ເບນເຊມ່າ ຂໍສ້າງປະຫວັດສາດ ກັບ ຣີລ ມາດຣິດ ຕໍ່ປີ


ຄາຣິມ ເບນເຊມ່າ ກອງໜ້າ ຣີລ ມາດຣິດ ກ່າວຂໍເດີນໜ້າສ້າງປະຫວັດສາດຕໍ່ໄປ ຫລັງຫາກໍຍິງຄົບ 200 ປະຕູໃຫ້ ຣີລ ມາດຣິດ ໃນເກມຢູຟາ ແຊມປ້ຽນລີກ ທີ່ໄລ່ຕ້ອນ ວິກຕໍເຣຍ ພິລເຊັນ ໃນວັນທີ 7 ພະຈຸກ ບອກຕົນເອງຕ້ອງການເຮັດທຸກຢ່າງເພື່ອຊ່ວຍທີມຄວ້າແຊ້ມ ແລະ ບໍ່ຈຳເປັນວ່າຕ້ອງຍິງປະຕູໄດ້ສະເໝີໄປ.
ຄາຣິມ ເບນເຊນ່າ ຫົວຫອກ ຣີລ ມາດຣິດ ສະໂມສອນຍັກໃຫຍ່ແຫ່ງ ລາລີກາ ສະເປນ ອອກມາກ່າວໃນວັນທີ 8 ພະຈິກວ່າ: ລາວຕ້ອງການຈະເດີນໜ້າສ້າງປະຫວັດສາດກັບຕົ້ນສັງກັດຕໍ່ໄປ ຫລັງຈາກຫາກໍຍິງປະຕູຊ່ວຍໃຫ້ທີມຊະນະ ວິກຕໍເຣຍ ພິລເຊັນ 5-0 ໃນເກມຢູຟາ ແຊມປ້ຽນລີກ ໃນວັນທີ 7 ພະຈິກຜ່ານມາ.
ເບນເຊມ່າ ອາຍຸ 30 ປີ ຫາກໍຍິງປະຕູທີ 200 ແລະ 201 ຂອງຕົນເອງກັບ ຣີລ ມາດຣິດ ຊ່ວຍໃຫ້ຕົ້ນສັງກັດເກັບໄຊະນະຢ່າງສວຍງາມໃນເກມແຊມປ້ຽນລີກ ແລະ ເປັນປະຕູທີ 9 ຈາກ 17 ນັດທີ່ລົງຫລິ້ນໃນລະດູການນີ້ ໂດຍຫລ້າສຸດນັກເຕະຊາວຝຣັ່ງອອກມາເປີດເຜີຍວ່າ: ບາງເທື່ອຄວາມທຸ້ມເທຂອງລາວກໍຖືກຄົນອື່ນເຂົ້າໃຈຜິດ ແລະ ຕົນເອງຕ້ອງການສ້າງຜົນງານທີ່ດີຫລາຍໃຫ້ ຣີລ ມາດຣິດ ຕໍ່ໄປ.