ສຕລ ກຽມຈັດການແຂ່ງຂັນບານເຕະຍິງ U18


ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກຽມຈັດການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 18 ປີ ຫລື U18 ຂຶ້ນໃນຕົ້ນເດືອນພະຈິກນີ້ ເພື່ອເປັນການພັດທະນາວົງການກິລາ ແລະ ຄັດເລືອກນັກກິລາຍິງບັນຈຸເຂົ້າທີມຊາດລາວເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ.
ອີງຕາມການສໍາພາດຂອງທ່ານ ວັດທະນາ ແກ້ວມີໄຊ ຄະນະຈັດການແຂ່ງຂັນວ່າ: ໂດຍອີງຕາມແຜນການເຄື່ອນໄຫວພັດທະນາກິລາບານເຕະປະຈຳປີ 2018 ສຕລ ແລະ ການເຫັນດີຂອງຄະນະບໍລິຫານງານຂອງ ສຕລ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງສະໂມສອນຕ່າງໆໃຫ້ເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນຍິງຮຸ່ນອາຍຸບໍ່ເກີນ 18 ປີ ຫລື LFF U-18 Women League 2018 ໂດຍຈະເປີດການແຂ່ງຂັນພາຍໃນວັນທີ 3 ພະຈິກ 2018 ເພື່ອພັດທະນານັກເຕະເຍົາວະຊົນ ແລະ ຄັດເລືອກນັກກິລາບັນຈຸເຂົ້າທີມຊາດລາວ.
ສະນັ້ນ, ຖ້າວ່າສະໂມສອນໃດມີຄວາມສົນໃຈແມ່ນສາມາດເຂົ້າມາພົວພັນທີ່ ສຕລ ໃນໂມງລັດຖະການ ແລະ ເລີ່ມເປີດຮັບສະໝັກແຕ່ວັນທີ 11 ຕຸລາ 2018 ຜ່ານມານີ້ ແລະ ຈະປິດຮັບສະໝັກທ້າຍເດືອນຕຸລານີ້.