ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ

ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ - meeting tree country - ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ
ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ - kitchen vibe - ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ

​     ເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້, ທີ່ຫໍທໍາມະສະພາ ວັດທາດຫລວງເໜືອ ນະຄອນ ຫລວງວຽງຈັນ ພະອາຈານໃຫ່ຍມະຫາເວດ ມະເສໄນ ຄະນະບໍລິຫານງານ ປະຈໍາການ ຮອງປະທານສູນກາງອົງການພຸດທະສາສະໜາສໍາພັນລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມເປັນເຈົ້າພາບກອງປະຊຸມ ປະທານອົງການພຸດທະສາສະໜາ ກໍາປູເຈຍ-ລາວ ແລະຫວຽດນາມ ຄັ້ງທີ 1 ຂື້ນ​ໃນ​ວັນ​ທີ 12 ພະຈິກ ນີ້, ພາຍໃຕ້ຫົວຂໍ້ “ເພີ່ມທະວີມູນເຊື້ອສາຍພົວພັນຄວາມສາມັກຄີແລະການຮ່ວມມື ລະຫວ່າງອົງການພຸດທະສາສະໜາ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງພາກພື້ນແລະສາກົນ” ຄາດ​ວ່າ​ຈະມີການນໍາຂັ້ນສູງຂອງອົງການພຸດທະສາສະ ໜາ, ແນວໂຮມຄະນະກໍາມະການສາສະໜາລັດຖະບານ ​ແລະ  ບັນດາກາ​ນຳກະຊວງ-ອົງການຂັ້ນສູນກາງແລະທ້ອງຖິ່ນຂອງ 3 ປະ​ເທດ​ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ.
ກອງປະຊຸມຄັ້ງນີ້ແມ່ນເພື່ອຍົກສູງບົດບາດຂອງອົງການພຸດທະສາສະໜາສໍາພັນລາວ ໃນເວທີພາກພື້ນແລະສາກົນ, ທັງເປັນການປະກອບສ່ວນຍົກສູງບົດບາດການນໍາພາ ຂອງພັກ-ລັດຖະບານ ລາວ ແລະເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊືອຂອງປະຊາຊົນທັງ 3 ຊາດ ໂດຍສະເພາະສາມອົງການພຸດທະສາສະໜາ ກໍາປູເຈບ-ລາວ-ຫວຽດນາມ ແລະຍັງເປັນການປະກອບສ່ວນໃນການຮັດແໜ້ນສາຍພົວພັນອັນເປັນມູນເຊື້ອຂອງປະຊາຊົນສາມຊາດ ໃຫ້ມີຄວາມໜັກແໜ້ນແລະຍົກສູງຂຶ້ນເລືອຍໆ.
ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງຜູ້ແທນ ສາມປະເທດກ່ຽວກັບການພົວພັນຮ່ວມມືໃນວຽກງານພຸດທະສາສະໜາໃນໄລຍະຜ່ານມາ ແລະແລກປ່ຽນຄໍາຄິດຄໍາເຫັນເພື່ອກໍານົດທິດທາງໃນຕໍ່ໜ້າ, ຮັບຮອງເອົາບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງອົງການພຸດທະສາສະໜາ ລາວກັບ ສສ ຫວຽດນາມ ແລະ ລາວ ກັບ ກໍາປູເຈຍ ແລະຮັບຮອງເອົາບົດບັນທຶກກອງປະຊຸມ ວ່າດ້ວຍການຮ່ວມມືຂອງປະທານອົງການພຸດທະສາສະໜາລະຫວ່າງ 3 ປະເທດ ສະບັບທໍາອິດ.
ພຣະອາຈານໃຫ່ຍມະຫາເວດ ມະເສໄນ ຄະນະບໍລິຫານງານ ປະຈໍາການ ຮອງປະທານສູນກາງອົງການພຸດທະສາສະໜາສໍາພັນລາວ ​ໃຫ້​ຮູ້​ວ່າ: ປັດຈຸບັນນີ້, ການກະກຽມດ້ານຕ່າງໆແມ່ນມີຄວາມພ້ອມແລ້ວ ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດ ຈາກພັກ-ລັດຖະບານທີ່ເຫັນຄວາມສໍາຄັນໃນວຽກງານພຸດທະສາສະໜາ ຈະເປັນຂີດໝາຍໃໝ່ແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນ​ເປັນ​ມູນ​ເຊື້ອ ແລະການຮ່ວມມື ສະໜັບສະໜູນຊ່ວຍເຫລືອເຊິ່ງກັນແລະກັນຫລາຍຂຶ້ນ ລະຫວ່າງອົງການພຸດທະສາສະໜາກໍາປູເຈຍ-ລາວ ແລະຫວຽດນາມ ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ​ໄດ້​ແຕກ​ດອກ​ອອກ​ຜົນ ຫງອກ​ງາມ​ຍິ່ງ​ຂຶ້ນ.

ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ - 4 - ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ
ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ - Visit Laos Visit SALANA BOUTIQUE HOTEL - ກອງ​ປະຊຸມ​ອົງການ​ພຸດທະສາສໜາ 3 ປະ​ເທດ ຈະ​ຈັດ​ຂຶ້ນ​ໃນ​ເດືອນພະຈິກນີ້ ຢູ່ນະຄອນຫລວງ​ວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!