ປະທານປະເທດ ບຸນຍັງ ວໍລະຈິດ ສືບຕໍ່ຢ້ຽມຢາມຜູ້ປະສົບໄພນ້ຳຖ້ວມຢູ່ແຂວງເຊກອງ ແລະ ສະຫວັນນະເຂດ

ພາຍຫລັງສໍາເລັດການໄປຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ ແລະ ແຂວງອັດຕະປືໃນອາທິດຜ່ານມາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ, ຈາກນັ້ນ, ທ່ານປະທານປະເທດໄດ້ສືບຕໍ່ເຄື່ອນໄຫວໄປຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມຢູ່ແຂວງເຊກອງ ແລະ ສະຫວັນນະເຂດ, ໂດຍມີຄະນະນໍາຂອງສອງແຂວງດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນການໄປຢ້ຽມຢາມແຂວງເຊກອງ, ທ່ານປະທານປະເທດໄດ້ຮັບຟັງລາຍງານຈາກທ່ານເຈົ້າແຂວງ ຄໍາເຜີຍ ບຸດດາວຽງ ວ່າ: ເມື່ອທ້າຍເດືອນກໍລະກົດຜ່ານມາ, ຢູ່ເມືອງກະລືມໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ, ມີເຮືອນຊານບ້ານຊ່ອງປະຊາຊົນຫລາຍຫລັງຖືກນໍ້າຊຸໄຫລ ແລະ ມີປະຊາຊົນຈໍານວນຫລາຍໄດ້ຮັບຜົນກະທົບ, ແຕ່ໂຊກດີເຫດການຄັ້ງນີ້ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດແຕ່ຢ່າງໃດ. ນອກນີ້ຍັງມີເສັ້ນທາງຖືກຕັດຂາດ ແລະ ເປ່ເພຫລາຍຈຸດ ແລະ ມີເສົາໄຟຟ້າຈໍານວນໜຶ່ງຫລັກລົ້ມ. ຈາກສະພາບດັ່ງກ່າວ, ອໍານາດການປົກຄອງແຂວງໄດ້ຊີ້ນໍາໃຫ້ໜ່ວຍງານກ່ຽວຂ້ອງຮີບຮ້ອນລົງຊ່ວຍເຫລືອຜູ້ປະສົບໄພ, ພ້ອມທັງເລັ່ງກວດກາຄວາມເສຍຫາຍດ້ານຕ່າງໆ ເພື່ອວາງແຜນຟື້ນຟູຊ່ວຍເຫລືອ, ເຊິ່ງມາຮອດປັດຈຸບັນໄດ້ສໍາເລັດການກໍ່ສ້າງເຮືອນພັກຊົ່ວຄາວໃຫ້ຜູ້ປະສົບໄພແລ້ວ.
ໃນໂອກາດນີ້, ທ່ານປະທານປະເທດ ໄດ້ໂອ້ລົມເນັ້ນໃຫ້ຄະນະນໍາແຂວງເຊກອງ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອປະຊາຊົນຜູ້ປະສົບໄພໃຫ້ດີ ແລະ ທົ່ວເຖິງ, ພ້ອມທັງເພີ່ມທະວີວຽກງານເຝົ້າລະວັງສະພາບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ພ້ອມທັງໄດ້ມອບເງິນຈໍານວນ 250 ລ້ານກີບ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງເຊກອງ. ຈາກນັ້ນ, ທ່ານປະທານປະເທດໄດ້ໄປຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດບ້ານລະຫານ້ຳ, ເມືອງສອງຄອນແຂວງສະຫວັນນະເຂດ ແລະ ໄດ້ຮັບຟັງລາຍງານຈາກທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງດັ່ງກ່າວວ່າ: ແຂວງສະຫວັນນະເຂດນອນຢູ່ໃນ 2 ອ່າງໂຕ່ງຄື: ອ່າງໂຕ່ງເຊບັ້ງໄຟ ແລະ ອ່າງໂຕ່ງເຊບັ້ງຫຽງ ແລະ ມີສາຍນ້ຳທີ່ເປັນ ສາຂາແມ່ນ້ຳຂອງທີ່ນອນໃນ 2 ອ່າງໂຕ່ງຄື: ເຊບັ້ງໄຟ, ເຊບັ້ງຫຽງ, ເຊຈຳພອນ, ເຊຊັງຊອຍ, ເຊໂປນ, ເຊກອກ, ເຊໂຈນ ແລະ ສາຍນ້ຳອື່ນໆທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ. ຍ້ອນສະພາບຝົນຕົກໜັກແກ່ຍາວຫລາຍວັນ ຈຶ່ງເຮັດໃຫ້ສາຍນ້ຳຕ່າງໆເພີ່ມຂຶ້ນ, ໃນຂະນະດຽວກັນແມ່ນ້ຳຂອງໃນໄລຍະຕົ້ນເດືອນສິງຫາໄດ້ເພີ່ມຂຶ້ນຢູ່ລະດັບ 11,64 ແມັດ (ເຂດລະວັງໄພ 12 ແມັດ) ດັ່ງນັ້ນ, ສາຍນ້ຳສາຂາຕ່າງໆກໍໄດ້ຍື່ງຂຶ້ນລົ້ນຝັ່ງແລ້ວໄຫລເຂົ້າຖ້ວມເຮືອນຊານບ້ານຊ່ອງ ແລະ ເນື້ອທີ່ການຜະລິດຂອງປະຊາຊົນ, ຊຶ່ງໃນທົ່ວແຂວງມີ 5.340 ຄອບຄົວໄດ້ຮັບຜົນກະທົບ, ໃນນີ້ໄດ້ຍົກຍ້າຍ 711 ຄອບຄົວ, ມີ 3.770 ກວ່າຄົນໄປຢູ່ບ່ອນປອດໄພ, ມີເນື້ອທີ່ທຳການຜະລິດ 33.447 ເຮັກຕາ, ໜອງປາ 1.170 ໜອງເສຍຫາຍ ແລະ ສັດລ້ຽງຕ່າງໆຕາຍ 5.200 ກວ່າໂຕ, ສຳລັບເມືອງສອງຄອນ, ຊຶ່ງເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຂ້ອນຂ້າງໜັກສົມຄວນ, ຊຶ່ງມີ 13 ບ້ານ, 842 ຄອບຄົວ, 5.242 ຄົນໄດ້ຮັບຜົນກະທົບ, ສະເພາະບ້ານທີ່ຖືກນ້ຳຖ້ວມນາມີ 50 ບ້ານ, ມີເນື້ອທີ່ 5.119 ເຮັກຕາໄດ້ຮັບຄວາມເສຍຫາຍ. ໃນໂອກາດນີ້, ທ່ານປະທານປະເທດ ໄດ້ໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້, ຈົ່ງພ້ອມກັນມີສະຕິລະວັງຕົວ, ມີຄວາມສາມັກຄີເປັນປຶກແຜ່ນ, ຊ່ວຍຊຶ່ງກັນ ແລະ ກັນ ເພື່ອພ້ອມກັນພົ້ນວິກິດການນີ້ໄປໄດ້ດ້ວຍດີ.