ລັດຖະບານຫາລືຫລາຍບັນຫາສໍາຄັນປະຈໍາເດືອນຕຸລາ

- 1 - ລັດຖະບານຫາລືຫລາຍບັນຫາສໍາຄັນປະຈໍາເດືອນຕຸລາ
- kitchen vibe - ລັດຖະບານຫາລືຫລາຍບັນຫາສໍາຄັນປະຈໍາເດືອນຕຸລາ

​  ​ກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2018 ໄດ້ໄຂຂຶ້ນໃນວັນທີ 18-19 ນີ້, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.

ກອງປະຊຸມໄດ້ພິຈາລະນາຫລາຍບັນຫາສໍາຄັນຄື: ຮັບຟັງການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາປະຈໍາປີ 2018 ແລະ ທິດທາງປີ 2019 ແລະ ແຜນຊຸກຍູ້ສົ່ງເສີມການຜະລິດລະດູແລ້ງ, ຮັບຟັງຜົນການສໍາຫລວດ, ສຶກສາຄົ້ນຄວ້າ ແລະ ວິເຄາະວິໄຈກ່ຽວກັບການສ້າງຕັ້ງ ແລະ ດໍາເນີນງານຂອງເຂດເສດຖະກິດພິເສດ, ສະພາບການຄຸ້ມຄອງ ແລະ ນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ, ພິຈາລະນາ ແລະ ຄົ້ນຄວ້າຮ່າງດຳລັດວ່າດ້ວຍການຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ຮ່າງດໍາລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫລືອທາງການ ເພື່ອການພັດທະນາສະບັບປັບປຸງ. ສ່ວນວຽກງານໃນເດືອນພະຈິກນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ສະມາຊິກລັດຖະບານເອົາໃຈໃສ່ຄື: ສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕິດຕາມ, ກວດກາ ແລະ ບັງຄັບໃຊ້ລະບຽບກົດໝາຍເພື່ອຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍຕ່າງໆ, ສູ້ຊົນເກັບລາຍຮັບຈາກພາສີທີ່ດິນ, ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ໜີ້ຄ້າງມອບຄ່າສຳປະທານທີ່ດິນ, ຄ່າສຳປະທານເພື່ອການຊອກຄົ້ນ, ສຳຫລວດ ຫລື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫລວງໄຟຟ້າ ແລະ ຄ່າທໍານຽມອື່ນໆ, ເລັ່ງແກ້ໄຂ 7 ສິ່ງກີດຂວາງໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອປັບປຸງບັນຍາກາດ ແລະ ສິ່ງແວດລ້ອມໃນການລົງທຶນຂອງປະເທດເຮົາໃຫ້ດີຂຶ້ນ, ພ້ອມທັງຕິດຕາມຊຸກຍູ້ ແລະ ສະຫລຸບລາຍງານການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີຄວາມຄືບໜ້າ ແລະ ມີປະສິດທິຜົນ, ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບເງິນຕາຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງ, ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງໃນລະດັບທີ່ກຳນົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນຈຸນລະພາກໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ, ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ພ້ອມທັງຊອກຫາຕະຫລາດໃຫ້ຜູ້ປະກອບການຮອງຮັບ, ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ເນື່ອງຈາກລາຄານໍ້າມັນມີການເໜັງຕິງ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສືບຕໍ່ໂຄສະນາການທ່ອງທ່ຽວໃຫ້ຫລາຍຂຶ້ນ ເພື່ອເປັນກຳລັງແຮງສຳຄັນໃຫ້ປະເທດເຮົາສາມາດບັນລຸຕົວເລກການທ່ອງທ່ຽວທີ່ວາງໄວ້.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານຫາລືຫລາຍບັນຫາສໍາຄັນປະຈໍາເດືອນຕຸລາ
- 4 - ລັດຖະບານຫາລືຫລາຍບັນຫາສໍາຄັນປະຈໍາເດືອນຕຸລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!