ນາຍົກຮຽກຮ້ອງທົ່ວສັງຄົມຊ່ວຍຜູ້ປະສົບໄພພິບັດນໍ້າຖ້ວມທີ່ແຂວງອັດຕະປື


ໃນໂອກາດລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງສະໜາມໄຊແຂວງອັດຕະປືຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນວັນທີ 24 ກໍລະກົດນີ້, ໂດຍທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນສັງຄົມປະກອບສ່ວນຕາມເງື່ອນໄຂທີ່ມີ ເພື່ອຊ່ວຍເຫລືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຈາກອຸປະຕິເຫດໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນແລງຂອງວັນທີ 23 ກໍລະກົດຜ່ານມາ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານຈາກທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ທັງເປັນປະທານຕ້ານໄພພິບັດຂັ້ນແຂວງ ວ່າ: ໃນເວລາ 14 ໂມງຂອງວັນທີ 23 ກໍລະກົດ 2018 ໄດ້ຮັບແຈ້ງຈາກບໍລິສັດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍກ່ຽວກັບສະພາບປະລິມານນໍ້າຢູ່ພາຍໃນເຂື່ອນທີ່ຈະມີຄວາມສ່ຽງຕໍ່ຄວາມປອດໄພຂອງເຂື່ອນ. ດັ່ງນັ້ນ, ອໍານາດການປົກຄອງແຂວງຈິ່ງໄດ້ຮີບດ່ວນແຈ້ງໃຫ້ອໍານາດການປົກຄອງເມືອງ ເພື່ອແຈ້ງຕໍ່ໄປຍັງປະຊາຊົນຫລາຍບ້ານທີ່ອາໄສຢູ່ເຂດບໍລິເວນດັ່ງກ່າວ ເພື່ອກະກຽມຍົກຍ້າຍອອກຈາກບ້ານດ່ວນ, ພາຍຫລັງປະຊາຊົນໄດ້ຮັບຂ່າວດັ່ງກ່າວແລ້ວ ກໍໄດ້ພາກັນຮີບຮ້ອນອອກຈາກບ້ານຂອງຕົນ ແລະ ອີກຈໍານວນໜຶ່ງແມ່ນບໍ່ທັນໄດ້ຍົກຍ້າຍອອກບ້ານ. ຈາກນັ້ນເວລາ 19:00 ໂມງຂອງວັນດຽວກັນ ນໍ້າຈິ່ງໄຫລຊຸເຂົ້າມາພາຍໃນເມືອງສະໜາມໄຊ, ເຊິ່ງມີ 8 ບ້ານຄື: ຫີນລາດ, ບ້ານໃໝ່, ທ່າແສງຈັນ, ທ່າຫີນ, ສະໝອງ, ໂຕກກ່ອງ, ໄຊດອນໂຂງ ແລະ ໜອງຫີນ, 1 ພັນກວ່າຄອບຄົວລວມມີພົນລະເມືອງກວ່າ 4.280 ຄົນໄດ້ຮັບຜົນກະທົບໜັກ ແລະ ເສຍຫາຍຫລາຍກວ່າໝູ່. ພາຍຫລັງເກີດສະພາບດັ່ງກ່າວ, ອໍານາດການປົກຄອງແຂວງ, ເມືອງ ໄດ້ສົມທົບກັບທຸກກໍາລັງພາຍໃນແຂວງເຂົ້າຊ່ວຍເຫລືອຜູ້ປະສົບເຄາະຮ້າຍຢ່າງຮີບດ່ວນ ແລະ ມາຮອດປັດຈຸບັນ, ໜ່ວຍກູ້ໄພໄດ້ພົບຜູ້ເສຍຊີວິດຢູ່ບ້ານໃໝ່ 7 ຄົນ, ເຮືອນເປ່ເພເສຍຫາຍ 79 ຫລັງ ແລະ ບ້ານໄຊດອນໂຂງຍັງບໍ່ທັນເຫັນ 20 ຄົນ, ສ່ວນບ້ານອື່ນໆແມ່ນຍັງສືບຕໍ່ເກັບກໍາຂໍ້ມູນ. ສໍາລັບສັດລ້ຽງຂອງປະຊາຊົນເປັນຕົ້ນ: ງົວ, ຄວາຍ ແລະ ອື່ນໆ ແມ່ນຖືກນໍ້າພັດໄຫລຊຸໄປໝົດ ແລະ ຜົນເສຍຫາຍຄັ້ງນີ້ຍັງບໍ່ທັນສາມາດສະຫລຸບໄດ້.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ການນໍາຂອງແຂວງ, ເມືອງ ແລະ ທຸກພາກສ່ວນພາຍໃນແຂວງສຸມທຸກກໍາລັງເອົາໃຈໃສ່ຊອກຫາປະຊາຊົນຜູ້ຍັງມີຊີວິດທີ່ຍັງຄ້າງຢູ່ພື້ນທີ່ທີ່ມີຄວາມສ່ຽງ, ໂດຍນໍາໃຊ້ພາຫະນະທາງອາກາດ, ທາງນໍ້າ ແລະ ທາງບົກ ທີ່ເໝາະສົມກັບສະພາບຕົວຈິງ. ສ່ວນປະຊາຊົນຜູ້ເຄາະຮ້າຍທີ່ຖືກບາດເຈັບ ແລະ ສາມາດນໍາມາສູນປິ່ນປົວໄດ້ແລ້ວນັ້ນ ແມ່ນໃຫ້ເອົາໃຈໃສ່ເບິ່ງແຍງດ້ານຊີວິດການເປັນຢູ່, ດ້ານອາຫານການກິນ ເພື່ອຊ່ວຍຟື້ນຟູສະພາບຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າໃຫ້ໄດ້ໂດຍໄວ, ພ້ອມທັງຊີ້ນໍາໃຫ້ແພດໝໍ, ພະຍາບານ ເອົາໃຈໃສ່ຕິດຕາມ, ປິ່ນປົວຊ່ວຍເຫລືອຄົນເຈັບທີ່ໄດ້ຮັບຜົນກະທົບຄັ້ງນີ້, ເພື່ອຫລີກລ້ຽງຄວາມສ່ຽງທີ່ຈະເກີດພະຍາດຕິດແປດ ແລະ ອື່ນໆເກີດຂຶ້ນຕາມມາພາຍຫລັງ, ພ້ອມທັງໃຫ້ຮີບຮ້ອນສັງລວມ, ເກັບກໍາບັນຊີຜູ້ທີ່ຍັງບໍ່ທັນສາມາດຄົ້ນພົບເຫັນໃນແຕ່ລະບ້ານ ເພື່ອສະຫລຸບຕົວເລກ, ຄຽງຄູ່ກັນນັ້ນກໍໃຫ້ແຈ້ງໄປຍັງບັນດາແຂວງ ແລະ ບັນດາປະເທດໃກ້ຄຽງເພື່ອຊ່ວຍຕິດຕາມ ແລະ ເກັບກູ້ຊາກສົບຂອງຜູ້ເສຍຊີວິດ. ໃຫ້ອໍານາດການປົກຄອງແຂວງສືບຕໍ່ຮີບຮ້ອນສ້າງຈຸດປະສານງານ ແລະ ຈຸດບໍລິຈາກເຄື່ອງຊ່ວຍເຫລືອຕ່າງໆ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນ ແລະ ທຸກພາກສ່ວນຕ່າງໆໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະໃຫ້ການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຄັ້ງນີ້.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນຈໍານວນ 1,2 ຕື້ກີບ ແລະ ຢາປິ່ນປົວພະຍາດອີກ 200 ແກັດ.