8 ນິໄສທີ່ເຮັດໃຫ້ການເຮັດວຽກຂອງທ່ານບໍ່ມີປະສິດທິພາບ

ຫລາຍທ່ານມັກຈະເບິ່ງຂ້າມນິໄສທີ່ເຮັດຢູ່ເປັນປະຈຳ ໂດຍທີ່ບໍ່ໄດ້ຄິດເລີຍວ່ານິໄສບາງຢ່າງນັ້ນສົ່ງຜົນເສຍຕໍ່ການເຮັດວຽກຂອງເຮົາ ເຊິ່ງຄວາມຈິງແລ້ວ ນິໄສຂອງເຮົາເອງທີ່ເປັນໂຕບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກອອກມາດີຫລືບໍ່ດີ, ແຕ່ຍ້ອນທຸກຄວາມສຳເລັດເກີດຂຶ້ນຈາກນິໄສທີ່ດີ ດັ່ງນັ້ນຈຶ່ງບໍ່ມີທາງເລືອກທີ່ເຮົາຕ້ອງພະຍາຍາມກຳຈັດສິໄນບໍ່ດີເຫລົ່ານັ້ນອອກໄປໃຫ້ໄດ້ຫລາຍທີ່ສຸດ.
ເຊິ່ງບົດຄວາມນີ້ໄດ້ຍົກໂຕຢ່າງນິໄສບໍ່ດີທີ່ມັກຈະເຮັດໃຫ້ເຮົາເຮັດຫຍັງບໍ່ເປັນຊິ້ນເປັນອັນຈັກເທື່ອ, ລອງພິຈາລະນາເບິ່ງວ່າທ່ານມີນິໄສເຫລົ່ານີ້ແດ່ຫລືບໍ່ ຖ້າມີ ກໍເຖິງເວລາປ່ຽນແປງໂຕເອງແລ້ວ ເພື່ອວຽກທີ່ມີປະສິດທິພາບຂຶ້ນ.
- ມັກກວດເບິ່ງໂທລະສັບຢູ່ຕະຫລອດ : ການໝັ່ນກວດເບິ່ງໂທລະສັບຢູ່ຕະຫລອດຈະເຮັດໃຫ້ທ່ານຖືກດຶງຄວາມສົນໃຈຢູ່ຫລາຍເທື່ອ ສະມາທິຄວນຈະຈົດຈໍ່ກັບວຽກກໍຖືກຂັດຈັງຫວະລົງ ຍ້ອນວ່າທ່ານຈັບໂທລະສັບຂຶ້ນມາກວດເບິ່ງ. ຄົນສ່ວນຫລາຍມັກຈະບໍ່ຮູ້ໂຕວ່າເວລາທີ່ພວກເຂົາກວດເບິ່ງໂທລະສັບ ມັນແມ່ນການຫລີກເວັ້ນທີ່ຈະຄິດເລື່ອງວຽກ ສະນັ້ນ ເມື່ອພະເຊີນກັບວຽກທີ່ຍາກຂຶ້ນແດ່ກໍຈະຈັບໂທລະສັບຂຶ້ນມາຫລິ້ນແທນ.
ລອງຫ້າມໃຈຈັກໜ້ອຍ ຢ່າຈັບໂທລະສັບຂຶ້ນມາຫລິ້ນ, ຢ່າກວດໂທລະສັບຫລາຍເທື່ອເກີນໄປ ໃນນັ້ນອາດຈະບໍ່ມີຫຍັງໃໝ່ເລີຍ ເຖິງວ່າຈະມີ ແຕ່ເຮົາກໍບໍ່ຕ້ອງຟ້າວຂະໜາດນັ້ນກໍໄດ້.
- ເປັນຜູ້ຟັງທີ່ບໍ່ດີ : ມີຜູ້ຟັງຢູ່ 2 ປະເພດ, ປະເພດທຳອິດແມ່ນຄົນທີ່ນັ່ງຟັງງຽບໆຢູ່ຕໍ່ໜ້າທ່ານ ແລະ ຟັງທຸກຄຳທີ່ທ່ານເວົ້າຢ່າງຕັ້ງໃຈ, ເຊື່ອມຕໍ່ກັບບົດສົນທະນາ ແລະ ກະຕືລືລົ້ນທີ່ຈະເຮັດຄວາມເຂົ້າໃຈຄວາມຄິດຂອງທ່ານ.
