ກອງທັບຢຶນຢັນສືບຕໍ່ຄົ້ນຫາຜູ້ສູນຫາຍຈາກໄພນໍ້າຖ້ວມຢູ່ເມືອງສະໜາມໄຊ

ໜ່ວຍກອບກູ້ຜູ້ສູນຫາຍຂອງກອງທັບປະຊາຊົນລາວ ຢືນຢັນຈະສືບຕໍ່ຮີບຮ້ອນເລັ່ງຊອກຫາຜູ້ສູນຫາຍຈາກໄພນ້ຳຖ້ວມ ທີ່ເກີດຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊແຂວງອັດຕະປື, ເຊິ່ງສະພາບການຈັດຕັ້ງປະຕິບັດການຊ່ວຍເຫລືອ ແລະ ກອບກູ້ຜູ້ສູນຫາຍ ມາຮອດວັນທີ 31 ສິງຫານີ້, ລວມມີຜູ້ເສຍຊີວິດທັງໝົດ 40 ສົບ, ຍິງ 19 ສົບ, ມີເດັກນ້ອຍອາຍຸຕ່ຳກວ່າ 10 ປີລົງມາ 14 ສົບ ແລະ ມີຜູ້ເສຍຊີວິດຢູ່ໂຮງໝໍ 6 ສົບ, ຍິງ 2 ສົບ. ສ່ວນຜູ້ສູນຫາຍຕາມການບອກເລົ່າຂອງຄອບຄົວຜູ້ປະສົບໄພນ້ຳຖ້ວມເບື້ອງຕົ້ນມີຈຳນວນ 131 ຄົນ. ປັດຈຸບັນຍັງບໍ່ທັນພົບເຫັນ 97 ຄົນ, ຊຶ່ງຈະຕ້ອງໄດ້ສືບຕໍ່ຄົ້ນຫາຈົນສຸດຄວາມສາມາດ.
ໃນພິທີຖະແຫລງຂ່າວກ່ຽວກັບສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນວັນທີ 31 ສິງຫາຜ່ານມາ, ທ່ານພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ບັນຊາການໜ່ວຍກອບກູ້ພາກສະໜາມ ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ສິງຫານີ້, ໜ່ວຍງານດັ່ງກ່າວໄດ້ປະຕິບັດກອບກູ້ຢູ່ພື້ນທີ່ຖືກຜົນກະທົບໂດຍສົມທົບກັບຄອບຄົວຜູ້ສູນຫາຍລົງຊີ້ຈຸດສົງໃສຕ່າງໆ, ພ້ອມທັງຢືນຢັນວ່າຈະສືບຕໍ່ຄົ້ນຫາຜູ້ສູນຫາຍຕໍ່ໄປຈົນກວ່າປະຊາຊົນຈະພໍໃຈ ແລະ ອື່ນໆ.
ໂອກາດດຽວກັນ, ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ກໍໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການສ້າງເຮືອນພັກຊົ່ວຄາວໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຢູ່ຈຸດຕ່າງໆ ເປັນຕົ້ນ ຈຸດບ້ານດົງບາກ, ດອນບົກ, ຕະມໍຢອດ ແລະ ຈຸດບ້ານປິນດົງ ຈະເລີ່ມລົງມືກໍ່ສ້າງໃນຕົ້ນເດືອນກັນຍານີ້ ຈາກການຊ່ວຍເຫລືອຂອງກໍາລັງເຈົ້າໜ້າທີ່ກອງທັບປະຊາຊົນລາວ ເປັນຫລັກ. ປັດຈຸບັນ ການກໍ່ສ້າງທີ່ພັກຊົ່ວຄາວໃຫ້ຜູ້ປະສົບໄພຢູ່ເຂດໂຮງຮຽນປະຖົມບ້ານຫາດຍາວປະຕິບັດໄດ້ແລ້ວ 97%.