ອັດຕະປືປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມໃນພາລະກິດຮັບໃຊ້ຊາດ


ໃນວັນທີ 31 ສິງຫາ ນີ້, ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງ ອັດຕະປື ໄດ້ຈັດພິທີມອບ ເງິນນະໂຍບາຍອຸດໜູນ ຕໍ່ຄອບຄົວຜູ້ທີ່ມີຄຸນງາມ ຄວາມດີໃນພາລະກິດຮັບ ໃຊ້ຊາດ ປະຊາທິປະໄຕ ໃນ ເມື່ອກ່ອນ, ກໍຄືຄອບຄົວຜູ້ ເສຍຊີວິດໃນປາງສົງຄາມ ທີ່ແຂວງ ອັດຕະປື ຈໍານວນ 39 ສະຫາຍ, ເປັນຈໍານວນ ເງິນທັງໝົດ 825 ລ້ານ ກວ່າ ກີບ, ເຊິ່ງກ່າວມອບ ໂດຍ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື.
+ ສະຫວັນນະເຂດມອບເງິນອຸດໜູນນະໂຍບາຍໃຫ້ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ
+ ເມືອງໝື່ນມອບເງິນນະໂຍບາຍໃຫ້ແກ່ຄອບຄົວອາດີດພະນັກງານການນຳ
ຕາມການເປີດເຜີຍ ຂອງພະແນກການດັ່ງກ່າວ ໃຫ້ຮູ້ວ່າ: ນັບຕັ້ງແຕ່ປີ 2011 ເປັນຕົ້ນມາແຂວງອັດຕະປື ໄດ້ປະຕິບັດນະໂຍບາຍອຸດ ໜູນພະນັກງານ ປະຕິວັດທີ່ ມີຜົນງານ ແລະ ຄຸນງາມ ຄວາມດີໃນພາລະກິດການ ປະຕິວັດຊາດ ປະຊາທິປະໄຕ ແລະ ຜູ້ເສຍຊີວິດໃນ ສະໄໝ ສົງຄາມມີຈຳນວນຫລາຍ ຮ້ອຍສະຫາຍລວມເປັນເງິນ ຫລາຍຕື້ກີບ.
ສຳລັບໃນຕໍ່ໜ້າທາງ ພະແນກແຮງງານຈະສົມ ທົບກັບການນຳທີ່ກ່ຽວຂ້ອງ ສືບຕໍ່ປະຕິບັດນະໂຍບາຍ ຕາມຕົວເລກທີ່ຍັງ ມີຢູ່ປະ ມານ 7 ພັນກວ່າສະຫາຍ ຕື່ມອີກ.

