ຈົດຈຳລຳລຶກວັນຢຶດອຳນາດ 23 ສິງຫາ

ໂດຍ: ທິດກ່ຳ
ມູນເຊື້ອປະຫວັດສາດ ຂອງຊາດລາວເຮົາໄດ້ຜ່ານ ພົ້ນໄປຫລາຍຍຸກຫລາຍສະ ໄໝ, ບາງໄລຍະກໍເຂັ້ມແຂງ ເລື່ອງລືມີຊື່ສຽງດັງກ້ອງ ໂລກ, ແຕ່ກໍມີບາງໄລຍະທີ່ ເຕັມໄປດ້ວຍຊາຕາກຳທີ່ທຸກ ຍາກລຳບາກ ຈົນປະເທດຊາດ ຕ້ອງໄດ້ກາຍເປັນຫົວເມືອງ ຂຶ້ນຂອງຕ່າງຊາດ ດັ່ງມີຄຳ ກອນຈາກນັກປາດອາຈານ ໃນສະໄໝກ່ອນໄດ້ບັນທຶກ ແລະ ແຕ່ງເອົາໄວ້ໃນພົງ ສາ ວະດານລາວວ່າ “ຟ້າງຸ່ມສ້າງ ໂຮມຊາດຊາວລາວ, ໄຊເຊດ ຖາປາບມານມາແຍ້ງ, ສຸຣິ ຍະວົງສາສ້າງລ້ານຊ້າງ ເຮົາໃຫ້ເຮືອງຮຸ່ງ, ອານຸວົງ ບໍ່ຍອມເປັນຂ້ອຍຂ້າພາກູ້ ຊາດລາວ”. ດວງຊາຕາຂອງ ປະເທດລ້ານຊ້າງທີ່ຕົກຢູ່ ໃນຄວາມຕ່ຳຕ້ອຍນ້ອຍ ໜ້າທີ່ສຸດກໍແມ່ນໃນເປີງ 3 ກົກ (ສາມເຈົ້າ) ອັນມີເຈົ້າ ຫລວງພະບາງ, ເຈົ້າວຽງຈັນ ແລະ ເຈົ້າຈຳປາສັກ.
+ ຄຳມ່ວນເຊື່ອມຊຶມມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນຢຶດອຳນາດທົ່ວປະເທດ 23 ສິງຫາ
+ ເມືອງສັງທອງລະນຶກວັນຢຶດອຳນາດ 23 ສິງຫາ
ໃນແຕ່ລະເຈົ້າກໍມີ ຄວາມ ແຕກຕ່າງຂັດແຍ່ງຊີງດີຊີງ ເດັ່ນກັນ, ເກີດແບ່ງແຍກ ຄວາມສາມັກຄີ ຈົນວິນາທີສຸດ ທ້າຍສະຫຍາມກໍໄດ້ເຂົ້າມາ ບຸກລຸກຮຸກຮານ ແລະ ເອົາປະ ເທດລ້ານຊ້າງເປັນເມືອງຂຶ້ນຢ່າງອັດຕະໂນມັດເປັນເວລາເກືອບໜຶ່ງສັດຕະວັດ.
ການເປັນຫົວເມືອງ ຂຶ້ນຂອງສະຫຍາມໃນສະ ໄໝນັ້ນ, ເນື້ອແທ້ຂອງມັນ ກາຍເປັນຂ້າທາດຢ່າງເງີຍ ຄໍບໍ່ຂຶ້ນ ຈຶ່ງເຮັດໃຫ້ເຈົ້າອາ ນຸວົງທີ່ເປັນເຈົ້າແຜ່ນດິນ ວຽງຈັນອົດບໍ່ລົນທົນບໍ່ໄດ້ ຈຶ່ງມີຂະບວນລຸກຂຶ້ນຕໍ່ສູ້ສຸດ ທ້າຍເຈົ້າອານຸພ້ອມດ້ວຍວົງສາຄະນາຍາດຂອງກະສັດ ວຽງຈັນ ກໍຕ້ອງສະຫລະຊີບ ດ້ວຍຄົມດາບຂອງເຈົ້າແຜ່ນດິນສະຫຍາມຢ່າງໂຫດຮ້າຍປ່າເຖື່ອນ ແລະ ທາລຸນທີ່ສຸດ.
