ວີໂວນາມ ເດີນທາງເຂົ້າຮ່ວມຊີງແຊ້ມອາຊຽນ ຄັ້ງທີ 5 ທີ່ມຽນມາ

- 38614533 1917492098543514 3283630586601668608 n - ວີໂວນາມ ເດີນທາງເຂົ້າຮ່ວມຊີງແຊ້ມອາຊຽນ ຄັ້ງທີ 5 ທີ່ມຽນມາ
- kitchen vibe - ວີໂວນາມ ເດີນທາງເຂົ້າຮ່ວມຊີງແຊ້ມອາຊຽນ ຄັ້ງທີ 5 ທີ່ມຽນມາ

​      ໃນ​ວັນ​ທີ 7 ສິງຫາ​ນີ້ ທີ່​ສະໜາມ​ບິນ​ວັດ​ໄຕ ນະຄອນຫລວງ​ວຽງ​ຈັນ ສະຫະພັນ​ວິ​ໂວ​ນາມ ​ໄດ້​​ເດີນທາງ​ເຂົ້າ​ຮ່ວມ​ຊີງ​ແຊ້ມອາ​ຊຽນຄັ້ງ​ທີ 5 ທີ່​ປະ​ເທດ​ມຽນມາ ທີ່ຈະຂຶ້ນ​ລະຫວ່າງ​ວັນ​ທີ 7-12 ສິງຫາ​ນີ້ ​ເຊິ່ງນໍາ​ໂດຍທ່ານ ວຽງ​ສຸກ ຮັ່ງ​ເງິນ ຄູ​ຝຶກ​ນັກ​ກິລາ​ວີ​ໂວ​ນາມ ​ພ້ອມ​ດ້ວຍ​ນັກ​ກິລາ 3 ຄົນ​.

ຕາ​ມການ​ໃຫ້​ສໍາພາດ​ຂອງ​ທ່ານ ວຽງ​ສຸກ ຮັ່ງ​ເງິນ ວ່າ: ການ​ແຂ່ງຂັນ​ຄັ້ງ​ນີ້​ ພວກ​ເຮົາ​ໄດ້​ສົ່ງ​ນັກກິລາໂວວີນາມລາວ 3 ຄົນ ປະກອບມີທ້າວ ໄພລັດ ທຳມະວົງສາ ເຈົ້າຂອງຫລຽນຄຳຊີເກມ 2 ສະໄໝຊ້ອນ 2011 ແລະ 2013 ຈະລົງແຂ່ງປະເພດຕໍ່ສູ້ ລຸ້ນນໍ້າຫນັກ 60 ກິໂລ ແລະ ປະເພດຟ້ອນປະກອບອາວຸດໄມກະທາ, ນາງ ພິກສະໄໝ ອິນສຸມັງ ຈະລົງແຂ່ງປະເພດຟ້ອນປະກອບອາວຸດດາບຄູ່ ແລະ ນາງ ມາລາ ຈັນທະລັກສາ ຈະລົງແຂ່ງປະເພດຕໍ່ສູ້ ລຸ້ນນໍ້າຫນັກ 48 ກິໂລ ແລະ ປະເພດຟ້ອນ 2 ລາຍການຄື: ປະກອບອາວຸດດາບຄູ່ ແລະ ມືເປົ່າທ່າມັງກອນປະສານທ່າເສືອ.

ລາຍການນີ້ ມີຊິງໄຊທັງຫມົດ 35 ລາຍການ ລວມປະເພດຟ້ອນ ແລະ ຕໍ່ສູ້ ໂດຍມີນັກກິລາຈາກ 8 ປະເທດໃນອາຊຽນເຂົ້າຮ່ວມເຊັ່ນ: ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ຟິລິບປິນ, ໄທ, ຫວຽດນາມ, ຕີມໍເລສເຕ ແລະ ມຽນມາເຈົ້າພາບ.

- 4 - ວີໂວນາມ ເດີນທາງເຂົ້າຮ່ວມຊີງແຊ້ມອາຊຽນ ຄັ້ງທີ 5 ທີ່ມຽນມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!