ອົງ​ການ​ກາ​ແດງ​ລາວສະ​ຫລອງ​ວັນ​ພະຍາບານ​ໂລກ

- celebration - ອົງ​ການ​ກາ​ແດງ​ລາວສະ​ຫລອງ​ວັນ​ພະຍາບານ​ໂລກ
- kitchen vibe - ອົງ​ການ​ກາ​ແດງ​ລາວສະ​ຫລອງ​ວັນ​ພະຍາບານ​ໂລກ

​ໃນ​ວັນ​ທີ 13 ກັນຍາ​ນີ້ ຢູ່ ​ໂຮງຮຽນ ມສ ​ເພຍ​ວັດ ​ເມືອງ ສີ​ສັດຕະ​ນາກ ນະຄອນຫລວງ​ວຽງຈັນ ອົງການ​ກາ​ແດງ​ລາວ ​ໄດ້​ຈັດ​ງານ​ສະ​ເຫລີ​ມສະຫລອງ​ວັນ​ພະ​ຍາ​ບານ​ໂລກ​ຂຶ້ນ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ສິງ ​ເມ​ໂນ​ລາດ ຮອງ​ປະທານ​ອົງການ​ກາ​ແດງ​ລາວ, ພ້ອມ​ດ້ວຍ​ຄູ​ອາຈານ ​ແລະ ນັກຮຽນ ​ໂຮງຮຽນດັ່ງກ່າວ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​​ລາຍ.

ຮອງ​ປະທານ ອົງການ​ກາ​ແດງ​ລາວ ​ໃຫ້​ຮູ້​ວ່າ: ວັນ​ປະຖົມພະຍາບານ​ໂລກ ​ໄດ້​ຖືກ​ກຳໜົດຈາກ ສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ສາກົນ ​ແລະ ​ໄດ້​ຈັດ​ຕັ້ງ​ສະ​ເຫລີ​ມສະຫລອງ ​ເລີ່​ມ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ, ການ​ປະຖົມ​ພະຍາບານ ​ແມ່ນ​ຄວາມ​ຮູ້ ​ແລະ ທັກ​ສະພຶ້ນຖານ​ທີ່​ຈຳ​ເປັນ ​ເພື່ອ​ຊ່ວຍ​ເຫລືອ​ເບື້ອງຕົ້ນ​ໂດຍ​ທັນທີ​ທັນ​ໃດ ຢ່າງ​ມີ​ປະສິດທິພາບ ​ແລະ ວ່ອງ​ໄວ​ຕໍ່ຄົນ​ເຈັບ ຫລື ບາດ​ເຈັບ ຈົນ​ກ່ວາ​ຈະ​ສົ່ງ​ເຖິງ​​ແພດໝໍ, ​ໃນ​ແຕ່ລະ​ປີ ທົ່ວ​ໂລກ​ມີ​ປະມານ 1,34 ລ້ານ​ຄົນ ​ເສຍ​ຊີວິດ ​ແລະ ອີກ​ປະມານ 50 ລ້ານ​ຄົນ ບາດ​ເຈັບ​ຍ້ອນ​ອຸປະຕິ​ເຫດ​ບົນ​ທ້ງຖະໜົນ, ​ໃນ​ນັ້ນ ສປປ ລາວ ​ເຮົາ ກໍ​ເຊັ່ນ​ດຽວກັນ ​ໃນ​ແຕ່ລະ​ປີ ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນເກີດຂຶ້ນນັບມື້​ຫລາຍ ຊຶ່ງ​ມີ​ການ​ສູນ​ເສຍ​ຊີວິດ, ຊັບ​ສິນ ​ແລະ ບາດ​ເຈັບ ​ເປັນ​ຈຳນວນ​ຫລາຍ, ອີງ​ຕາມ​ຂໍ້​ມູນ​ຂອງ​ສາກົນ ​ໄດ້​ບົ່ງ​ບອກ​ວ່າ ການ​ເສຍ​ຊີວິດ​ຍ້ອນ​ອຸປະຕິ​ເຫດ​ເທິງ​ທ້ອງ​ຖະໜົນ ​ແມ່ນ​ສາ​ເຫດ​ອັນ​ດັບ​ຕົ້ນ​ຂອງ​ການ​ເສຍ​ຊີວິດ​ຂອງ​ປະຊາກອນ​ໂລກ ​ໂດຍ​ສະ​ເພາະ​ໃນ​ກຸ່ມ​ໄວໜຸ່ມ ອາຍຸ ລະຫວ່າງ 15-29 ປີ, ດັ່ງ​ນັ້ນ ການ​ເບິ່ງ​ແຍງ ຮັກສາ​ສຸຂະພາບ​ຜູ້​ເຄາະ​ຮ້ານ ຫລັງ​ການ​ເກີດ​ອຸປະຕິ​ເຫດ​ແຕ່​ຫົວທີ ຈະ​ສາມາດ​ປ່ຽນ​ແປງ​ສະພາບ​ການ​ດັ່ງກ່າວ​ໃຫ້​ດີ​ຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ອົງ​ການ​ກາ​ແດງ​ລາວສະ​ຫລອງ​ວັນ​ພະຍາບານ​ໂລກ
- 3 - ອົງ​ການ​ກາ​ແດງ​ລາວສະ​ຫລອງ​ວັນ​ພະຍາບານ​ໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!