ຮອງນາຍົກ ສອນໄຊ ສີພັນດອນ ເນັ້ນໃຫ້ນະຄອນຫລວງກຽມຄວາມພ້ອມຮັບມືນ້ຳຖ້ວມ


ໃນວັນທີ 21 ສິງຫາ ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບນ້ຳຂອງ ຢູ່ຈຸດທີ່ມີຄວາມສ່ຽງ ແລະ ຈຸດເຝົ້າລະວັງນ້ຳຖ້ວມ ເຂດບ້ານ ໂພນສະຫວ່າງ ເມືອງສີສັດຕະນາກ ລົງໄປທາງບ້ານນາທາມ, ແກ້ງຍາງ, ດອນເກີດ, ທ່າຕູ້ສີລາ ແລະ ບ້ານໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນພົບວ່າ: ບ້ານທີ່ໄດ້ຮັບຄວາມເສຍປະກອບມີ ບ້ານແກ້ງຍາງ ນ້ຳໄຫລເຂົ້າຖ້ວມ ເຮືອນປະຊາຊົນແລ້ວ 99 ຄອບຄົວ, ເນື້ອທີ່ສວນເສຍຫາຍ 10 ເຮັກຕາ, ເນື້ອທີ່ນາ 2 ເຮັກຕາ; ບ້ານນາທາມ ເນື້ອທີ່ສວນເສຍຫາຍ 5 ເຮັກຕາ ແລະ ບ້ານດອນເກີດ ມີເຮືອນ 12 ຫລັງນ້ຳເຂົ້າຖ້ວມແລ້ວ, ພ້ອມທັງເນື້ອທີ່ສວນເສຍຫາຍ 80 ກວ່າເຮັກຕາ.
. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ຄະນະແກ້ໄຂໄພພິບັດຂັ້ນ ນະຄອນຫລວງວຽງຈັນ ເພີ່ມທະວີເອົາໃຈໃສ່ ຕິດຕາມສະພາບລະດັບນ້ຳຢ່າງໃກ້ຊິດ ຕະຫລອດ 24 ຊົ່ວໂມງ, ໂດຍສະເພາະ ເຂດພື້ນທີ່ຕໍ່າ ແລະ ມີຄວາມສ່ຽງ ເພື່ອປ້ອງກັນຄວາມເສຍຫາຍ ທາງຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມທັງກະກຽມເປົາຮ່າຍດິນຊາຍ ແລະ ອຸປະກອນຊ່ວຍເຫຼືອອື່ນໆ ເພື່ອກຽມຄວາມພ້ອມປ້ອງກັນບໍ່ໃຫ້ນ້ຳຖ້ວມອີກຄັ້ງ.
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳວ່າ: ປັດຈຸບັນ ສະພາບອາກາດມີຝົນຕົກຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ລະດັບນ້ຳເພີ່ມຂຶ້ນ, ນອກຈາກນັ້ນ ກໍເກີດມີສະພາບນ້ຳຖ້ວມຫລາຍຈຸດ ຢູ່ ນະຄອນຫລວງວຽງຈັນ, ສະນັ້ນ ເພື່ອກຽມຄວາມພ້ອມຮັບມືກັບສະພາບຝົນໄລຍະຕໍ່ໜ້າ ແລະ ສະພາບນ້ຳຖ້ວມນັ້ນ ຄວນເອົາໃຈໃສ່ໃນການຕິດຕາມ ແລະ ແຈ້ງເຕືອນປະຊາຊົນ ໃຫ້ມີສະຕິລະວັງ, ພ້ອມທັງຂົນຍ້າຍຊັບສິນໄວ້ບ່ອນປອດໄພ, ສ່ວນຄະນະກຳມະການແກ້ໄຂໄພພິບັດ ຂັ້ນນະຄອນຫລວງວຽງຈັນ ຄວນເປັນເຈົ້າການໃນການລົງພື້ນທີ່ສຳຫລວດ ແລະ ຕິດຕາມການລະບາຍນ້ຳໃນຈຸດຕ່າງໆ ພ້ອມທັງກຽມພ້ອມອຸປະກອນເຮືອ ແລະ ອື່ນໆ, ເພື່ອຮັບມືກັບກໍລະນີສຸກເສີນທີ່ອາດຈະເກີດຂື້ນ.
ປັດຈຸບັນ ສະພາບນ້ຳຖ້ວມຢູ່ເຂດດັ່ງກ່າວຍັງບໍ່ເຖິງຂັ້ນຮຸນແຮງ ແລະ ຍັງບໍ່ທັນມີລາຍງານ ກ່ຽວກັບການຍົກຍ້າຍປະຊາຊົນ ອອກຈາກພື້ນທີ່ ເພາະລະດັບນ້ຳຍັງບໍ່ທັນຂຶ້ນສູງ ເທົ່າກັບປີ 2008. ແຕ່ເຖິງຢ່າງໃດກໍຕາມ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາໃຫ້ອຳນາດການປົກຄອງທ້ອງຖິ່ນ ແຈ້ງເຕືອນ ປະຊາຊົນ ຢູ່ຈຸດທີ່ມີຄວາມສ່ຽງ ໃຫ້ກະກຽມມ້ຽນມັດ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງ ພ້ອມທັງສັດລ້ຽງ ໃຫ້ໄປໄວ້ບ່ອນປອດໄພ, ພ້ອມທັງໃຫ້ຕິດຕາມການລາຍງານ ສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງໃກ້ຊິດ.