ຈາກນັ້ນ, ປະຊາຊົນລາວ ບັນດາເຜົ່າກໍຍິ່ງຖືກບີບ ບັງຄັບ, ຖືກກວາດຕ້ອນ, ນະ ຄອນຫລວງວຽງຈັນຖືກທຳລາຍເຜົາຜານຢ່າງຮາບຄາບທຸກສິ່ງຢ່າງຍັງເຫລືອແຕ່ເຖົ່າຖ່ານກາຍເປັນ ເມືອງຮ້າງ.
ຢູ່ຕໍ່ມາຫລັງສົງຄາມ ໂລກຄັ້ງທີສອງ, ຝຣັ່ງເສດ ໄດ້ຂະຫຍາຍອິດທິພົນເຂົ້າ ມາທາງທິດອິນດູຈີນ ຈຶ່ງເຂົ້າ ມາຢຶດ ແລະ ປົກຄອງເອົາ ຫວຽດນາມ, ກຳປູເຈຍ ແລະ ລາວ ໂດຍຫວັງຈະຢຶດເອົາ ທັງສະຫຍາມ, ແຕ່ກໍມີອັງກິດ ໜູນຫລັງສຸດທ້າຍມາຝຣັ່ງ ກັບ ສະຫຍາມກໍພາກັນແບ່ງ ດິນແດນລ້ານຊ້າງເຮັດໃຫ້ ຄົນລາວ ສອງຝັ່ງແມ່ນ້ຳ ຂອງໄດ້ແບ່ງກັນຢູ່ຄົນລະ ປະເທດກາຍເປັນລາວອີ ສານກັບ ລາວວຽງຈັນມາ ຮອດປັດຈຸບັນ. ນີ້ລະຄືຄວາມ ເປັນມາທີ່ໜ້າສັງເວດຂອງ ປະຫວັດສາດລາວບາງ ຕອນທີ່ຄົນລາວຈາກຍຸກ ກ່ອນມາຮອດຍຸກປັດຈຸບັນ ພາກັນລືມຍາກ.
ແນວໃດກໍຕາມ, ຖືວ່າ ນັບແຕ່ຂະບວນການຕໍ່ສູ້ ຂອງເຈົ້າອານຸວົງເປັນຕົ້ນ ມາ ກໍໄດ້ມີບຸກຄົນທີ່ຮັກ ຊາດຮັກແຜ່ນດິນໄດ້ສືບ ຕໍ່ລຸກຂຶ້ນເປັນໄລຍະໆຕໍ່ໆ ກັນມາເຊັ່ນ: ຂະບວນຂອງ ຜູ້ມີບຸນຫລືວ່າ ຍາຄູຂີ້ຫອມ ແລະ ບັນດານັກປາດອາ ຈານທີ່ໄດ້ແຕ່ງຂັບແຕ່ງ ລຳ, ບົດປະພັນ, ວັນນະຄະດີ, ບົດກາວີ ທີ່ຊ້ອນເລັບເພື່ອ ປູກຈິດສຳນຶກໃນຄວາມເປັນ ຊາດ, ຄວາມຮັກຊາດ, ຮັກ ແຜ່ນດິນຂອງເຊື້ອຊາດ ລາວ, ຄົນລາວ.
