3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ

3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ - 012108 2018 - 3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ
3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ - Untitled design 1 - 3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ

ການເຮັດວຽກກຸ່ມ ຫລື ການເຮັດວຽກເປັນທີມນັ້ນ ຖືວ່າເປັນການຮຽນຮູ້ທີ່ມີປະສິດທິພາບຢ່າງໜຶ່ງ ເພາະມັນຊ່ວຍໃຫ້ທ່ານສາ ມາດຮັບຮູ້ບົດບາດຫລາຍໆຢ່າງ ເຊັ່ນ : ການບໍລິຫານຈັດການ, ການເປັນຜູ້ນຳ, ການສື່ສານ ແລະ ການແກ້ໄຂບັນຫາໄດ້ເປັນຢ່າງດີ.

ການເຮັດວຽກເປັນທີມນັ້ນບໍ່ແມ່ນເລື່ອງງ່າຍປານໃດ ຖ້າເຮົາບໍ່ຮູ້ຈັກວິທີຈັດການທີ່ດີພໍ ວຽກກໍພັງໄດ້ງ່າຍໆ ເພາະການທີ່ຄົນມາໂຮມກຸ່ມເຮັດວຽກນຳກັນ ຍ່ອມເຮັດໃຫ້ເກີດບັນຫາເປັນເລື່ອງປົກກະຕິ ດັ່ງນັ້ນ ເຮົາຈຶ່ງຄວນຈະມີເຕັກນິກມາປັບໃຊ້ເພື່ອໃຫ້ການ ເຮັດວຽກຮ່ວມກັນກັບຄົນອື່ນອອກມາໄດ້ຜົນເປັນທີ່ໜ້າພໍໃຈ ແລະ ປະສົບຄວາມສຳເລັດໃນທີ່ສຸດ.

3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ - Visit Laos Visit SALANA BOUTIQUE HOTEL - 3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ
  1. ກຳໜົດເປົ້າໝາຍຮ່ວມກັນໃຫ້ຈະແຈ້ງ : ໃນການເລີ່ມຕົ້ນເຮັດວຽກເປັນທີມນັ້ນຄວນຈະໃຊ້ເວລາໃນການປະຊຸມຕົກລົງກ່ຽວກັບເປົ້າໝາຍຂອງທີມ ວ່າທີມຕ້ອງການຫຍັງ ແລະ ໃຜຄວນມີບົດບາດແນວໃດຕໍ່ວຽກແດ່, ທິດທາງ ແລະ ເປົ້າໝາຍຂອງວຽກຈະເປັນໄປໃນຮູບແບບໃດ ເຊິ່ງທ່ານຄວນຈະກຳໜົດນຳວ່າຈະມີການປະຊຸມກັນຈັກເທື່ອ ແລະ ຈະຕິດຕໍ່ສື່ສານກັນແນວໃດ, ໂອ້ລົມກັນແບ່ງວຽກໃຫ້ລົງໂຕ. ເມື່ອທຸກຄົນຮູ້ເປົ້າໝາຍຈະແຈ້ງ ການເຮັດວຽກຮ່ວມກັນກໍງ່າຍຂຶ້ນ.
  2. ໝັ້ນໃຈວ່າທຸກຄົນມີສ່ວນຮ່ວມ : ສະມາຊິກທຸກຄົນໃນທີມຕ້ອງມີສ່ວນຮ່ວມກັບວຽກ ແລະ ສ້າງບັນຍາກາດທີ່ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອໃຫ້ທຸກຄົນຮູ້ສຶກສະບາຍໃຈທີ່ຈະເຮັດວຽກນີ້ ແລ້ວວຽກກໍຈະອອກມາມີປະສິດທິພາບ ການແບ່ງໜ້າທີ່ກໍເປັນສິ່ງສຳຄັນເຊັ່ນກັນ ເພາະບຸກຄະລິກນິໄສທີ່ແຕກຕ່າງກັນຍ່ອມເຮັດໃຫ້ແຕ່ລະຄົນມີວຽກທີ່ຊຳນານຕ່າງກັນໄປນຳ ເຊັ່ນ : ບາງຄົນບໍ່ເໝາະສົມຈະເປັນຜູ້ນຳ, ແຕ່ເຂົາກໍສາມາດສະໜັບສະໜູນຜູ້ອື່ນໄດ້ດີສຸດເພາະໃນໜຶ່ງຄົນອາດມີບົດບາດຫລາກຫລາຍ ການເຮັດວຽກເປັນທີມຈຶ່ງຄວນທີ່ຈະສ້າງຄວາມດຸ່ນດ່ຽງຂອງທີມໃຫ້ໄດ້ຫລາຍທີ່ສຸດ ໂດຍທົ່ວໄປແລ້ວໃນການປະຊຸມ ຫລື ການລະດົມສະໝອງຮ່ວມກັນ ເຮົາສາມາດແບ່ງບົດບາດໜ້າທີ່ພາຍໃນທີມໄດ້ 7 ບົດບາດ ດັ່ງນີ້ :

