ລາຍຮັບຂອງແມ່ຍິງລາວຍັງບໍ່ເທົ່າທຽມກັບເພດຊາຍ
March 10, 2017 - 11:14 AM


ການສຳມະນາຄັ້ງນີ້ ຍັງໄດ້ເຊີນຕົວແທນແມ່ຍິງຈຳນວນໜຶ່ງທີ່ມາຈາກຫລາຍສາຂາອາຊີບທີ່ປະສົບຜົນສຳເລັດໃນວຽກງານ ເປັນຕົ້ນພະນັກງານທະນາຄານ, ນັກຮ້ອງ-ນັກສະແດງ, ນັກກິລາ, ອາຈານສອນ. ພິເສດມີທ່ານເອກອັກຄະລັດຖະທູດອາເມລິກາປະຈຳລາວເຂົ້າຮ່ວມສົນທະນາ ແລະ ບັນຍາຍກ່ຽວກັບຜົນສຳເລັດໃນຊີວິດ, ພ້ອມທັງໃຫ້ຄຳຄິດເຫັນ ເພື່ອຊ່ວຍໃນການເລືອກເສັ້ນທາງການເຮັດວຽກຂອງໄວໜຸ່ມລາວ.
ການສຳມະນາດັ່ງກ່າວຈັດຂຶ້ນໂດຍອົງການ UNFPA ເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 107 ປີ ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ, ຄູອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມຈຳນວນຫລາຍ ເພື່ອແນໃສ່ສ້າງແຮງບັນດານໃຈຜ່ານການສົນທະນາກັບແມ່ຍິງທີ່ປະສົບຜົນສຳເລັດ ແລະ ສາມາດໃຫ້ຄຳເຫັນທີ່ດີໃນການເລືອກອາຊີບໃນອະນາຄົດແກ່ໄວໜຸ່ມ ໂດຍສະເພາະແມ່ນໄວໜຸ່ມຍິງ.