ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ

ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ - ba loai nguoi anh huong toi cuoc doi ban nhat - ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ
ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ - kitchen vibe - ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ

                 ບັນດາທ່ານຜູ້ອ່ານທີ່ເຄົາລົບ! ບົດຄົນ 3 ລຸ້ນ ທີ່ຜ່ານສາຍຕາຂອງທ່ານໃນຂະນະນີ້ ມັນເປັນກົດ ເກນທີ່ປະຕິເສດບໍ່ໄດ້, ບໍ່ວ່າຈະຢູ່ໃນຍຸກສະໄໝໃດ, ຢູ່ໃນສະຖານະການໃດ, ປະເທດໃດ ກໍ່ຕ້ອງເພິ່ງພາອາ ໃສຄົນ 3 ລຸ້ນ ໃນການສ້າງປະຫວັດສາດ; ໃນການຕໍ່ສູ້ກູ້ຊາດຕ້ານຜູ້ຮຸກຮານ ກໍຄື ຕໍ່ສູ້ກັບໄພພິບັດ ຫຼື ເຫດ ຮ້າຍຕ່າງໆກໍແມ່ນພວກຄົນເຫຼົ່ານີ້ລະ; ຫຼາຍທ່ານຄົງຈົດຈຳສະໄໝສົງຄາມຕໍ່ສູ້ກູ້ຊາດ, ບັນດາພະນັກງານ-ນັກ ຮົບ ມີທັງລຸ້ນອາວຸໂສ, ລຸ້ນສືບທອດປ່ຽນແທນ ແລະ ລຸ້ນໜຸ່ມ (ລຸ້ນແກ່-ກາງ-ໜຸ່ມ) ໄດ້ຮັດແໜ້ນຄວາມສາ ມັກຄີ, ມີຄວາມອາດຫານຊານໄຊ ໂດຍຄົນລຸ້ນອາວຸໂສເປັນຫຼັກໃນເຕົ້າໂຮມຄວາມສາມັກຄີ, ແນວຄິດການ ເມືອງ, ວາງແຜນສູ້ຮົບ ແລະ ວຽກສໍາຄັນອື່ນໆໃນຂະບວນການປະຕິວັດ, ສ່ວນຄົນລຸ້ນໜຸ່ມ ເປັນຄົນຈັດຕັ້ງ ປະຕິບັດ ແລະ ເຮັດສໍາເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້.

ມາເຖິງປັດຈຸບັນ, ການກໍ່ສ້າງພະນັກງານແມ່ນເພິ່ນໄດ້ອີງໃສ່ພະນັກງານ 3 ລຸ້ນເຊັ່ນກັນ, ຍ້ອນຄົນອາ ວຸໂສກໍໄດ້ຜ່ານຜ່າບັນຫາຕ່າງໆມາຫຼາຍຕໍ່ຫຼາຍໂດຍສະເພາະພະນັກງານໃນຖັນ ແຖວວິຊາການຕ່າງໆ ຍ້ອນ ຄົນອາວຸໂສເຄີຍໄດ້ຜ່ານຜ່າບັນຫາຕ່າງໆມາຫຼາຍຕໍ່ຫຼາຍ ລ້ວນແຕ່ມີປະສົບ ການສູງ, ເປັນຊ່ຽວຊານສະເພາະ ດ້ານ ເຊິ່ງເຮົາຈະເຫັນໃນຂົງເຂດວິທະຍາສາດ, ການທະຫານ, ແພດໝໍ, ຄູອາຈານ…, ພ້ອມ​ນັ້ນ ຄົນ​ອາວຸ​ໂສ ສ່ວນຫຼາຍ ລ້ວນແຕ່ມີຫຼັກໝັ້ນການເມືອງແນວຄິດສູງ, ມີຈົງຮັກພັກດີຕໍ່ພັກ, ຕໍ່ຊາດ ແລະ ຕໍ່ປະຊາຊົນສູງ, ບໍ່ຄອນແຄນຕໍ່ພາຍຸລົມແດງ, ຍາມໃດ ກໍ່ຕັ້ງຕໍ່ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍມູນ ເຊື້ອທາດ​ແທ້ປະຕິວັດ ແລະ ເຮັດສໍາເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້; ອັນທີ່ພົ້ນເດັ່ນແທ້ໆ ​ແມ່ນຍັງຮັກ ສາໄດ້ອຸດົມການປະຕິວັດ, ເຖິງວ່າ​ຊຸ​ມປີຜ່ານມາ ພວກອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ​ໄດ້ພະຍາຍາມແຊກ​ແຊງ ມ້າງເພທໍາລາຍການປະຕິວັດພວກເຮົາໃນທຸກດ້ານ ລວມທັງການຫັນປ່ຽນ ໂດຍສັນຕິ.

ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ - Visit Laos Visit SALANA BOUTIQUE HOTEL - ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ

ບັນດາ​ທ່ານຜູ້ນຳ​ການ​ປະຕິ​ວັດ ​ເຄີຍ​ເວົ້າ​ວ່າ: ​ໄປ​ໜ້າ​ໃຫ້​ແລ​ຫຼັງ; ບໍ່​ອາດ​ສາມາດ​ຝາກປະ​ເທດ​ຊາດ ​ໄວ້​ກັບ​ຄົນ​ທີ່ບໍ່​ມີ​ຄຸນສົມບັດ… ​ແລະ ພວກ​ເຮົາ​ມາ​ນິຍາມ​ຄໍາ​ວ່າ: “ຫັນ​ເປັນ​ໜຸ່ມ” ຕາມ​ທັດ ສະນະ​ສ່ວນ​ຕົວ​ຄິດ​ວ່າ: ​ເຖິງ​ຈະ​ມີ​ອາຍຸ​ສູງ ຫຼື ຕໍ່າກໍຕ້ອງ​ພະຍາຍາມ​ປັບປຸງ​ຕົນ​ເອງ​ໃຫ້​ທັນ​ຍຸກ​ສະ​ໄໝ, ທັນ​ເຫດການ​ໃໝ່ ​ໂດຍ​ຕ້ອງ​ຄົ້ນ​ຄ້ວາ​ຮໍ່າຮຽນ​ເຕັກນິກ​ວິຊາ​ການ​ໃໝ່ ​ທີ່​ນໍາ​ໃຊ້​ໃນ​ຂົງ​ເຂດ​ຕົນ​ເອງ​ຮັບ​ຜິດ​ຊອບ, ຄວນ​ຍົກ​ລະດັບ​ພາສາ​ຕ່າງປະ​ເທດ​ໃດ​ໜຶ່ງ, ຍົກ​ລະດັບ​ຄວາມ​ຮູ້​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ອື່ນໆ​ໃຫ້​ຕໍ່​ເນື່ອງ, ມັນ​ບໍ່​ໝາຍວ່າ​ຊິ​ເອົາ​ຄົນ​ລຸ້ນໜຸ່ມ​ອ້ອຍຕ້ອຍ​ມາ​ປົກຄອງ​ບ້ານ​ເມື​ອງ ​ເພາະ​ຜ່ານ​ມາ​​ເຄີຍ​ມີ​ການ​ນໍາ​ທີ່​ມີ​ລັກ ສະ ນະ​ໜຸ່ມ​ບໍລິຫານ​ປະ​ເທດ​ທີ່​ເປັນ​ກໍາ​ແພງ​ເພັດຂ​ອງການ​ປະຕິວັດ​ໂລກ, ສຸດ​ທ້າຍ​ການ​ປະຕິວັດ​ປະ​ເທດ​ດັ່ງກ່າວ​​ໄດ້​ພັງ​ທະລາ​ຍລົງ, ​ເວົ້າ​ແບບ​ນີ້ ​ບໍ່​ແມ່ນ​ປະຕິ​ເສດ​ຄົນ​ລຸ້ນໜຸ່ມ​ດອກ ​ແຕ່​ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ການ​ຫັນ​ເປັນ​ໜຸ່ມ ​ໃນ​ນັ້ນ​ກໍ່​ບັນຈຸ​ຄົນ​ລຸ້ນໜຸ່ມ​ກວມ​ສັດສ່ວນ​ສູງ​ກ່ວາ.

