ອິນໂດເນເຊຍຂຶ້ນດອກເບ້ຍ ຮັກສາຄ່າເງິນຣູເປຍຫລຸດລົງ


ທະນາຄານກາງອິນໂດເນເຊຍຂຶ້ນອັດຕາດອກເບ້ຍ ຫວັງສະກັດເງິນຣູເປຍຫລຸດລົງ, ຫລັງນັກລົງທຶນແຫ່ເທຂາຍສະກຸນເງິນຕະຫລາດເກີດໃໝ່ ເຫດກັງວົນວິກິດຄ່າເງິນຕວກກີ.
ບລູມເບີກ ລາຍງານວ່າ: ທະນາຄານກາງອິນໂດເນເຊຍປະກາດຂຶ້ນອັດຕາດອກເບ້ຍໃນວັນທີ 16 ສິງຫາ ເຊິ່ງຖືເປັນການປະກາດຂຶ້ນດອກເບ້ຍເປັນຄັ້ງທີ 4 ຂອງປີນີ້ ນັບແຕ່ເດືອນພຶດສະພາຜ່ານມາ ອັນເປັນຜົນມາຈາກບັນດານັກລົງທຶນຕ່າງກັງວົນກ່ຽວກັບວິກິດການເງິນຂອງຕວກກີ ຫລັງຄ່າເງິນລີຣາອ່ອນຕົວຢ່າງໜັກ.
ລາຍງານລະບຸວ່າ: ທະນາຄານກາງອິນໂດເນເຊຍຕ້ອງປະກາດຂຶ້ນອັດຕາດອກເບ້ຍຈາກ 5,25% ເປັນ 5,50% ເພີ່ມຂຶ້ນປະມານ 0,25% ເຊິ່ງການປະກາດຂຶ້ນດອກເບ້ຍຄັ້ງນີ້ສົ່ງຜົນໃຫ້ຕະຫລາດຮຸ້ນອິນໂດເນເຊຍປັບຂຶ້ນ 125 ຈຸດ ພາຍຫລັງຕະຫລາດເງິນຣູເປຍເມື່ອທຽບໃສ່ເງິນໂດລາຫລຸດລົງຢູ່ລະດັບຕໍ່າສຸດນັບແຕ່ປີ 2015 ໂດຍຢູ່ທີ່ 14.576 ຣູເປຍຕໍ່ໂດລາສະຫະລັດ ອ່ອນຄ່າລົງກວ່າ 7% ນັບແຕ່ຕົ້ນປີ.
ທັງນີ້ ອິນໂດເນເຊຍຖືເປັນປະເທດເສດຖະກິດເກີດໃໝ່ທີ່ຖືກບັນດານັກລົງທຶນຕ່າງປະເທດເທຂາຍສະກຸນເງິນ, ພາຍຫລັງທະນາຄານກາງອາເມລິກາປັບຂຶ້ນອັດຕາດອກເບ້ຍ ລວມທັງມີການເທຂາຍຢ່າງຮຸນແຮງ ຫລັງວິກິດການເງິນລີຣາ.