ອຸດົມໄຊດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງເຄິ່ງສະໄໝ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງອຸດົມໄຊເປີດກວ້າງເຄິ່ງສະໄຫມທີ VIII ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ໂດຍການເປັນປະທານຂອງສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີຄະນະບໍລິຫານງານພັກແຂວງເຂົ້າຮ່ວມຢ່າງພ້ອມພຽງ ເພື່ອຕີລາຄາການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງໃນໄລຍະເຄິ່ງສະໄຫມທີ VIII, ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເຄິ່ງສະໄຫມ ແລະ ແຜນການໃນ 2 ປີເຄິ່ງຕໍ່ຫນ້າ (2018-2020), ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018, ຜ່ານນິຕິກໍາຂອງແຂວງຈຳນວນຫນຶ່ງ ເພື່ອກະກຽມສະເໜີໃຫ້ກອງປະຊຸມສະພາປະຊາຊົນແຂວງຮັບຮອງ, ແຜນ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນຂອບເຂດທົ່ວແຂວງ. ກອງປະຊຸມໄດ້ສຸມໃສ່ການປຶກສາຫາລື, ປະກອບຄຳຄິດຄຳເຫັນຕໍ່ຫມາກຜົນການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ ເພື່ອຍົກໃຫ້ເຫັນດ້ານດີຜົນ ງານ, ດ້ານອ່ອນຂໍ້ຄົງຄ້າງໃນການຊີ້ນໍາ-ນຳພາຂອງຄະນະບໍລິຫານງານພັກແຂວງຕະຫລອດເຄິ່ງສະໄຫມຜ່ານມາ ເພື່ອເປັນບົດຮຽນໃນການຊີ້ນຳ-ນຳພາຕໍ່ຫນ້າ. ພ້ອມນັ້ນ ກໍຈະໄດ້ມີການສຳຫລວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ.
ສະຫາຍ ຄໍາພັນ ເຜີຍຍະວົງ ກ່າວມີຄຳເຫັນວ່າ: ຕະຫລອດໄລຍະ 2 ປີເຄິ່ງຜ່ານມາ ຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ເອົາໃຈໃສ່ໃນການຊີ້ນໍາ-ນຳພາດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ອັນໄດ້ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງ ມີຄວາມໜັກແຫນ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ກົງຈັກການຈັດຕັ້ງພັກ-ລັດທຸກຂັ້ນໄດ້ຮັບການປັບປຸງໃຫ້ເຂັ້ມແຂງ ແລະ ມີຄຸນນະພາບ, ຄະນະພັກທຸກຂັ້ນ ກໍຄືກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນແຂວງໄດ້ຕັ້ງຫນ້າປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຊິ່ງໄດ້ເປັນເງື່ອນໄຂຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ. ຄຽງຄູ່ກັນນີ້ ກໍຍັງມີດ້ານອ່ອນຂໍ້ຄົງຄ້າງທີ່ຄະນະບໍລິຫານງານພັກແຂວງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນລະບົບການເມືອງຢູ່ຂັ້ນຮາກຖານຍັງບໍ່ທັນເຂັ້ມແຂງໜັກແໜ້ນ, ຄວາມກະຕືລືລົ້ນຂອງສັງຄົມ, ຊັ້ນຄົນຕ່າງໆໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຍັງບໍ່ເປັນຂະບວນຟົດຟື້ນ, ການຜະລິດເປັນສິນຄ້າຂອງປະຊາຊົນຍັງບໍ່ທັນເປັນຂະບວນ, ປາກົດການຫຍໍ້ທໍ້ໃນສັງຄົມນັບມື້ຫລາຍຂຶ້ນເຊິ່ງທັງໜົດນີ້ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກໃນການແກ້ໄຂ.