ເທດສະການອາຫານເອີຣົບຈັດຂຶ້ນທີ່ວຽງຈັນດ້ວຍບັນຍາກາດຟົດຟື້ນ
May 7, 2017 - 4:42 PM
ເທດສະການອາຫານເອີຮົບຄັ້ງທີ 6, ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍສະຫະພາບເອີຣົບ ປະຈຳລາວ, ຊຶ່ງມີທູຕານຸທູດ, ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ. ງານດັ່ງກ່າວ ຈັດຂຶ້ນເພື່ອສົ່ງເສີມ ການຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວລາວ ເວົ້າລວມ, ເວົ້າສະເພາະ ຢູ່ນະຄອນຫລວງວຽງຈັນ, ພ້ອມທັງເປັນການນຳສະເໜີອາຫານທີ່ເປັນ ເອກກະລັກ ແລະ ຂຶ້ນຊື່ຂອງຊາວອີຣົບ, ເພື່ອໃຫ້ປະຊາຊົນລາວ ແລະ ຊາວ ຕ່າງປະເທດທີ່ອາໃສຢູ່ລາວໄດ້ລອງຊິມ ແລະ ເລືອກຊື້ຮັບປະທານ, ພ້ອມທັງ ເຄື່ອງດື່ມຕ່າງໆ ທີ່ມີຄອຍບໍລິການຢູ່ຫ້າງຮ້ານຕ່າງໆຫລາຍກວ່າ 20 ຮ້ານໃນງານອາຫານດັ່ງກ່າວ. ພ້ອມທັງໄດ້ຊົມການສະແດງດົນຕີທີ່ໜ້າປະທັບໃຈ ເພື່ອການສະເຫລີມສະຫລອງວັນສ້າງຕັ້ງສະຫະພາບເອີຣົບ ຄົບຮອບ 67 ປີໃຫ້ມີບັນຍາກາດຟົດຟື້ນຍິ່ງຂຶ້ນ.