2 ນັກເຕະເລສເຕີ ໂພສໄວ້ອາໄລຢ່າງສຸດຊື້ງ ການຈາກໄປຂອງປະທານສະໂມສອນ
October 29, 2018 - 6:12 PM
ຫລັງຈາກສະໂມສອນ ເລສເຕີ ຊິຕີ້ ໄດ້ອອກຖະແຫລງການຍືນຍັນການເສຍຊີວິດຂອງທ່ານ ວິໄຊ ສີວັດທະນາປຣະພາ ປະທານສະໂມສອນ ເລສເຕີ ຊິຕີ້ ແລະ ປະທານກໍາມະການກຸ່ມບໍລິສັດ ຄິງ ພາວເວີ ອາຍຸ 61 ປີ ເຊິ່ງປະສົບອຸປະຕິເຫດຍົນສ່ວນຕົວຕົກ ບໍລິເວນບ່ອນຈອດລົດໃກ້ກັບສະໜາມເຕະບານຄີງ ພາວເວີ ສະເຕດ້ຽມ ຫລັງຈາກຈົບເກມການແຂ່ງຂັນ ພຣີເມຍລີກ ອັງກິດ ທີ່ເລສເຕີ ຊິຕີ້ ເປີດບ້ານສະເໝີ ແວດແຮມ ຢູໄນເຕັດ 1-1.
ເຈມີ ແລະ ວານດີ້ 2 ນັກເຕະກອງໜ້າຄົນອັງກິດ ຂອງສະໂມສອນ ເລສເຕີ ຊິຕີ້ ອອກມາໂພສຂໍ້ຄວາມຜ່ານອິນສະຕາເກມສ່ວນຕົວວ່າ: ຂໍສະແດງຄວາມໄວ້ອາໄລແດ່ທ່ານ ວິໄຊ ສີວັດທະນາປຣະພາ. ສໍາລັບພວກເຮົາທ່ານຄືຕໍານານເປັນຄົນທີ່ຫົວໃຈຍິ່ງໃຫຍ່ ເປັນຈິດວິນຍານຂອງສະໂມສອນ ຂອບໃຈສໍາລັບທຸກສິ່ງທຸກຢ່າງຜ່ານມາທີ່ເຮັດໃຫ້ຊີວິດ ແລະ ຄອບຄົວຂອງພວກຂ້າພະເຈົ່າດີຂຶ້ນເລື້ອຍໆ ພວກເຮົາຈະຄິດຮອດທ່ານຕະຫລອດໄປ.