນະທີ່ເຮືອບິນສັ່ນສະເທືອນຢ່າງຮຸນແຮງ ແລະ ຄືກັບເຄື່ອງບິນຈະຕົກ.

- Visit Laos Visit SALANA BOUTIQUE HOTEL - ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ
- Visit Laos Visit SALANA BOUTIQUE HOTEL - ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ

ພາບຖ່າຍຈາກໂທລະສັບມືຖືຫລັງເກີດເຫດສະແດງໃຫ້ເຫັນຜູ້ຮັບບາດເຈັບນອນຢູ່ທາງຢ່າງ ເຄື່ອງຂອງກະແຈກກະຈາຍຢູ່ພື້ນ. ຂະນະທີ່ທາງສາຍການບິນລະບຸວ່າ ສະພາບອາກາດແປປວນເກີດຂຶ້ນໃນຊ່ວງທີ່ທ້ອງຟ້າປອດໂປ່ງ ເຮັດໃຫ້ພະນັກງານໃນເຮືອບິນບໍ່ສາມາດເຕືອນຜູ້ໂດຍສານໄດ້ທັນ ຊຶ່ງສາຍການບິນໄດ້ຖະແຫລງວ່າ ເຫດທີ່ເຮັດໃຫ້ຜູ້ໂດຍສານໄດ້ຮັບບາດເຈັບຫລາຍຄົນນັ້ນຍ້ອນບາງຄົນບໍ່ໄດ້ຮັດເຂັມຂັດນິລະໄພ.

ຄວາມແປປ່ວນຂອງອາກາດໃນຂະນະທີ່ທ້ອງຟ້າປອດໂປ່ງນັ້ນ ພາສາອັງກິດເອີ້ນວ່າ Clear Air Turbulence ມັນເກີດຂຶ້ນຂະນະທີ່ມວນຂອງອາກາດເຄື່ອນທີ່ໂດຍຄວາມໄວທີ່ແຕກຕ່າງກັນ ແລະ ບໍ່ສາມາດບອກໄດ້ດ້ວຍຕາເປົ່າ ຫລື ເຣດ້າ ທີ່ໃຊ້ກັນທົ່ວໄປ.

- 3 - ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ
- 5 - ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ
- 4 - ເຮືອບິນຂອງ ແອໂຣຟອດພົບກັບສະພາບອາກາດປັ່ນປ່ວນຂະຫນະທີ່ບິນເຂົ້າບາງກອກ ເຈັບ 27 ຄົນ