ອິນເດຍເລັ່ງທຳຄວາມສະອາດຄັ້ງໃຫຍ່ ແລະ ຢ້ານພະຍາດລະບາດ

ເຈົ້າໜ້າທີ່ສາທາລະນະສຸກອິນເດຍກຽມມາດຕະການປ້ອງກັນພະຍາດລະບາດຫລັງຈາກນ້ຳຖ້ວມໜັກໃນລັດເກຣລະທາງພາກໃຕ້ຂອງປະເທດໃນວັນທີ 20 ສິງຫານີ້. ຂະນະທີ່ລະດັບນ້ຳຫລຸດລົງ ແລະ ຕ້ອງຊ່ວຍກັນເຮັດຄວາມສະອາດຄັ້ງໃຫຍ່ຈາກອຸທົກກະໄພຄັ້ງຮຸນແຮງທີ່ສຸດໃນຮອບ 100 ປີ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 200 ຄົນ.
ຝົນຕົກຕໍ່ເນື່ອງມາແຕ່ວັນທີ 8 ສິງຫາ ທີ່ລັດເກຣລະ ເຮັດໃຫ້ນ້ຳຖ້ວມ ແລະ ດິນເຈື່ອນ, ປະຊາຊົນຫລາຍສິບຄົນສູນຫາຍ ແລະ ອີກເກືອບ 1 ລ້ານຄົນຕ້ອງອາໄສຢູ່ໃນສູນພັກຊົ່ວຄາວຫລາຍພັນແຫ່ງ. ເຈົ້າໜ້າທີ່ທ້ອງຖິ່ນເມືອງໂກຊິກ່າວວ່າ: ບັນຫາທ້າທາຍທີ່ສຸດໃນຕອນນີ້ຄືການເຮັດຄວາມສະອາດເຮືອນຫລັງນ້ຳຖ້ວມ, ການຟື້ນຟູ ແລະ ປ້ອງກັນພະຍາດຕິດຕໍ່ຈາກນ້ຳຖ້ວມ, ຄາດວ່າຈະມີຝົນຕົກເບົາບາງຈົນເຖິງລະດັບປານກາງທົ່ວລັດເກຣລະໃນວັນທີ 20 ສິງຫານີ້. ຂະນະທີ່ໜ່ວຍກູ້ໄພຕ້ອງຜ່າລະດັບນ້ຳທີ່ເພີ່ມສູງຂຶ້ນ ແລະ ດິນເຈື່ອນເຂົ້າຊ່ວຍເຫລືອປະຊາຊົນຫລາຍໝື່ນຄົນໃນເຮືອນທີ່ຕົກຄ້າງຢູ່. ຝົນທີ່ຕົກລົງມາໃນລັດເກຣລະລະຫວ່າງລະດູຝົນເດືອນມິຖຸນາ-ກັນຍາມີປະລິມານຫລາຍກວ່າລະດັບປົກກະຕິເຖິງ 40% ຝົນທີ່ຕົກໜັກໃນໄລຍະ 10 ວັນຜ່ານມາ ເຮັດໃຫ້ເຈົ້າໜ້າທີ່ຕ້ອງລະບາຍນ້ຳອອກຈາກເຂື່ອນຫລາຍສິບແຫ່ງ ແລະ ນ້ຳໃນແມ່ນ້ຳລົ້ນຕາຝັ່ງ.