     – ນັກປະນີປະນອມ (Compromiser) :  ເປັນຄົນທີ່ສ້າງບັນຍາກາດທີ່ດີລະຫ່ວາງເພື່ອນຮ່ວມງານ, ສ້າງຄວາມຮັດແໜ້ນກົມກຽວໃຫ້ກັບລູກທີມທຸກຄົນ ຄົນຈຳພວກນີ້ມັກຈະເອົາໃຈໃສ່ລາຍລະອຽດຂອງລູກທີມແຕ່ລະຄົນໄດ້ເປັນຢ່າງດີ.

     – ນັກສະໜັບສະໜູນຊຸກຍູ້ (Encourager) : ເປັນຄົນທີ່ສາມາດກະຕຸ້ນລູກທີມໃຫ້ມີພະລັງໃນການເຮັດວຽກ ອາດຈະໃຊ້ອາລົມຂັນເຂົ້າຊ່ວຍແດ່ ແນະນຳແນວຄິດ ຫລື ແມ່ນແຕ່ເປັນຜູ້ນຳເມື່ອພະເຊີນໜ້າກັບບັນຫາ.

     – ນັກກວດສອບ ແລະ ປະເມີນຜົນ (Evaluator) : ເປັນຄົນທີ່ສາມາດວິເຄາະທາງເລືອກເພື່ອເປັນຂໍ້ມູນກ່ອນການຕັດສິນໃຈ ເຮັດບາງຢ່າງ ເພື່ອໃຫ້ຜົນອອກມາດີທີ່ສຸດ.

     – ນັກຄິດ (Ideas person):  ເປັນຜູ້ສະເໜີໄອເດຍຕ່າງໆໃຫ້ກັບກຸ່ມ ແລະ ເປັນຄົນທີ່ສາມາດສະເໜີແນວທາງແກ້ໄຂບັນຫາໄດ້ຢ່າງຫລັກແຫລມ.

     – ຜູ້ນຳ (Leader) :  ເປັນຜູ້ທີ່ເຮັດໃຫ້ກຸ່ມສາມາດດຳເນີນງານຕໍ່ໄປໄດ້ຢ່າງໝັ້ນຄົງ, ກົງຕາມເປົ້າໝາຍ, ບໍ່ອອກນອກເສັ້ນທາງ ທັງຍັງເປັນຜູ້ປະສານງານລະຫ່ວາງສະມາຊິກຄົນອື່ນໆໃນກຸ່ມ ເຊິ່ງເປັນທັງຜູ້ມອບໝາຍວຽກ ແລະ ຕິດຕາມຊຸກຍູ້ໃຫ້ວຽກອອກມາປະສົບຜົນສຳເລັດ.