ປະເພດທີສອງແມ່ນຄົນທີ່ມານັ່ງງຽບໆຢູ່ຕໍ່ໜ້າທ່ານ, ແຕ່ບໍ່ໄດ້ຟັງສິ່ງທີ່ທ່ານເວົ້າເລີຍ ເຂົາເມົາແຕ່ວົນຢູ່ກັບຄວາມຄິດໃນຫົວໂຕ ເອງ, ຄິດເລື່ອງອື່ນໆ ຄືກັບບໍ່ໄດ້ນັ່ງຢູ່ບ່ອນນັ້ນ.
ຢ່າເປັນຄົນປະເພດທີສອງ, ການຟັງແມ່ນສິລະປະ, ການຟັງທີ່ດີແມ່ນການເຮັດໃຫ້ສະໝອງປອດ ໂປ່ງ ພ້ອມຈະຮັບຂໍ້ມູນໃໝ່ໆ ການເປັນຜູ້ຟັງທີ່ດີນັ້ນຈະເຮັດໃຫ້ການເຮັດວຽກຂອງທ່ານຄ່ອງແຄ້ວຂຶ້ນໄດ້ຫລາຍ ເພາະທ່ານຈະໄດ້ບໍ່ຕ້ອງເວົ້າຄຳວ່າ : “ວ່າງກີ້ນີ້ເຈົ້າເວົ້າຫຍັງ ຂ້ອຍໃຈລອຍເລີຍບໍ່ໄດ້ຟັງ”.
- ເຮັດຫລາຍຢ່າງພ້ອມກັນ : ການເຮັດຫລາຍຢ່າງພ້ອມກັນຈະເຮັດໃຫ້ເຮົາບໍ່ສາມາດຈົດຈໍ່ຢູ່ກັບວຽກໄດ້ເລີຍ ຄົນທີ່ມີນິໄສແບບນີ້ມັກຈະຂາດສະມາທິກັບວຽກ ເຊິ່ງຄວາມສົນໃຈຖືກແບ່ງເປັນຫລາຍພາກສ່ວນ ແລະ ເຖິງວ່າຈະເຮັດວຽກສຳເລັດທັງສອງວຽກ ວຽກເຫລົ່ານັ້ນກໍຈະອອກມາບໍ່ມີຄຸນນະພາບ. ດັ່ງນັ້ນຈົ່ງເລືອກເຮັດວຽກພຽງຢ່າງດຽວ ແລະ ທຸ້ມເທຄວາມສົນໃຈໄປໃຫ້ມັນໃຫ້ຫລາຍທ່ີສຸດ.
- ເຮັດວຽກໃນຂະນະທີ່ເປີດໂທລະພາບປະໄວ້ : ການມີສຽງລົບກວນ ຫລື ສິ່ງດຶງດູດສາຍຕານັ້ນ ບໍ່ເປັນຜົນດີຕໍ່ປະສິດທິພາບໃນການເຮັດວຽກຂອງທ່ານ, ການເຮັດວຽກທີ່ດີຈະຕ້ອງເຮັດຢ່າງຄ່ອງແຄ້ວ ແລ້ວການຈະໄປສູ່ຈຸດນັ້ນ ສະພາບແວດລ້ອມຕ້ອງງຽບສະຫງົບ ຄ້າຍກັບການຝຶກສະມາທິ ເມື່ອໄປເຖິງຈຸດນັ້ນໄດ້ ທ່ານກໍຈະລືມສິ່ງອ້ອມໂຕໄປເລີຍ, ແຕ່ຈະດີກ່ວາບໍ່ຖ້າຕັດສິ່ງເຫລົ່ານັ້ນອອກໄປຕັ້ງແຕ່ທຳອິດ ດັ່ງນັ້ນ ຈົ່ງປິດສິ່ງລົບກວນອອກໄປໃຫ້ໝົດ.
