ເຢຍລະມັນຮຽກຮ້ອງສະມາຊິກ EU ຢຸດສົ່ງອອກອາວຸດໃຫ້ອາຣັບບີ ຊາອຸດິດ


ທ່ານ ປີເຕີ ອັລໄມເອີ ລັດຖະມົນຕີກະຊວງເສດຖະກິດຂອງເຢຍລະມັນ ກ່າວໃນວັນທີ 22 ຕຸລານີ້ວ່າ: ເຢຍລະມັນຕ້ອງການໃຫ້ສະມາຊິກສະຫະພາບເອີຣົບ ຫລື EU ປະຕິບັດຕາມດ້ວຍການຢຸດສົ່ງອອກອາວຸດໃຫ້ອາຣັບບີ ຊາອຸດິດ ຕາບໃດທີ່ຄະດີສັງຫານທ່ານ ຈາມາລ ຄາຊອກຈີ ນັກຂ່າວອາຣັບບີ ຊາອຸດິດ ບໍ່ແກ້ໄຂ.
ຄຳກ່າວຂອງທ່ານ ອັລໄມເອີ ມີຂຶ້ນພາຍຫລັງວັນທີ 21 ຕຸລາ, ທ່ານ ນາງ ອັງເກລາ ແມເຄິລ ນາຍົກລັດຖະມົນຕີເຢຍລະມັນ ປະກາດວ່າ: ຈະຢຸດການສົ່ງອອກອາວຸດໃຫ້ອາຣັບບີ ຊາອຸດິດ. ຂະນະທີ່ການເສຍຊີວິດຂອງທ່ານ ຄາຊອກຈີ ຍັງບໍ່ຈະແຈ້ງ ແລະ ກ່າວວ່າ: ຄຳອະທິບາຍຂອງທາງການອາຣັບບີ ຊາອຸດິດ ຍັງບໍ່ໜ້າພໍໃຈ. ໃນປີນີ້ ທາງການເຢຍລະມັນມີອະນຸມັດການສົ່ງອອກອາວຸດໃຫ້ອາຣັບບີ ຊາອຸດິດ ເປັນມູນຄ່າກວ່າ 400 ລ້ານເອີໂຣ ສູງເປັນອັນດັບສອງຮອງຈາກອານເຊຣີ.
ທ່ານ ອັລໄມເອີ ກ່າວວ່າ: ປະເທດສະມາຊິກ EU ທີ່ເຫລືອຄວນຈະຢຸດການສົ່ງອອກອາວຸດໃຫ້ອາຣັບບີ ຊາອຸດິດ ເພື່ອເປັນການເພີ່ມການກົດດັນຕໍ່ອາຣັບບີ ຊາອຸດິດ. ຂະນະດຽວກັນ ມີລາຍງານວ່າ: ບັນດານັກການເມືອງອາວຸໂສຂອງເຢຍລະມັນໄດ້ຮຽກຮ້ອງໃຫ້ປະຊາຊົນ, ເຈົ້າໜ້າທີ່ບໍລິຫານຂອງບໍລິສັດຊີເມນຍົກເລີກການເດີນທາງໄປຮ່ວມປະຊຸມ ວ່າດ້ວຍການລົງທຶນໃນອາຣັບບີ ຊາອຸດິດ ທ້າຍອາທິດນີ້ນຳອີກ.