     – ນັກຈົດບັນທຶກ (Recorder) : ເປັນຜູ້ທີ່ເຮັດໃຫ້ ສິ່ງຕ່າງໆເປັນລະບຽບຮຽບຮ້ອຍ ເຊັ່ນ : ຕິດຕາມຈັດຕາຕະລາງ, ບັນທຶກການປະຊຸມ ເພື່ອໃຫ້ສະມາຊິກຄົນອື່ນໆນັ້ນເຂົ້າໃຈວ່າພວກເຂົາມີໜ້າທີ່ຫຍັງ.

     – ນັກສະຫລຸບຜົນ (Summariser)  : ຈະຕິດຕາມສະຫລຸບເລື່ອງລາວຕ່າງໆເພື່ອໃຫ້ສະມາຊິກເຂົ້າໃຈສະຖານະການ ຫລື ວຽກທີ່ຈະຕ້ອງເຮັດໄດ້ງ່າຍຂຶ້ນ, ໝັ່ນສະຫລຸບການປະຊຸມໃນແຕ່ລະເທື່ອ.

  1. ຫລີກເວັ້ນນິໄສບໍ່ດີ : ເຖິງວ່າທ່ານຢາກປະສົບຄວາມສຳເລັດກັບວຽກເທົ່າໃດ ແຕ່ນິໄສບາງຢ່າງກໍເຮັດໃຫ້ວຽກກຸ່ມພັງໄດ້ງ່າຍໆ ເຊັ່ນ : ພຶດຕິກຳຕໍ່ໄປນີ້ :

– ເຈົ້າອາລົມ, ຫງຸດຫງິດໃຈຮ້າຍ ໃຊ້ອາລົມຮຸນແຮງເກີນເຫດ.

– ສະແດງຄວາມບໍ່ພໍໃຈຕໍ່ການຕັດສິນໃຈຕ່າງໆຢູ່ສະເໝີ.

– ບໍ່ເຄົາລົບ ແລະ ໃຫ້ກຽດຜູ້ອື່ນ, ມັກວິພາກວິຈານໂດຍບໍ່ໃຫ້ຄຳແນະນຳໃດໆ.

– ເຮັດໃຫ້ຄົນອື່ນເສຍສະມາທິ ເພາະເມົາແຕ່ຫລິ້ນມ່ວນ.

– ບໍ່ໃຫ້ຄວາມຮ່ວມມື, ບໍ່ສົນໃຈ.

– ບໍ່ຄ່ອຍຮັບຟັງຜູ້ອື່ນ ແລະ ມັກຈະເວົ້າແຊກ.

– ເວົ້າຫລາຍເກີນໄປ ຈົນຄົນອື່ນບໍ່ໄດ້ເວົ້າ.

ເປັນເລື່ອງທຳມະດາທີ່ການເຮັດວຽກເປັນທີມຈະເກີດຄວາມຄິດເຫັນບໍ່ກົງກັນ, ແຕ່ເຮົາກໍບໍ່ຄວນເຮັດໃຫ້ບັນຫາຂອງທີມກາຍ ມາເປັນບັນຫາສ່ວນໂຕ ດັ່ງນັ້ນ ຄວນຈະຖົກຖຽງໃນສິ່ງທີ່ກ່ຽວກັບວຽກແທ້ໆ ຖ້າທ່ານມີບັນຫາບໍ່ຕົກລົງກັນບໍ່ໄດ້ກັບສະມາຊິກກໍຄວນເກັບໄປເວົ້າກັບເຂົາເປັນການສ່ວນໂຕຈະດີທີ່ສຸດ.

3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ - lattana banner - 3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ
3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ - lattana banner 1 - 3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ
3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ -    AD conten website - 3 ເຕັກນິກການເຮັດວຽກເປັນທີມເພື່ອໃຫ້ວຽກຂອງທ່ານປະສົບຜົນສຳເລັດ
error: Alert: ເນື້ອຫາຂ່າວມີລິຂະສິດ !!