ຜັກ – ໝາກໄມ້ທີ່ຄວນກິນສຸກ – ກິນດິບ
July 25, 2018 - 11:43 AM


- ຫົວກະຫລົດ : ອຸດົມໄປດ້ວຍເກືອແຮ່ທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ມີສານເບຕ້າແຄໂຣທີນ ເຊິ່ງເປັນພະເອກຫລັກ ທີ່ຊ່ວຍຕ້ານອະນຸມູນອິດສະລະ, ບຳລຸງຜິວ, ປ້ອງກັນມະເຮັງ ເຊິ່ງສາມາດເລືອກກິນໄດ້ທັງແບບດິບ, ແບບຄັ້ນເອົານຳ້ ແລະ ແບບປຸງແຕ່ງສຸກແລ້ວ, ແຕ່ສຳລັບຫົວກະຫລົດທີ່ຕົ້ມສຸກ ພົບວ່າຈະມີປະລິມານສານແຄໂຣທີນອຍເພີ່ມຂຶ້ນ ແລະ ຊ່ວຍເພີ່ມປະລິມານສານຕ້ານການເກີດມະເຮັງໄດ້ດີກ່ວາການກິນແບບດິບໆ.
- ໝາກເລັ່ນ : ມີໄລໂຄປີນທີ່ຊ່ວຍຕ້ານອະນຸມູນອິດສະລະໄດ້ດີທີ່ສຸດໃນກຸ່ມຜັກສີແດງສົ້ມ ໃນໝາກເລັ່ນທີ່ຜ່ານການປຸງແຕ່ງສຸກຈະມີໄລໂຄປີນຫລາຍກ່ວາໝາກເລັ່ນດິບ.
- ຖົ່ວງອກ : ມີວິຕາມິນເຊ, ເບ, ເອີ, ເລຊິຕິນ ແລະ ສານອໍຊິນອນ ເຊິ່ງຊ່ວຍເຮັດໃຫ້ນານເຖົ້າ ແຕ່ໃນຖົ່ວງອກດິບຈະມີກົດໄຟຕິກທີ່ຈະຂັດຂວາງການດູດຊຶມສານອາຫານຕ່າງໆໃນຮ່າງກາຍ ເຮັດໃຫ້ເຮົາຂາດສານອາຫານໂດຍບໍ່ຮູ້ໂຕ ດັ່ງນັ້ນຈຶ່ງຄວນກິນຖົ່ວງອກດິບໃນປະລິມານບໍ່ຫລາຍ ຫລື ຫລຸດປະລິມານກົດໄຟຕິກໂດຍປຸງແຕ່ງຖົ່ວງອກໃຫ້ສຸກກ່ອນຈຶ່ງກິນ.
- ຜັກກະລໍ່າ : ມີວິຕາມິນເຊຫລາຍ ຊ່ວຍຫລຸດຄວາມຕຸ້ຍໄດ້ ໃນຜັກກະລໍ່າມີກົດທາທາຣິກຊ່ວຍໃຫ້ຮ່າງກາຍຢຸດປ່ຽນນຳ້ຕານ ແລະ ແປ້ງເປັນໄຂມັນ ຈຶ່ງຊ່ວຍຫລຸດຄໍເລສເຕີໂຣນ ແລະ ຫລຸດຄວາມຕຸ້ຍໄດ້. ທ່ານສາມາດກິນຜັກກະລໍ່າໄດ້ທັງແບບດິບ ແລະ ສຸກ ແຕ່ໃນຜັກກະລໍ່າດິບຈະມີສານກອຍໂຕຣເຈນ ເຊິ່ງເຮັດໃຫ້ເກີດອາການຄໍໜຽງໄດ້ ຈຶ່ງບໍ່ຄວນກິນ ຫລາຍ.
- ໝາກກ້ວຍ : ກ້ວຍດິບມີສັບພະຄຸນຂັດຂວາງການຈະເລີນເຕີບໃຫຍ່ຂອງແບັກທີເຣຍ ຫລື ແກ້ອາການຖອກທ້ອງໄດ້. ກ້ວຍສຸກຍິ່ງເປືອກດຳຍິ່ງຕ້ານມະເຮັງໄດ້ດີ.