ພາຍຫລັງປະເທດຊາດ ທາງຝັ່ງຊ້າຍໄດ້ຕົກເປັນ ຫົວເມືອງຂຶ້ນຂອງຝຣັ່ງ ຂະບວນການຕໍ່ສູ້ຂອງ ປະຊາຊົນບັນດາເຜົ່າ ກໍໄດ້ ອວ່າຍປາຍຫອກ ແລະ ປາຍ ປືນຫັນໜ້າມາສູ້ກັບພວກ ລ່າເມືອງຂຶ້ນຝຣັ່ງເຊັ່ນ: ຂະບວນການຕໍ່ສູ້ຂອງພໍ່ ກະດວດ, ເຈົ້າຟ້າປັດໄຈ, ອົງ ແກ້ວ ກົມມະດຳ ແລະ ຜູ້ນຳ ອື່ນໆ ສືບຕໍ່ກັນມາຈົນຮອດ ຍຸກມີພັກຄອມມູນິດອິນດູ ຈີນນຳພາກ້າວມາເຖິງຍຸກ ການນຳພາຂອງຂະບວນ ການແນວລາວອິດສະຫລະ ກາຍມາເປັນພັກປະຊາຊົນ ປະຕິວັດລາວໄດ້ນຳພາປົດ ປ່ອຍຊາດ ແລະ ປົກຄອງ ບ້ານເມືອງມາຮອດປັດຈຸ ບັນນີ້.
ສິ່ງທີ່ທິດກ່ຳຍົກມານີ້, ມັນຄ້າຍຄືກັນກັບເລົ່ານິທານ ບໍ່ໄດ້ເວົ້າເຖິງວັນທີເດືອນ ປີ ພສ ແລະ ຄສ ຍ້ອນວ່າໜ້າ ເຈ້ຍມັນຈຳກັດທັງເນື້ອບົດ ມັນຈະຍາວສາວຍືດສາວໄຍ ປານລຳພະເວດ. ແຕ່ພວກ ເຮົາຕ້ອງເຂົ້າໃຈວ່າ, ການ ທີ່ໄດ້ໄຊຊະນະມັນບໍ່ແມ່ນ ໄດ້ມາຢ່າງງ່າຍດາຍຄືປອກກ້ວຍ, ຕ້ອງໄດ້ເສຍສະຫລະ ຊີວິດເລືອດເນື້ອຂອງບັນດາ ນັກຮົບຜູ້ຮັກຊາດຮັກແຜ່ນ ດິນ, ໃນຍຸກການນຳພາຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພວກເຮົາຍິງໄດ້ຕໍ່ສູ້ທາງ ການເມືອງ, ໃຊ້ຮູບການເຈຍ ລະຈາດ້ວຍວິທີການຕ່າງໆ ກັບຝ່າຍກົງກັນຂ້າມ, ດ້ານ ການທະຫານ ກໍຕີເອົາເຂດ ທີ່ໝັ້ນຂອງຂະບວນການ ແນວລາວອິດສະຫລະກໍຄື ແນວລາວຮັກຊາດ ໃຫ້ໄດ້ ຫລາຍໆ, ໃຊ້ວິທີປຸກລະດົມ ປະຊາຊົນພາຍ ໃນຊາດທຸກ ຊັ້ນຄົນຈົນກາຍເປັນກະແສ ຟອງທີ່ຍິ່ງໃຫຍ່ຈົນມາຮອດ ວັນທີ 23 ເດືອນ ສິງຫາ 1975 ພວກເຮົາຈຶ່ງ ສາມາດ ຢຶດອຳນາດໃນທົ່ວປະເທດ ແລະ ຕໍ່ມາຮອດວັນທີ 2 ທັນ ວາ 1975 ພວກເຮົາຈິ່ງ ປະກາດ ແລະ ປ່ຽນຊື່ເປັນ ປະເທດ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ. ທັງເປັນຈຸດອາວະສານຂອງ ການປົກຄອງໃນ ລະບອບສັກ ດີນາທີ່ປົກຄອງນຳພາປະ ເທດຊາດບ້ານເມືອງບໍ່ເປັນ ຕາສາເທດ, ເຮັດໃຫ້ປະເທດ ຊາດກາຍເປັນຫົວ ເມືອງຂຶ້ນ ຂອງ ຕ່າງຊາດມາຫລາຍປີ, ທັງເສຍແຜ່ນດິນ, ເສຍບ້ານ, ເສຍ ເມືອງເຄິ່ງປະເທດ.
ປັດຈຸບັນຄຳວ່າປະເທດ ລາວລ້ານຊ້າງ ເປັນພຽງໃນ ປະຫວັດສາດ ແລະ ຊື່ໃນຕຳ ລາຍ້ອນບາງກະສັດໃນລະ ບອບສັກດີນາພາເພ.