ຜູ້​ຂຽນ ​ເຄີຍ​ຍິນບາງ​ທ່ານ​ມີ​ຄໍາ​ເຫັນ​ວ່າ:​ ພະນັກງານ​ໜຸ່ມ​ນ້ອຍ ​ຕ້ອງ​ຍາດ​ແຍ່ງ​ບົດຮຽນ​ອັນ​ດີ​ຈາກ​ພະນັກງານປະຕິວັດອາວຸ​ໂສ,  ຄົ້ນ​ຄ້ວາ​ຮໍ່າຮຽນ​ທາດ​ແທ້​ມູນ​ເຊື້ອ​ ​ແລະ ອຸດົມ​ການ​ປະຕິວັດ, ຂະນະ​ດຽວ​ກັນ ກໍຢ່າ​ໄປ​ໂຄ່ນ​ລົ້ມ​ໂຈມ​ຕີ, ບິດ​ເບືອນ, ຊີງ​ດີ ​ຊີງ​ເດັ່ນ, ຮ້ອງ​ຟ້ອງ, ຫາ​ເລື່ອງ​ບໍ່​ດີ, ຍາດ​​ໂຕະ ​ຍາດ​ຕັ່ງ​ຫົວໜ້າ​ ດ້ວຍ​ວິທີ​ການ​ຕ່າງໆ; ການ​ກໍ່ສ້າງ​ຄົນ​ລຸ້ນໜຸ່ມ ກໍຕ້ອງ​ສ້​າງມາ​ຈາກ​ຮາກ​ຖານ, ຈາກ​ຂະ​ບວນການ​ໂຕ​ຈິງ, ບໍ່​ແມ່ນ​ຊິ​ສ້າງ​ຄົນ​ຢູ່​ໃນ​ໂຕະ​ເຫຼົ້າ, ​ໃສ່ຊອງ​ໃຫຍ່, ​ໃຫ້​ຂອງ​ຂັວນລາຄາ​ແພງ; ​ສໍາລັບ ພະນັກງານປະຕິວັດອາວຸ​ໂສກໍ​ບໍ່​ຄວນ​ດູ​ຖູ​ກ, ອິດສາ​ບັງ​ບຽດ, ຮັກ​ຜູ້​ນັ້ນ​ຊັງ​ຜູ້​ນີ້, ຄົນ​ເຈົ້າ ຄົນ​ຂ້ອຍ; ກ່ອນ​ຈະ​ອອກ​ພັກຜ່ອນ ບໍານານ ​ແລ້ວ​ກໍເຊັນ​ຈ້ວດ ​ເຊັນ​ຈ້ວດ ຫາ​ຜົນ​ປະ​ໂຫຍ​ດຢ່າງ​ບໍ່​ສົນ ​ແລະ ​ໃນຜ່ານ​ມາມີ​ບາງ​ຄົນ​ເຮັດ​ການ​ປະຕິວັດ ຈົນ​ຊິ​ບໍານານ, ​ໄດ້​ຮັບ​ການ​ຍ້ອງຍໍ​ທຸກ​ຂັ້ນ ​ແລະ ສູງ​ສຸດ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II ລວມທັງ​ການ​ຍົກ​ລະດັບ​ຈາກ​ທີ່ບໍ່​ມີ​ຊັ້ນຈົນມາ​ຮອດຮຽນ​ຊັ້ນ​ສູງ, ປະລິນຍາ​ຕີ ​ແລະ ກໍາລັງ​ຄົ້ນ​ຄ້ວາ​ປະລິນຍາ​ໂທ ​ແຕ່ກໍ່​ຍັງ​ບໍ່ມີໜ້າ​ທີ່ຫຍັງ, ອັນນີ້ ກໍ່​ເປັນຕາ​ໜ້າ​ຄິດ; ດັ່ງ​ນັ້ນ ພວກ​ເຮົາຕ້ອງ​ເບິ່ງ​ຄືນບັນຫາ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ໃຫ້​ຖືກ​ຕ້ອງ ​ແລະ ​ເປັນ​ຈິງ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ​ໃນ​ແຕ່ລະ​ໄລຍະ.    # ໂດຍ: ຣັດສະໝີ ດວງສັດຈະ.

ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ - 5 - ຄົນ 3 ລຸ້ນ ກູ້ຊາດ ແລະ ສ້າງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!