ອາກາດຮ້ອນອົບເອົ້າດັນລາຄາ ສິນຄ້າກະສິກຳໃນຍີ່ປຸ່ນເພີ່ມຂຶ້ນ


ສະພາບອາກາດຮ້ອນອົບເອົ້າເປັນປະຫວັດສາດໃນຍີ່ປຸ່ນ ນອກຈາກຈະເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 80 ຄົນແລ້ວ ສະເພາະໃນເດືອນກໍລະກົດ ຍັງສົ່ງຜົນໃຫ້ສິນຄ້າກະສິກຳມີລາຄາແພງຂຶ້ນນຳອີກ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກຳຂອງຍີ່ປຸ່ນລາຍງານລາຄາສິນຄ້າກະສິກຳໃນປະເທດໄລຍະອາທິດນີ້ວ່າ: ລາຄາຂາຍສົ່ງກະຫລໍ່າປີໃນຕະຫລາດນະຄອນຫລວງໂຕກຽວກິໂລລະ 129 ເຢນ ໃນວັນທີ 23 ກໍລະກົດ ເພີ່ມຂຶ້ນສູງເຖິງ 65% ຈາກລາຄາສະເລ່ຍໄລຍະທ້າຍເດືອນມິຖຸນາ. ໃນໄລຍະ 5 ປີຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງຍອມຮັບວ່າ: ທິດທາງລາຄາສິນຄ້າກະສິກຳໃນໄລຍະນີ້ຈະເປັນແນວໃດຕໍ່ໄປຂຶ້ນຢູ່ກັບສະພາບອາກາດເປັນສຳຄັນ. ບໍລິສັດ ອິມາຣຸຍະ ໜຶ່ງໃນຜູ້ຜະລິດເຂົ້າໜົມຫວານເກົ່າແກ່ຂອງຍີ່ປຸ່ນ ລາຍງານຍອດຂາຍກະແລັວຖົ່ວແດງ ແລະ ກະແລັມວານິລາ ເພີ່ມຂຶ້ນເກືອບ 10% ໃນເດືອນກໍລະກົດ.
ເຖິງຢ່າງໃດກໍຕາມ, ລາຍງານຂອງສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຍີ່ປຸ່ນ (JNA) ພະຍາກອນວ່າ: ອິດທິພົນຂອງຄື້ນຄວາມຮ້ອນຈະຍັງແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງປະເທດໄປຈົນຮອດຕົ້ນເດືອນສິງຫານີ້ ແລະ ປະລິມານນ້ຳຝົນຈະຍັງໜ້ອຍກວ່າສະເລ່ຍໃນຮອບຫລາຍປີຜ່ານມາ ໂດຍ JNA ວັດແທກອຸນຫະພູມຢູ່ເມືອງຍມາງຸຈິ ແລະ ເມືອງອາກິໂອະ ຝັ່ງຕາເວັນຕົກຂອງເກາະຮົນຊູໄດ້ 38,8 ອົງສາ ແລະ 38,6 ອົງສາ ຕາມລຳດັບ ໃນວັນທີ 25 ກໍລະກົດ.
ອີກດ້ານໜຶ່ງ ປະເທດໃກ້ຄຽງຂອງຍີ່ປຸ່ນຄື ສ.ເກົາຫລີ ຕ້ອງຜະເຊີນກັບອິດທິພົນຂອງຄື້ນຄວາມຮ້ອນເຊັ່ນກັນ, ມີລາຍງານຜູ້ເສຍຊີວິດແລ້ວ 14 ຄົນ. ຂະນະທີ່ ປະທານາທິບໍດີ ມຸນ ແຈອິນ ກ່າວວ່າ: ສະຖານະການທີ່ເກີດຂຶ້ນຖືເປັນ “ໄພທຳມະຊາດ” ພ້ອມທັງສະແດງຄວາມກັງວົນເລື່ອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໂດຍສະເພາະໄຟຟ້າ, ນ້ຳປະປາ ແລະ ອາຫານສົດຈະແພງຂຶ້ນ.