- ເຮັດວຽກໃນສະພາບແວດລ້ອມທີ່ບໍ່ອຳນວຍ : ສະພາບແວດລ້ອມເປັນສ່ວນສຳຄັນທີ່ເຮັດໃຫ້ວຽກຂອງທ່ານອອກມາດີຫລືບໍ່ດີ ຖ້າສະພາບແວດລ້ອມບໍ່ດີ ເຕັມໄປດ້ວຍສິ່ງລົບກວນ ຍ່ອມເຮັດໃຫ້ວຽກຂອງທ່ານເດີນໜ້າໄປຢ່າງເຊື່ອງຊ້າ. ລອງຫາບ່ອນມິດງຽບ ແລະ ສະພາບແວດອ້ອມທີ່ເໝາະສົມກັບໂຕທ່ານ ເພື່ອການເຮັດວຽກທີ່ມີປະສິດທິພາບຫລາຍຂຶ້ນ.
- ເຮັດວຽກກັບຄົນທີ່ບໍ່ມີປະສິດທິຜົນ : ຄົນອ້ອມຂ້າງກໍເປັນສ່ວນໜຶ່ງທີ່ມັກຈະດຶງຄວາມສົນໃຈ ຫລື ເຮັດໃຫ້ທ່ານເສຍສະມາທິໄດ້ງ່າຍ ທ່ານຄວນຈະຫາບ່ອນເຮັດວຽກທີ່ບໍ່ມີຄົນເຫລົ່ານີ້ຢູ່, ພະຍາຍາມຢ່າເຂົ້າໃກ້ຄົນທີ່ມັກຈະມາລົບກວນທ່ານຕະຫລອດ. ອີກວິທີໜຶ່ງກໍແມ່ນຕົກລົງກັນກັບໝູ່ວ່ານີ້ແມ່ນເວລາເຮັດວຽກ ເພື່ອທີ່ທຸກຄົນຈະໄດ້ຈົດຈໍ່ກັບວຽກຂອງໂຕເອງ ແລະ ພັກເມື່ອເຖິງເວລາ.
- ຂາດການກຽມພ້ອມ : ການກຽມໂຕທີ່ດີສົ່ງຜົນຕໍ່ວຽກຂອງທ່ານຫລາຍ ຖ້າທ່ານກຽມໂຕ ຫລື ວາງແຜນໄວ້ລ່ວງໜ້າ ວຽກທີ່ອອກມາຈະດີຂຶ້ນ ທ່ານບໍ່ຕ້ອງມານັ່ງຄິດທົບທວນສິ່ງທີ່ຍັງຫລົງລືມ ເພາະທ່ານເຮັດມັນຢ່າງສະໝໍ່າສະເໝີຈົນຈື່ໄດ້ແລ້ວວ່າຈະຕ້ອງເຮັດແນວໃດຕໍ່ໄປ.
- ເປີດການແຈ້ງເຕືອນ : ທ່ານເຄີຍຫລືບໍ່ ຂະນະທີ່ທ່ານພ້ອມທີ່ຈະເຮັດວຽກຢ່າງເຕັມສູບ ການແຈ້ງເຕືອນຈຳນວນຫລາຍກໍຟ້ອງຂຶ້ນມາເທິງໜ້າຈໍຄອມພິວເຕີຂອງທ່ານ ແລ້ວທ່ານກໍນັ່ງເບິ່ງມັນເທື່ອລະອັນຈົນເສຍເວລາໄປໝົດ ອັນນີ້ຍັງບໍ່ນັບໃນລະຫ່ວາງທີ່ທ່ານກຳລັງເຮັດວຽກຢູ່ນຳອີກ.
ການແຈ້ງເຕືອນເປັນສິ່ງທີ່ເຮັດໃຫ້ທ່ານຖືກດຶງຄວາມສົນໃຈໄດ້ໂດຍບໍ່ຮູ້ໂຕ ດັ່ງນັນ ຈົ່ງປິດມັນໄວ້ກ່ອນຈະດີກ່ວາ ແລ້ວວຽກຈຶ່ງມາກວດເບິ່ງຕາມຫລັງກໍໄດ້.