ບາງອາຫານກິນແລ້ວສາມາດຊ່ວຍກຳຈັດສິວໄດ້


ສິວ ເປັນບັນຫາດ້ານຜິວໜັງເບື້ອງຕົ້ນທີ່ສາມາດເກີດຂຶ້ນໄດ້ກັບຜູ້ຄົນທຸກເພດໄວ ໂດຍເປັນບັນຫາທີ່ສາມາດປິ່ນປົວໄດ້ ໂດຍການເລືອກກິນອາຫານທີ່ມີຄວາມດຸ່ນດ່ຽງ ແລະ ຮັກສາວິຖີຊີວິດທີ່ດຸ່ນດ່ຽງ ແລະ ມີສຸຂະພາບດີ ໂດຍຄຳແນະນຳຈາກນັກສັນຍະກຳດ້ານຄວາມງາມກ່ຽວກັບການຈັດການສິວມີດັ່ງນີ້ :
– ເຂົ້າຫລາກຫລາຍສີ : ເປັນແຫລ່ງວິຕາມິນເບ, ໂປຣຕິນ, ແມັກນີຊຽມ ແລະ ສານຕ້ານອະນຸມູນອິດສະລະຫລາຍຊະນິດ ສຳລັບບັນຫາຜິວໜັງດັ່ງສິວ ວິຕາມິນເບຈະເຮັດໜ້າທີ່ເປັນນັກຕໍ່ສູ້ກັບບັນຫາສິວໄດ້ ເພາະຊ່ວຍຄວບຄຸມລະດັບຮໍໂມນ ແລະ ປ້ອງກັນບໍ່ໃຫ້ເກີດສິວໄດ້.
– ຜັກທຽມ : ມີສານ Allicin ຊ່ວຍຫລຸດການອັກເສບສາມາດຂ້າເຊື້ອແບັກທີເຣຍ ແລະ ໄວຣັສຈຶ່ງຊ່ວຍຫລຸດສິວໄດ້.
– ຜັກກາດດອກ : ຊ່ວຍລ້າງສານພິດ, ມີວິຕາມິນຫລາຍຊະນິດ ວິຕາມິນອາ, ເບ, ເຊ, ອີ, ກາ ແລະ ສານຕ້ານອະນຸມູນອິດສະລະ ເພີ່ມຄວາມສົດໃສແຂງແຮງໃຫ້ຜິວ.
– ຊີ້ນປາ : ມີໂອເມກ້າ 3, 6 ມີຄວາມສາມາດໃນການຊ່ວຍຫລຸດການອັກເສບໃນຜິວໜັງ.
– ຖົ່ວ : ສ່ວນຫລາຍມີຊີລີນຽມ, ວິຕາມິນອາ, ທອງແດງ, ແມັກນີຊຽມ, ແມງການັສ, ໂປຕັສຊຽມ, ການຊຽມ ແລະ ທາດເຫລັກ ເຊິ່ງດີຕໍ່ສຸຂະພາບຜິວທັງໝົດ.
– ຊາຂຽວ : ມີປະໂຫຍດໃນການຫລຸດການອັກເສບຂອງສິວ 10 – 15% ເຮັດໃຫ້ຮອຍແດງ ຫລື ການອັກເສບຂອງສິວຫລຸດລົງ.
– ໝາກລະແຊັງແດງ : ສາມາດຊ່ວຍຄວບຄຸມຜົນຂ້າງຄຽງຂອງປະຕິກິລິຍາພູມແພ້ເທິງຜິວ.