ຜົນໄດ້ຈາກການເລີ່ມມີທັດສະນະຄະຕິທີ່ດີ

ທັດສະນະຄະຕິ ປຽບດັ່ງແວ່ນຕາທີ່ທ່ານສາມາດໃສ່ໄວ້ເບິ່ງໂລກອ້ອມໂຕ, ເປັນຮາກຖານຂອງທັງຄວາມສຳເລັດ ແລະ ຄວາມລົ້ມເຫລວໃນຊີວິດ ມັນສາມາດສ້າງ ແລະ ທຳລາຍທ່ານໄດ້ໃນເວລາດຽວກັນ ເຖິງວ່າທັດສະນະຄະຕິຈະເປັນສິ່ງທີ່ຄອຍຄວບຄຸມທິດທາງຊີວິດຂອງທ່ານ ແຕ່ຂ່າວດີກໍຄື ໂຕທ່ານເອງແມ່ນຜູ້ທີ່ຄວບຄຸມທັດສະນະຄະຕິຂອງຕົນເອງ.
ທັດນະສະຄະຕິ ແມ່ນໂຕກຳນົດຄວາມຮູ້ສຶກຂອງທ່ານທີ່ມີຕໍ່ຄົນ ແລະ ສະຖານະການອ້ອມຂ້າງ ເປັນເຫດໃຫ້ທ່ານກະທຳໃນສິ່ງທີ່ຕ່າງອອກໄປ ເຊິ່ງແນ່ນອນວ່າຍ່ອມຈະໄດ້ຮັບປະຕິກິລິຍາຕອບກັບມາຈາກຄົນອ້ອມຂ້າງນຳ ໂດຍທັດສະນະຄະຕິທີ່ທ່ານມີຕໍ່ສິ່ງອ້ອມໂຕເປັນໂຕກຳນົດວ່າທ່ານຈະຖືກເບິ່ງດ້ວຍທັດສະນະຄະຕິແບບໃດ ຕອບແທນ ດັ່ງນັ້ນ ຈົ່ງຄິດບວກໄວ້ ແລ້ວທ່ານກໍຈະໄດ້ຮັບຜົນຕອບຮັບທີ່ດີກັບຄືນມາ ແລະ ໃນທາງກົງກັນຂ້າມກັນ ພຽງແຕ່ທ່ານຄິດລົບກໍເຮັດໃຫ້ທ່ານລົ້ມເຫລວກ່ອນຈະເລີ່ມລົງມືເຮັດຊຳ້ ສະຫລຸບງ່າຍໆກໍຄື ຄິດແນວໃດກໍຈະໄດ້ຮັບຜົນຕາມມາແນວນັ້ນ.
– ທັດສະນະຄະຕິດ້ານລົບມາຈາກໃສ ?
ທັດສະນະຄະຕິດ້ານລົບເກີດຈາກການທີ່ເຮົາມີຄວາມຄິດລົບຢູ່ຕະຫລອດ ຈົນມັນເຂົ້າໄປຢູ່ໃນຈິດໃຕ້ສຳນຶກ ກາຍເປັນສ່ວນໜຶ່ງ ຂອງໂຕຕົນຂອງເຮົາ ແລະ ຕິດເປັນນິໄສຖາວອນ ທ່ານອາດບໍ່ເຄີຍຮູ້ມາກ່ອນເລີຍວ່າທ່ານມີທັດສະນະຄະຕິດ້ານລົບ ເພາະມັນຢູ່ ກັບທ່ານມາໂດຍຕະຫລອດເປັນເວລາດົນນານ ການມີທັດສະນະຄະຕິດ້ານລົບຈະກະຕຸ້ນໃຫ້ທ່ານຄາດຫວັງແຕ່ຄວາມລົ້ມເຫລວ ແລະໄພພິບັດໃນຊີວິດ ແລະ ຄວາມຄາດຫວັງດັ່ງກ່າວນີ້ກໍດຶງດູດຄວາມລົ້ມເຫລວ ແລະ ໄພພິບັດເຂົ້າມາຈົນທ່ານບໍ່ອາດໜີພົ້ນ.
