ສື່ມວນຊົນລາວຕ້ອງຫັນສູ່ຄວາມທັນສະໄໝເທື່ອລະກ້າວ


ໃນວັນທີ 10 ສິງຫາ ນີ້, ທ່ານ ສະຫວັນຄອນ ຣາຊສະມູນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສື່ມວນຊົນ ຄົບຮອບ 68 ປີ (13 ສິງຫາ 1950 ຫາ 13 ສິງຫາ 2018) ວ່າ: ປັດຈຸບັນ ວຽກງານສື່ມວນຊົນລາວ ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງ ນັບທັງດ້ານປະລິມານ ແລະ ຄຸນນະພາບທັນສະໄໝດີຂຶ້ນເທື່ອລະກ້າວ, ພ້ອມທັງສາມາດເຊື່ອມໂຍງກັບພາກພຶ້ນ ແລະ ສາກົນ, ໂດຍສະເພາະແມ່ນໄດ້ມີການພັດທະນາຮ່ວມມືແບບການນຳສະເຫນີບົດຂ່າວ, ໄດ້ເທື່ອລະກ້າວຜ່ານໜັງສືພິມ, ວິທະຍຸ, ໂທລະພາບ ແລະ ອື່ນໆ ເຮັດໃຫ້ສື່ມວນຊົນລາວມີບົດບາດສູງເດັ່ນຂຶ້ນໃນສັງຄົມ, ປັດຈຸບັນມີໜັງສືພິມ 13 ສະບັບ, ໃນນັ້ນ, ລາຍສັບປະດາ 2 ສະບັບ, ມີວາລະສານ 90 ກ່ວາສະບັບ, ທຸກໆແຂວງ ແລະ ເມືອງໄດ້ມີວິທະຍຸປະຈຳເມືອງ ແລະ ແຂວງຂອງຕົນ ແລະ ສະເພາະຢູ່ນະຄອນຫລວງວຽງຈັນກໍມີວິທະຍຸ ແລະ ໂທລະພາບຫລາຍຄື້ນ, ພ້ອມນັ້ນຍັງໂທລະພາບແຫ່ງຊາດ, ລາວສະຕາ, ທີ່ວີລາວ ແລະ ເອັວວີລາວ, ໂທລະພາບ ປກສ ແລະ ໂທລະພາບຂອງບັນດາປະເທດເພື່ອມິດຄື: VTV, CCTV, ນອກຈາກນີ້ ບັນດາສື່ຕ່າງໆໄດ້ມີສື່ອອນລາຍ ແລະ ເວບໄຊຂອງຕົນ, ສາມາດເຮັດສຳເລັດການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ສາລະບັນເທິງຕ່າງໆລົງສູ່ງສັງຄົມ ໄດ້ຢ່າງກ້ວາງຂວາງ.
ທ່ານ ຮອງລັດຖະມົນຕີ ໃຫ້ຮູ້ວ່າ: ໄລຍະຜ່ານມາເຖິງວ່າ: ສື່ມວນຊົນເຮົາໄດ້ຮັບການພັດທະນາດີຂຶ້ນ, ໄດ້ກາຍເປັນກະບອກສຽງສຳຄັນຂອງພັກ ແລະ ລັດຖະບານເຮົາ, ສາມາດຕີຖອຍປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສາມາດນຳສະເຫນີເຫດການສຳຄັນຕ່າງໆຂອງຊາດ, ຊຶ່ງພົ້ນເດັ່ນແມ່ນການໂຄສະນາໃຫ້ ປີທ່ອງທ່ຽວລາວ 2018, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 29 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນປີ 2016 ແລະ ອື່ນໆ. ເຮັດໃຫ້ຊາວໂລກໄດ້ເຫັນບົດບາດຂອງ ສປປ ລາວ ຫລາຍຂຶ້ນໃນເວທີພາກພຶ້ນ ແລະ ສາກົນ, ແຕ່ປັດຈຸບັນການປະຕິບັດວຽກງານສື່ມວນຊົນແມ່ນພົບກັບຄວາມຫຍຸ້ງຍາກທ້າທາຍຫລາຍປະການ, ໂດຍສະເພາະການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານຂອງຕົນ ແລະ ສິ່ງທີ່ສຳຄັນແມ່ນການເຜີຍແຜ່ຂໍ້ມູນຂ່າວສານ ໃນປັດຈຸບັນມີຫລາຍຊ່ອງທາງ, ສະນັ້ນ ເພື່ອພັດທະນາວຽກງານສື່ມວນຊົນຕ້ອງໄດ້ຫັນປ່ຽນໂດຍສະເພາະການປ່ຽນຖ່າຍອຸປະກອນເຮັດວຽກແບບໃໝ່, ປ່ຽນແບບແຜນວິທີເຮັດວຽກ, ຕ້ອງກຳແໜ້ນແນວທາງຂອງພັກ-ລັດ ແລະ ແຜນພັດທະປະເທດຊາດ, ຄວາມຕ້ອງການຕົວຈິງຂອງປະຊາຊົນ, ຮັບປະກັນໄດ້ 4 ລັກສະນະຂອງສື່ມວນຊົນຄື: ຄວາມຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳຫາງສຽງແລະ ກຸ່ມຄົນບໍ່ດີ, ລັກສະນະຕໍ່ສູ້ຕຳນິວິຈານຕໍ່ປະກົດການທີ່ບໍ່ດີ, ແຕ່ເພື່ອຮັບປະກັນ 4 ລັກສະນະນີ້, ສື່ເຮົາຕ້ອງເລັ່ງສ້າງບຸກຄະລາກອນທີ່ເກັ່ງ ແລະ ປັບປຸງເຄື່ອງມືໃຫ້ທັນສະໄໝເຂົ້າໃນວຽກງານ, ພິເສດແມ່ນຈະຕ້ອງໄດ້ເພີ່ມທະວີນຳພາແນວຄິດການເມືອງໃຫ້ຜູ້ເຮັດວຽກງານສື່ໃຫ້ໜັກແໜ້ນ, ຖ້າບໍ່ກໍຈະນຳໃຊ້ໄປໃນທາງທີ່ຜິດ ແລະ ບໍ່ມີປະສິດທິຜົນ, ພ້ອມກັນນັ້ນກໍຕ້ອງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງ ແລະ ຢຶດໝັ້ນຕາມກົດໝາຍວ່າດ້ວຍສື່ມວນຊົນ ແລະ ສ້າງຕົນເອງໃຫ້ເປັນເວທີສະແດງຄວາມຄິດເຫັນ ແລະ ສ່ອງແສງສັງຄົມຮັບຮູ້ ແລະ ເຂົ້າໃຈບັນຫາຕ່າງໆໄດ້ຖືກຕ້ອງ.