ມັນຈະກາຍເປັນວົງຈອນທີ່ບໍ່ຈົບສິ້ນ ທ່ານຄິດເຖິງແຕ່ສິ່ງບໍ່ດີ ເຮັດໃຫ້ໄດ້ຮັບແຕ່ສິ່ງບໍ່ດີ ເຊິ່ງນັ້ນກໍຍິ່ງໄປເສີມຄວາມຄິດລົບທີ່ມີຢູ່ກ່ອນແລ້ວ ເຮັດໃຫ້ທ່ານຍັງຄົງຄິດເຖິງແຕ່ສິ່ງບໍ່ດີ ແລະ ໄດ້ຮັບແຕ່ສິ່ງບໍ່ດີຕໍ່ໄປອີກ ແລ້ວທ່ານຈະປ່ຽນແປງຄວາມຄິດ ແລະ ສ້າງທັດສະນະຄະຕິດ້ານບວກໄດ້ແນວໃດ ?
– ແລ້ວເຮົາຈະສ້າງມັນໄດ້ແນວໃດ ?
ບໍ່ມີສິ່ງມີຄ່າໃດຈະໄດ້ມາແບບງ່າຍໆ ໂດຍປາສະຈາກຄວາມພະຍາຍາມ ທ່ານຈະຕ້ອງປ່ຽນແປງໄປຈົນເຖິງຈິດໃຕ້ສຳນຶກເພື່ອຈະສ້າງທັດສະນະຄະຕິໃໝ່ໆ ຈະເຮັດແນວໃດນັ້ນ ວິທີການກໍຄື ໃຫ້ທ່ານວິເຄາະຄວາມຄິດທຸກຢ່າງທີ່ທ່ານມີ ຄ່ອຍໆແຍກເອົາຄວາມຄິດໃນດ້ານບວກອອກມາ ຈົນການຄິດບວກກາຍເປັນນິໄສຕິດໂຕຂອງທ່ານ ມັນແມ່ນການແທນບ່ອນນິໄສເກົ່າດ້ວຍນິໄສໃໝ່ທີ່ດີກ່ວາເກົ່າ ຄືກັບການເຊົາສູບຢາໂດຍການອອກກຳລັງກາຍນັ້ນເອງ ທ່ານບໍ່ສາມາດເຊົາຄິດໃນດ້ານລົບໄດ້ໃນທັນທີທັນໃດດອກ ແຕ່ຈະຕ້ອງຄ່ອຍໆແທນບ່ອນຄວາມຄິດພວກນັ້ນດ້ວຍຄວາມຄິດບວກ.
ຫລາຍຄົນອາດຂັດແຍ່ງວ່າ “ແຕ່ສະຖານະການບໍ່ດີ ມັນແມ່ນຄວາມເປັນຈິງທີ່ເຮົາຕ້ອງພົບຢູ່ທຸກມື້ຢູ່ແລ້ວ” ຖ້າທ່ານຄິດແບບ ນັ້ນ ທ່ານຄິດຜິດ ແມ່ນຢູ່ວ່າສະຖານະການຕ່າງໆແມ່ນຄວາມເປັນຈິງໃນຊີວິດ ແຕ່ໂຕວັດແທກສະຖານະການເຫລົ່ານັ້ນແມ່ນທັດສະນະຄະຕິຂອງທ່ານຕ່າງຫາກ ຊີວິດຈະດີຫລືຮ້າຍກໍຂຶ້ນຢູ່ກັບວ່າທ່ານຄິດກັບມັນແນວໃດ ?
ເຖິງເວລາທີ່ທ່ານຄວນຈະຮູ້ວ່າ ທ່ານມີພະລັງໃນການຄວບຄຸມຄວາມຄິດ ແລະ ຄວາມຮູ້ສຶກຂອງຕົນເອງ, ບໍ່ມີໃຜໃນໂລກທີ່ຈະມາຄວບຄຸມຄວາມຄິດຂອງທ່ານໄດ້ ນອກຈາກວ່າທ່ານປ່ອຍໃຫ້ເຂົາມາມີອິດທິພົນເໜືອທ່ານ.
ຈົ່ງອອກແບບທັດສະນະຄະຕິທີ່ດີ ແລະ ຄວາມຄິດທີ່ເປັນທາງບວກດ້ວຍຕົນເອງ ແລ້ວຜົນຮັບທີ່ຕາມມາກໍຍ່ອມຈະເປັນໄປດັ່ງທີ່ ທ່ານປາຖະໜາເຊັ່ນກັນ ເພາະພະລັງແຫ່ງຄວາມຄິດດຶງດູດມັນໄດ້.